ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ຍຸຕິທໍາ ສຫລ ຖືກກົດດັນ ໜັກຂຶ້ນ ຈາກ ສະພາ ແລະ ທຳນຽບຂາວ


ທ່ານ Jeff Sessions ລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ ແລະອະດີດ ທີ່ປຶກສາຂອງຄະນະ​ໂຄສະນາ​ຫາ​ສຽງ ​ໃຫ້ທ່ານ ທຣໍາ.
ທ່ານ Jeff Sessions ລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ ແລະອະດີດ ທີ່ປຶກສາຂອງຄະນະ​ໂຄສະນາ​ຫາ​ສຽງ ​ໃຫ້ທ່ານ ທຣໍາ.

ທ່ານ Jeff Sessions, ລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ ປະເຊີນກັບ
ຄວາມກົດ ດັນນັບມື້ນັບເພີ້ມຂຶ້ນ ຈາກຫ້ອງການທີ່ຕັ້ງຢູ່ທັງສອງສົ້ນຂອງຖະໜົນ
Pennsylvania ຊຶ່ງກໍຄືຈາກບັນດາ​ສະມາຊິກລັດຖະສະພາ ແລະຈາກທໍານຽບຂາວ
ກ່ຽວກັບການ ພົວພັນຂອງທ່ານ ກັບອະດີດເອກອັກຄະລັດຖະທູດຣັດເຊຍ ປະຈໍາ
ນະຄອນວໍຊິງຕັນແລະເຫດຜົນທີ່ທ່ານຖອນຕົວອອກຈາກການສືບສວນຂອງກະ
ຊວງຍຸຕິທໍາ ໃນເລື່ອງການຮ່ວມມືກັນລະຫວ່າງຄະນະໂຄສະນາຫາສຽງຂອງປະທາ
ນາທໍບໍດີ ດໍໂນລທຣໍາ ກັບຣັດເຊຍ ທີ່ເປັນຂໍ້ກ່າວຫາຢູ່ນັ້ນ.

ທ່ານນາງ Dianne Feinstein ສະມາຊິກລະດັບສູງຈາກພັກເດໂມແຄຣັດ ​ໃນຄະ ນະກໍາມະການຕຸລາການຂອງສະພາສູງ ໃນວັນຈັນວານນີ້ໄດ້ຮຽກຮ້ອງໃຫ້ທ່ານ
Sessions ໄປປະກົດ ຕົວຕໍ່ຄະນະກໍາມະການ​ ໂດຍໄວເທົ່າທີ່ຈະໄວໄດ້ ເພື່ອຕອບ
ຄໍາຖາມກ່ຽວກັບການສົນທະນາຂອງທ່ານ ກັບອະດີດເອກຄະລັດຖະທູດຣັດ​ເຊຍ
ປະຈໍານະຄອນວໍຊິງຕັນ, ທ່ານ Sergey Kislyak, ຢູ່ໃນຊ່ວງທີ່ມີການໂຄສະນາຫາ
ສຽງ ແກ່ປະທານາທິບໍດີ ໃນປີ 2016. ໃນຕອນນັ້ນ ທ່ານ Sessions ເປັນທີ່ປຶກສາ
ຂອງຄະນະ​ໂຄສະນາ​ຫາ​ສຽງ​ໃຫ້ທ່ານ ທຣໍາ ແລະກໍທັງຍັງເປັນສະມາຊິກສະພາສູງ
ຈາກລັດ Alabama ຢູ່.

ໜັງສືພິມ The Washington Post ລາຍງານໃນວັນສຸກຜ່ານມາວ່າ ທ່ານ Kislyak ໄດ້ລາຍງານໃຫ້ບັນດາຫົວໜ້າໃຫຍ່ຂອງທ່ານ ໃນນະຄອນມົສກູ ໃນປີກາຍນີ້ວ່າ ທ່ານ
ໄດ້ສົນ ທະນາກັບທ່ານ Sessions ໃນເລື່ອງທີ່ກ່ຽວຂ້ອງກັບການໂຄສະນາຫາສຽງ ຊຶ່ງເປັນຄໍາເວົ້າທີ່ກົງກັນຂ້າມກັບສິ່ງທີ່ທ່ານ Sessions ໄດ້ກ່າວກ່ຽວກັບການພົບປະ
ດັ່ງກ່າວເຫຼົ່ານັ້ນ. ໜັງສືພິມສະບັບ​ນີ້ເວົ້າວ່າ ຂໍ້ມູນດັ່ງກ່າວ ໄດ້ມາຈາກການດັກຟັງການ
ສື່ສານກັນລະຫວ່າງທ່ານ Kislyak ແລະນະຄອນມົສກູ.

ທ່ານນາງ Feinstein ໄດ້ຂຽນໃນຈົດໝາຍເຖິງທ່ານ Chuck Grassley ປະທານຂອງ
ຄະນະກໍາມະການດັ່ງກ່າວວ່າ “ອັນນີ້ແມ່ນບັນຫາທີ່ໜັກໜ່ວງ ແລະຄະນະກໍາມະການ
ຕຸລາການ ຈະຕ້ອງໄດ້ຮັບຟັງໂດຍກົງຈາກລັດຖະມົນຕີກະຊວງຍຸຕິທໍາເອງ.”

ທ່ານ Al Franken ຊຶ່ງເປັນສະມາຊິກຂອງຄະນະກໍາມະການຕຸລາການຈາກພັກເດໂມ
ແຄຣັດອີກທ່ານນຶ່ງ ແລະກໍເປັນຄົນນຶ່ງທີ່ຕໍາໜິທ່ານທຣໍາ ເອີ້ນການສົນທະນາກັນຢ່າງມີ
ເຈດຕະນາລະຫວ່າງທ່ານ Sessions ແລະທ່ານ Kislyak ນັ້ນວ່າເປັນ “ການພັດທະ
ນາຄວາມສໍາພັນລະຫວ່າງຄະນະ​ໂຄສະ​ນາ​ຫາ​ສຽງຂອງທ່ານທຣໍາ ແລະຣັດເຊຍທີ່ມີບັນ
ຫາຫລາຍ.”

ອ່ານຂ່າວເພີ້ມເປັນພາສາອັງກິດ

XS
SM
MD
LG