ສະມາຊິກສະພາ ຍີ່ປຸ່ນ ສັບປະດານີ້ ກຽມພ້ອມທີ່ຈະລົງຄະແນນສຽງກ່ຽວກັບ ຮ່າງກົດໝາຍ ຄວາມໝັ້ນຄົງ ທີ່ກຳລັງຖົກຖຽງກັນ ເຊິ່ງຈະອະນຸມັດໃຫ້ທະຫານຍີ່ປຸ່ນໄປຕໍ່ສູ້ໃນຕ່າງປະເທດ ເປັນຄັ້ງທຳອິດຕັ້ງແຕ່ສົງຄາມໂລກຄັ້ງທີສອງ, ພວກຝ່າຍຄ້ານຜູ້ຮັກ ສັນຕິຫຼາຍພັນຄົນໄດ້ໂຮມ ຊຸມນຸມເພື່ອຕໍ່ຕ້ານສະມາຊິກກສະພາ ໃນນະຄອນຫຼວງ ໂຕກຽວ.
ຮ່າງກົດໝາຍນີ້ຄາດວ່າຈະໄດ້ຮັບອະນຸມັດໃນວັນສຸກມື້ອື່ນນີ້, ແຕ່ວ່າການຄັດຄ້ານຂອງ ປະຊາຊົນ ໄດ້ເພີ້ມທະວີຂຶ້ນໃນໄລຍະສອງສາມເດືອນຜ່ານມານີ້, ນຳໜ້າໂດຍບັນດານັກຮຽນທີ່ໄດ້ໂຮມ ຊຸມນຸມໃນທົ່ວປະເທດ.
ມີຫຼາຍພັນຄົນໄດ້ໂຮມຊຸມນຸມຢູ່ນອກລັດຖະສະພາຂອງ ຍີ່ປຸ່ນ ໃນວັນພະຫັດມື້ນີ້, ບ່ອນທີ່ບັນດາສະມາຊິກພັກຝ່າຍຄ້ານ ທີ່ພາຍໃນ ໄດ້ຮ້ອງສຽງດັງສະແດງການຄັດຄ້ານ ແລະ ໄດ້ຖືກປິດລ້ອມ ໂດຍສະມາຊິກຂອງພັນທະມິດພັກເສລີປະຊາທິປັດ ທີ່ກຳລັງປົກຄອງປະເທດຢູ່ໃນເວລານີ້.
ຮ່າງກົດໝາຍຄວາມໝັ້ນຄົງຈະທົບທວນ 10 ກົດໝາຍທີ່ມີຢູ່ ແລະ ໃຫ້ທະຫານມີຄວາມອິດສະຫຼະເພີ່ມຂຶ້ນເພື່ອປ້ອງກັນປະຊາຊົນແລະຜົນປະໂຫຍດຂອງຕົນ ເຂົ້າຮ່ວມໃນການ ປ້ອງກັນປະເທດຕ່າງໆແລະເປັນ ພັນທະມິດໃນດ້ານປ້ອງກັນປະເທດ ເຊັ່ນ ສະຫະລັດ.
ນາຍົກລັດຖະມົນຕີ Shinzo Abe ແລະ ຜູ້ສະໜັບສະໜູນຂອງທ່ານອ້າງເຫດຜົນວ່າ ຍີ່ປຸ່ນ ຕ້ອງການທີ່ຈະຮັບມືກັບໄພຂົ່ມຂູ່ທີ່ອາດຈະເກີດຂຶ້ນຈາກຫຼາຍປະເທດເຊັ່ນ ຈີນ ແລະ ເກົາຫຼີເໜືອ ທີ່ກຳລັງເພີ່ມຄວາມສາມາດທາງທະຫານ ແລະ ນິວເຄລຍຂອງພວກເຂົາ.
ຜູ້ຄັດຄ້ານໄດ້ໂຕ້ຖຽງວ່າ ຮ່າງກົດໝາຍນີ້ຈະເປັນການລະເມີດມາດຕາທີ 9 ຂອງລັດຖະທຳມະນູນຫຼັງສົງຄາມຂອງປະເທດ ທີ່ຍົກເລີກການໃຊ້ກຳລັງທະຫານ ເພື່ອການຕໍ່ສູ້ໃນສົງຄາມ ແລະ ລະງັບຄວາມຂັດແຍ້ງ ສາກົນ, ແລະ ເຮັດໃຫ້ຍີ່ປຸ່ນ ເຂົ້າໄປຫຍຸ້ງກ່ຽວກັບຄວາມຂັດແຍ້ງຢູ່ໃນ ຕ່າງປະເທດ.