ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ນັກລົງທຶນຍີ່ປຸ່ນ ຈະຍ້າຍຖານລົງທຶນ ຈາກຈີນ ແລະ ໄທ ເຂົ້າມາລາວ


ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ (ຊ້າຍ) ແລະທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ຄາດ​ວ່າ ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ ຈະ​ພາກັນ​ຍ້າຍ​ ຖານ​
ການ​ລົງທຶນ​ ຈາກ​ຈີນ ​ແລະ​ໄທ ​ເຂົ້າມາ​ໃນ​ລາວ ຫຼາຍ​ຂື້ນນັບ​ມື້
​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄ່າ​ຈ້າງ​ແຮງ​ງານຈີນ​ສູງ​ຂຶ້ນ ​ແລະບັນຫາ​
ທາງ​ການ​ເມືອງ​ໄທ


ອົງການ​ການ​ຄ້າ​ຕ່າງປະ​ເທດ​ແຫ່ງຍີ່ປຸ່ນ (JETRO) ລາຍ​ງານ
​ວ່າ​ ບັນດາ​ບໍລິສັດ​ເອກ​ກະຊົນ​ຍີ່ປຸ່ນ ​ຈະຍ້າຍ​ຖານ​ການ​ລົງທຶນ
​ຈາກ​ຈີນແລະ​ໄທ ​ເຂົ້າມາ​ໃນ​ລາວ​ຫຼາຍ​ຂຶ້ນ​ໃນ​ລະຍະ​ຕໍ່​ໄປ​ນີ້ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄ່າຈ້າງ
​ແຮງ​ງານ ທີ່​ປັບ​ຕົວ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ຢູ່​ໃນ​ປະ​ເທດ​ຈີນ. ສ່ວນ​ຢູ່​ໃນ​ປະ​ເທດ​ໄທ​ນັ້ນ ກໍເປັນ
​ຍ້ອນ​ບັນຫາໄພ​ນໍ້າ​ຖ້ວມ ​ແລະ​ຄວາມ​ຂັດ​ແຍ້​ງທາງ​ການ​ເມືອງ ທີ່​ຍັງ​ບໍ່​ມີ​ທ່າ​ທີວ່າ​ຈະສາມາດ​
ຕົກລົງ​ກັນ​ໄດ້ ​ເມື່ອ​ໃດ​ແທ້.

ເພື່ອ​ເປັນ​ການ​ຕຽມ​ພ້ອມຮອງ​ຮັບ​ການ​ເຂົ້າມາ​ລົງທຶນ​ໃນ​ລາວ ຂອງ​ບັນດາ​ບໍລິສັດ​ເອກ​ກະ​
ຊົນ ຍີ່ປຸ່ນ​ດັ່ງກ່າວ ອົງການ JETRO ກໍ​ມີ​ກໍາໜົດ​ການ​ທີ່​ຈະ​ເປີດ​ສໍານັກງານ​ປະ​ຈໍາ​ລາວ​
ຢູ່​ນະຄອນວຽງ​ຈັນ​ໃນ​ຕົ້ນ​ປີ 2014 ຊຶ່ງ​ກໍ​ຖື​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຕົກລົງ​ຮ່ວມ​ມື​ໃນ​ຫຼາຍໆ
ດ້ານ ທີ່​ໄດ້​ມີຂຶ້ນ​ ໃນ​ໂອກາດ​ທີ່​ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ​ເດີນທາງ​
ຢ້ຽມຢາມ​ລາວ​ຢ່າງເປັນ​ທາງ​ການ​ໃນ​ເດືອນ​ພະຈິກ ທີ່ຜ່ານ​ມາ ດັ່ງ​ທີ່​ທ່ານ​ທອງສິງ ທໍາ​ມະ
​ວົງ ນາຍົກລັດຖະມົນຕີລາວ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“ສອງ​ຝ່າຍ​ໄດ້​ເຫັນ​ດີ​ທີ່​ຈະ​ຕ້ອງ​ເປີດ​ຫ້ອງການ​ຜູ້ຕາງໜ້າ​ອົງການ​ການ​ຄ້າ​ສາກົນ
JETRO ທີ່​ນະຄອນຫຼວງ​ວຽງ​ຈັນ​ໃນ​ໄວໆ​ນີ້. ຍີ່ປຸ່ນ​ໄດ້​ຢັ້ງຢືນ ທີ່​ຈະ​ສືບ​ຕໍ່ໃຫ້ການ​
ຊ່ວຍ​ເຫຼືອ​ທາງ​ດ້ານ​ທຶນຮອນ ​ເພື່ອ​ຂະຫຍາຍ​ອາຄານ​ໂດຍສານ​ສະໜາມ​ບິນ​ວັດ
​ໄຕ ລະ​ຍະ 3 ​ແລະ​ໂຄງການ​ເງິນ​ກູ້​ຢືມ​ດອກ​ເບ້ຍ​ຕໍ່າເພື່ອ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ.”


ກ່ອນ​ໜ້າ​ນີ້ ກອງ​ປະຊຸມ​ຄັ້ງ​ທີ 6 ວ່າ​ດ້ວຍ​ການ​ເຈລະຈາ​ລະຫວ່າງ​ພາກ​ລັດ ​ແລະ​ເອກ​ກະ​
ຊົນ​ລາວ​ກັບ​ຍີ່ປຸ່ນ ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ວຽງ​ຈັນ ​ໃນ​ທ້າຍ​ປີ 2012 ທີ່​ຜ່ານ​ມານັ້ນ ບັນດາ​
ຜູ້​ແທນ ຂອງ​ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ ຕ່າງ​ກໍ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ລາວ​ຄື​ຈຸດໝາຍ​ການ​
ລົງທຶນ​ທີ່​ສໍາຄັນ ຂອງ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ. ​

ໂດຍ​ຂະ​ແໜງ​ການ​ທີ່​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ​ໄດ້​ໃຫ້​ຄວາມ​ສົນ​ໃຈ ທີ່​ຈະ​ເຂົ້າມາ​
ລົງທຶນ​ໃນລາວ​ຫຼາຍ​ທີ່​ສຸດ​ນັ້ນ ກໍ​ຄື​ພາກ​ການ​ກະ​ເສດ ​ແລະ​ອຸດສາຫະກໍາແປ​ຮູບ​ສິນຄ້າ​
ກະເສດຕິດຕາມ​ດ້ວຍ​ພາກ​ພະລັງງານ ການ​ສຶກສາ ສາທາລະນະ​ສຸກ ການ​ຂຸດ​ຄົ້ນ​ແຮ່​
ທາດ ​ແລະ​ພາກບໍລິການ​ຕາມ​ລໍາດັບ ຫາກ​ແຕ່​ວ່າ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ ກໍ​ໄດ້​
ເນັ້ນ​ຢໍ້າວ່າ ບໍລິສັດ​ຂອງພວກ​ຕົນ​ຈະ​ເຂົ້າມາ​ລົງທຶນ​ໃນ​ລາວ​ຢ່າງແທ້​ຈິງນັ້ນ ກໍຈະ​ຕ້ອງ​ມີ​
ການ​ພັດທະນາ​ລະ​ບົບພື້ນຖານ​ໂຄງລ່າງ​ຕ່າງໆ​ໃນ​ລາວ​ ໃຫ້​ພ້ອມ​ເສຍ​ກ່ອນ.

ພິທີລົງນາມຮ່ວມລົງທຶນ​ທີ່​ໃຊ້​ຊື່ວ່າ​ບໍລິສັດ​ສະຫວັນ-ຍີ່ປຸ່ນ​ຮ່ວມ​ພັດທະນາ​ຈໍາກັດ.
ພິທີລົງນາມຮ່ວມລົງທຶນ​ທີ່​ໃຊ້​ຊື່ວ່າ​ບໍລິສັດ​ສະຫວັນ-ຍີ່ປຸ່ນ​ຮ່ວມ​ພັດທະນາ​ຈໍາກັດ.

ດ້ວຍ​ການ​ເນັ້ນ​ຢໍ້າດັ່ງກ່າວ​ຂອງ​ບັນດາ​ບໍລິສັດເອກ​ກະ​ຊົນ​ຍີ່ປຸ່ນ
ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຈະ​ສາມາດ​ຕອບ​
ສະໜອງ​ໄດ້ຢ່າງ​ແນ່​ອນ ທັງ​ນີ້​ກໍ​ດ້ວຍ​ການ​ເລັ່ງພັດທະນາ​ເສດ
ຖະກິດ​ພິ​ເສດ ​ແລະ​ ເຂດ​ເສດຖະກິດ​ສະເພາະ ​ເພື່ອ​ຮອງ​ຮັບ​
ການ​ລົງທຶນ​ ຂອງ​ບັນດາ​ບໍລິສັດເອກ​ກະ​ຊົນ​ຍີ່ປຸ່ນ​ ເປັນ​ສໍາຄັນ
​ໂດຍ​ລ່າ​ສຸດ​ກໍ​ໄດ້​ມີ​ການ​ຮ່ວມ​ລົງ ທຶນ​ພັດທະນາ​ເຂດ​ເສດຖະກິດ​
ພິເສດ​ສະຫວັນ-​ເຊ​ໂນ ຢູ່​ແຂວງ​ສະຫວັນ​ນະ​ເຂດ ຊຶ່ງ​ເປັນ​ການ
ຕົກລົງ 3 ຝ່າຍ​ລະຫວ່າງ​ ບໍລິສັດເຂດເສດຖະກິດ​ພິ​ເສດ​ພະນົ​ມ​
ເປັນ​ຈໍາກັດ ຂອງ​ເອກ​ກະ​ຊົນ​ຍີ່ປຸ່ນ ກັບ​ບໍລິສັດ​ນໍ້າ​ທາ​ກໍ່ສ້າງ​ຂົວ​
ທາງຈໍາກັດ​ ​ແລະ​ອົງການ​ຄຸ້ມ​ຄອງ​ ເຂດ​ເສດຖະກິດ​ພິ​ເສດ​ ສະ
ຫວັນ​-​ເຊ​ໂນ ​ໂດຍ​ສ້າງ​ຕັ້ງ​ ເປັນ​ບໍລິສັດຮ່ວມ​ລົງທຶນ​ ທີ່​ໃຊ້​ຊື່ວ່າ​ບໍລິສັດ​ສະຫວັນ-ຍີ່ປຸ່ນ​ ຮ່ວມພັດທະນາ​ຈໍາກັດ.

​ໂດຍ​ບໍລິສັດ​ຮ່ວມ​ລົງທຶນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ດັ່ງ​ກ່າວນີ້​ ຈະ​ດໍາ​ເນີນ​ການ​ພັດທະນາ​ພື້ນ​ທີ່​
ກວ້າງ 220 ​ເຮັກ​ຕ້າ​ຢູ່​ໃນ​ເຂດ B ຂອງ​ເຂດ​ເສດຖະກິດ​ພິ​ເສດສະຫວັນ-​ເຊ​ໂນ ​ເພື່ອ​ຮອງ​ຮັບການ​ລົງທຶນ​ດ້ານ​ເທັ​ກ​ໂນ​ໂລ​ຈີ່​ ທີ່​ທັນ​ສະ​ໄໝ​ຈາກ​ຕ່າງປະ​ເທດ ​ໂດຍ​ສະ​ເພາ​ະ​ແມ່ນ​
ການ​ລົງທຶນ​ຈາກ​ຍີ່ປຸ່ນ ​ໃຫ້​ຫຼາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ຊຶ່ງ​ທີ່​ຜ່ານ​ມາ​ກໍ​ມີ​ບໍລິສັດ​ຍີ່ປຸ່ນ 2 ລາຍ​
ແລ້ວ ທີ່​ໄດ້​ເຂົ້າ​ໄປ​ລົງທຶນ​ຢູ່​ໃນ ​ເຂດ​ດັ່ງກ່າວ​ນີ້ ກໍ​ຄືບໍລິ​ສັດ Nikon ຊຶ່ງ​ເປັນ​ບໍລິສັດ​ຍັກ
ໃຫຍ່​ຂອງ​ໂລກ ​ໃນ​ດ້ານ​ການ​ຜະລິດ ກ້ອງຖ່າຍຮູບ ​ແລະ​ບໍລິສັດ Log-Item ຈໍາກັດ ຊຶ່ງ​
ດໍາ​ເນີນທຸລະ​ກິດ​ໃນ​ດ້ານ​ອຸດສາຫະກໍາ​ການແປຮູບ​ໄມ້ ຫຼື​ເຈ້ຍກະດາດ ​ແລະ​ຍັງ​ຈະ​ມີ​ບໍ
ລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ​ອີກ​ຫຼາຍ​ລາຍ ທີ່​ຈະ​ຫຼັ່ງ​ໄຫຼ​ເຂົ້າມາ​ເພີ່ມ​ຂຶ້ນອີກ ຊຶ່ງ​ລວມ​ເຖິງ​ບໍລິສັດ​
ລົດຍົນ TOYOTA ດ້ວຍ.

ໂດຍ​ອິງ​ຕາມ​ລາ​ຍງານ ຂອງ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຂອງ​ລາວ ​ທີ່ໄດ້​ລະບຸ​ວ່າ​
ໃນ​ຊ່ວງ​ປີ 1989 ​ເປັນ​ຕົ້ນ​ມາ ບັນດາ​ບໍລິສັດ​ຍີ່ປຸ່ນ​ໄດ້​ເຂົ້າມາ​ລົງທຶນ​ໃນ​ລາວ​ ຄິດ​ເປັນ​ມູນ​
ຄ່າ​ລວມ 428 ລ້ານ​ໂດ​ລ່າ ​ໂດຍ​ເປັ​ນການ​ລົງທຶນ​ໃນ 104 ​ໂຄງການ ​ແລະ​ຖື​ເປັນມູນ​ຄ່າ​
ການ​ລົງທຶນ​ໃນ​ລາວ ຫຼາຍ​ອັນ​ດັບ​ທີ 7.
XS
SM
MD
LG