ຜູ້ຊ່ຽວຊານ ທາງເສດຖະກິດຊາວຍີ່ປຸ່ນ ໃຫ້ການຄາດໝາຍ
ວ່າບັນດາບໍລິສັດເອກກະຊົນຍີ່ປຸ່ນຈະກາຍເປັນກຸ່ມຜູ້ລົງທຶນ
ລາຍໃຫຍ່ອັນດັບທີ 4 ໃນລາວພາຍໃນ 2 ປີຂ້າງໜ້ານີ້ຢ່າງ
ແນ່ນອນ.
ສາດສະດາຈານ ໂມໂຕໂຢຊິ ຊູຊູກິ ຜູ້ຊ່ຽວຊານທາງເສດຖະກິດ
ຊາວຍີ່ປຸ່ນ ໃນຖານະທີ່ປຶກສາ ປະຈໍາຫ້ອງການ ຄະນະລັດຖະ
ບານລາວ ແລະກະຊວງແຜນການແລະການລົງທຶນ ໄດ້ໃຫ້ການຢືນຢັນໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມໃນກອງປະຊຸມປຶກສາຫາລື ທາງດ້ານວິຊາການກ່ຽວກັບການປະເມີນຜົນຂອງການພັດທະນາແລະຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະໃນລາວ ຊຶ່ງໄດ້ຈັດຂຶ້ນຢ່າງເປັນທາງການເມື່ອບໍ່ດົນມານີ້ ຢູ່ນະຄອນວຽງຈັນ ວ່າ ການລົງທຶນຂອງບັນດາບໍລິສັດເອກກະຊົນຍີ່ປຸ່ນໃນລາວຈະມີມູນຄ່າເພີ່ມຂຶ້ນຢ່າງວ່ອງໄວ ໃນລະຍະ 2 ປີຕໍ່ໄປນີ້.
ໂດຍສະພາບການດັ່ງກ່າວ ກໍຍັງຈະເປັນຜົນເຮັດໃຫ້ບັນດາບໍລິສັດເອກກະຊົນຍີ່ປຸ່ນກາຍເປັນກຸ່ມບໍລິສັດຜູ້ລົງທຶນລາຍໃຫຍ່ອັນດັບທີ 4 ຮອງຈາກຈີນ ຫວຽດນາມ ແລະໄທ ຊຶ່ງມີມູນຄ່າການລົງທຶນຫຼາຍທີ່ສຸດໃນລາວພາຍໃນປີ 2015 ອັນເປັນປີທີ່ 10 ປະເທດສະມາ ຊິກໃນກຸ່ມອາຊ່ຽນ ຈະກາຍເປັນປະຊາຄົມນຶ່ງດຽວກັນອີກດ້ວຍ.
ຍິ່ງໄປກວ່ານັ້ນ ຜູ້ຊ່ຽວຊານທາງເສດຖະກິດຊາວຍີ່ປຸ່ນ ກໍຍັງ
ໄດ້ໃຫ້ການຢືນຢັນດ້ວຍວ່າການ ລົງທຶນຂອງບັນດາບໍລິສັດ
ເອກກະຊົນຍີ່ປຸ່ນໃນລາວຈະເນັ້ນໜັກໃນພາກອຸດສາຫະກໍາ
ແປຮູບສິນຄ້າກະສິກໍາ ແລະພາກບໍລິການທີ່ສາມາດຈະສ້າງ
ວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວໄດ້ຫຼາຍກວ່າການລົງ
ທຶນຂອງປະເທດອື່ນໆ ໃນລາວ ທີ່ເນັ້ນໜັກໃນດ້ານການພັດ
ທະນາທີ່ດິນ ເຊັ່ນສະໜາມ Golf ທີ່ສ້າງວຽກເຮັດງານທໍາໃຫ້
ແກ່ຄົນລາວໄດ້ຢ່າງຈໍາກັດ ຊຶ່ງກໍນັບວ່າເປັນ ສາເຫດສໍາຄັນ
ປະການນຶ່ງ ທີ່ເຮັດໃຫ້ຄົນລາວຕ້ອງພາກັນເດີນທາງໄປລັກ
ລອບທໍາງານຢູ່ໃນໄທ ຫຼາຍຂຶ້ນນັບມື້ນັ້ນເອງ.
ກ່ອນໜ້ານີ້ ອົງການ ການຄ້າຕ່າງປະເທດແຫ່ງຍີ່ປຸ່ນ (JETRO) ລາຍງານວ່າ ບໍລິສັດເອກກະຊົນຍີ່ປຸ່ນຈະພາກັນຍ້າຍຖານການລົງທຶນຈາກຈີນ ແລະໄທເຂົ້າມາໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາເຫດມາຈາກຄ່າແຮງງານທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ຢູ່ໃນປະເທດຈີນ ສ່ວນຢູ່ໃນປະເທດໄທນັ້ນ ກໍເປັນຍ້ອນບັນຫາໄພນໍ້າຖ້ວມ ແລະຄວາມຂັດແຍ້ງທາງການເມືອງທີ່ຍັງບໍ່ມີທ່າທີວ່າຈະສາມາດຕົກລົງກັນໄດ້ເມື່ອໃດແທ້.
ໂດຍເພື່ອເປັນການຕຽມພ້ອມຮອງຮັບ ການເຂົ້າມາລົງທຶນໃນລາວ ຂອງບັນດາບໍລິສັດເອກກະຊົນຍີ່ປຸ່ນດັ່ງກ່າວ ອົງການ JETRO ກໍມີກໍານົດການທີ່ຈະເປີດສໍານັກງານປະຈໍາລາວຢູ່ນະຄອນວຽງຈັນ ໃນຕົ້ນປີ 2014 ນີ້ ຊຶ່ງເປັນສ່ວນນຶ່ງຂອງການຕົກລົງຮ່ວມມືໃນຫຼາຍໆດ້ານທີ່ໄດ້ມີຂຶ້ນໃນໂອກາດທີ່ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເດີນທາງມາຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການໃນເດືອນພະຈິກທີ່ຜ່ານມາ ດັ່ງທີ່ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫຼງຢືນຢັນ ວ່າ:
“ສອງຝ່າຍໄດ້ເຫັນທີ່ທີ່ຈະເປີດຫ້ອງການຜູ້ຕາງໜ້າອົງການການຄ້າສາກົນ JETRO ທີ່ນະຄອນຫຼວງວຽງຈັນ ໃນໄວໆນີ້ ຍີ່ປຸ່ນໄດ້ຍັ້ງຢືນທີ່ຈະສືບຕໍ່ໃຫ້ ການຊ່ວຍເຫຼືອທາງດ້ານທຶນຮອນເພື່ອຂະຫຍາຍອາຄານໂດຍສານຂອງ ສະໜາມບິນວັດໄຕລະຍະ 3 ແລະໂຄງການເງິນກູ້ຢືມດອກເບ້ຍຕໍ່າ ເພື່ອຫຼຸດຜ່ອນຄວາມທຸກຍາກ.”
ກ່ອນໜ້ານີ້ ກອງປະຊຸມຄັ້ງທີ 6 ວ່າດ້ວຍການເຈລະຈາລະຫວ່າງພາກລັດ ແລະເອກກະຊົນ ລາວກັບຍີ່ປຸ່ນ ທີ່ໄດ້ຈັດຂຶ້ນຢູ່ນະຄອນວຽງຈັນ ໃນທ້າຍປີ 2012 ທີ່ຜ່ານມານັ້ນ ບັນ ດາຜູ້ແທນຂອງບໍລິສັດເອກກະຊົນຍີ່ປຸ່ນຕ່າງກໍໄດ້ໃຫ້ການຢືນຢັນວ່າ ລາວຄືຈຸດໝາຍການລົງທຶນທີ່ສໍາຄັນ ຂອງບັນດາບໍລິສັດເອກກະຊົນຍີ່ປຸ່ນ.
ໂດຍຂະແໜງການທີ່ບັນດາບໍລິສັດເອກກະຊົນຍີ່ປຸ່ນໄດ້ ໃຫ້ຄວາມສົນໃຈທີ່ຈະເຂົ້າມາລົງທຶນໃນລາວຫຼາຍທີ່ສຸດນັ້ນ ກໍຄືພາກການກະເສດ ແລະອຸດສາຫະກໍາແປຮູບສິນຄ້າກະເສດ ຕິດຕາມດ້ວຍພາກພະລັງງານ ການສຶກສາ ສາທາລະນະສຸກ ການຂຸດຄົ້ນແຮ່ທາດ ແລະພາກບໍລິການຕາມລໍາດັບ.
ສ່ວນທາງການລາວກໍເຊື່ອໝັ້ນວ່າ ຈະສາມາດຮອງຮັບການລົງທຶນຂອງບັນດາບໍລິສັດເອກກະຊົນ ຍີ່ປຸ່ນໄດ້ ດ້ວຍການເລັ່ງພັດທະນາເຂດເສດຖະກິດພິເສດ ແລະເຂດເສດ ຖະກິດສະເພາະ ທັງນີ້ ໂດຍບັນດາບໍລິສັດຍີ່ປຸ່ນ ໄດ້ລົງທຶນໃນລາວຄິດເປັນມູນຄ່າລວມ 428 ລ້ານໂດລ່າ ໃນ 104 ໂຄງການ ແລະເປັນອັນດັບທີ 7 ໃນປັດຈຸບັນນີ້.