ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໐ ກັນຍາ ໒໐໒໔

ຍີ່​ປຸ່ນ ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ສົ່ງ​ດາວ​ທຽມ​ສັງ​ເກດ​ການ​ໄພ​ພິ​ບັດ​


Japan Satellite Launch
please wait

No media source currently available

0:00 0:01:07 0:00

ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ອົງ​ການ​ອະ​ວະ​ກາດ JAXA ຂອງ ຍີ່​ປຸ່ນ ໃນ​ວັນ​ຈັນ​ມື້ນີ້ ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ປ່ອນ​ຈະຫຼວດ H3 ​ທີ່​ດີ​ທີ່​ສຸດຂອງ​ເຂົາ​ເຈົ້າເປັນ​ລຳ​ທີ​ສາມ ຊຶ່ງ​ບັນ​ທຸກ​ດາວ​ທຽມ ເຣ​ດາ ALOS-4 ມູນ​ຄ່າ 200 ລ້າ​ນ​ໂດ​ລາ.

ດາວ​ທຽມ ALOS-4 ແມ່ນ​ດາວ​ທຽມ​ສັງ​ເກດ​ການ​ຈັດ​ການ​ໄພ​ພິ​ບັດ​ເທິງ​ດິນ ທີ່​ສາ​ມາດ​ກວດ​ສອບ​ພື້ນ​ທີ່​ທີ່​ຖືກ​ກະ​ທົບ​ໂດຍ​ໄພ​ພິ​ບັດ ແລະ ການ​ປ່ຽນ​ແປງ​ຂອງ​ພື້ນ​ດິນ ແລະ ຍັງ​ຄາດ​ວ່າ​ຈະ​ຊ່ວຍ​ໃຫ້​ເຂົ້າ​ໃຈກິດ​ຈະ​ກຳ​ຂອງ​ພູ​ໄຟ​ອີກ​ດ້ວຍ.

ການ​ປ່ອຍ​ຈະຫຼວດ​ໃນ​ວັນ​ຈັນ​ມື້ນີ້​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ການ​ບິນ​ຄັ້ງ​ທຳ​ອິດ​ຂອງ H3 ໄດ້​ສົ່ງ​ຜົນ​ໃຫ້​ເກີດ​ການ​ທຳ​ລາຍ​ລ້າງ​ດ້ວຍ​ມື ແລະ ການ​ສູນ​ເສຍ​ດາວ​ທຽມ ALOS-3 ໃນ​ເດືອນ​ມີ​ນາ​ປີ​ກາຍນີ້.

ອົງ​ການ​ສຳຫຼວດ​ອະ​ວະ​ກາດ ຍີ່​ປຸ່ນ ແລະ ຜູ້​ຮັບ​ເໝົາ​ຫຼັກ​ຄື​ບໍ​ລິ​ສັດ ມິດ​ຊູ​ບິ​ຊິ ອຸດ​ສາ​ຫະ​ກຳ​ໜັກ ມີ​ແຜນ​ສຳ​ລັບ​ການ​ນຳ​ໃຊ້​ຈະຫຼວດ H3 ແທນ​ຈະຫຼວດ H-IIA ອາ​ຍຸ​ຊາວ​ປີ, ໂດຍ​ຫວັງ​ວ່າ​ການ​ມີ​ຄ່າ​ໃຊ້​ຈ່າຍ​ຕ່ຳ​ຂອງ​ມັນ ແລະ ​ນ້ຳ​ໜັກ​ບັ​ນ​ທຸກ​ຂອງ​ມັນ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້​ຊະ​ນະ​ການ​ສັ່ງ​ໃຫ້​ປ່ອຍ​ຍານ​ຈາກ​ບັນ​ດາ​ລູກ​ຄ້າ​ໃນ​ທົ່ວ​ໂລກ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

Japan's space agency JAXA on Monday successfully launched its third H3 flagship rocket carrying a $200 million radar satellite ALOS-4.

lite that can monitor disaster-hit areas and ground transformation and is also expected to help understand volcanic activity.

The launch on Monday came after the first H3 flight resulted in manual destruction and the loss of ALOS-3 last year in March.

Japan Aerospace Exploration Agency and primary contractor Mitsubishi Heavy Industries plan for the H3 to replace the two-decade-old H-IIA rocket, hoping that its lower costs and greater payload capacity will help them win launch orders from global clients.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG