ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ​ປຸ່ນ​ ລຶບ​ຊື່​ ເກົາ​ຫຼີ​ໃຕ້​ ອອກ​ຈາກ​ບັນ​ຊີ ປະ​ເທດ​ທີ່​ໄດ້​ຮັບ​ຖາ​ນະ​ພິ​ເສດ ທາງ​ດ້ານ​ການ​ຄ້າ


ພວກ​ປະ​ທ້ວງ​ເກົາ​ຫຼີ​ໃຕ້ ຖື​ປ້າຍລະ​ຫວ່າງ​ການ​ເຕົ້າ​ໂຮມ​ກັນ​ຕໍ່ຕ້ານ ຍີ​ປຸ່ນ ຢູ່​ໜ້າ​ສະ​ຖານ​ທູດ​ຍີ​ປຸ່ນ ໃນ​ນະ​ຄອນ​ໂຊ​ລ ປະ​ເທດ​ເກົາ​ຫຼີ​ໃຕ້ ວັນ​ທີ 2, 2019.
ພວກ​ປະ​ທ້ວງ​ເກົາ​ຫຼີ​ໃຕ້ ຖື​ປ້າຍລະ​ຫວ່າງ​ການ​ເຕົ້າ​ໂຮມ​ກັນ​ຕໍ່ຕ້ານ ຍີ​ປຸ່ນ ຢູ່​ໜ້າ​ສະ​ຖານ​ທູດ​ຍີ​ປຸ່ນ ໃນ​ນະ​ຄອນ​ໂຊ​ລ ປະ​ເທດ​ເກົາ​ຫຼີ​ໃຕ້ ວັນ​ທີ 2, 2019.

ຍີ​ປຸ່ນ​ໄດ້​ລຶບ​ຊື່​ເກົາ​ຫຼີ​ໃຕ້​ອອກ​ຈາກ​ບັນ​ຊີພາ​ຄີ​ທີ່​ໄດ້​ຮັບ​ຖາ​ນະ​ພິ​ເສດ​ທາງ​ດ້ານ​ການຄ້າ​
ຂອງ​ຕົນ ຊຶ່ງ​ເປັນ​ການ​ເພີ້ມທະ​ວີ​ໃນ​ການໂຕ້​ຖຽງ​ທາງດ້ານການ​ຄ້າ ​ທີ່ມີ​ຮາກ​ເຫງົ້າມາ​
ຈາກ​ຄວາມ​ເຄັ່ງ​ຕຶງ​ທາງປະ​ຫວັດ​ສາດ.

ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ​ຊິ​ນ​ໂຊ ອາ​ເ​ບະ ນາ​ຍົກລັດ​ຖະມົນ​ຕີ​ຫົວ​ອະ​ນຸ​ລັກ​ນິ​ຍົມ
​ຂອງ​ຍີ​ປຸ່ນ ໃນ​ວັນ​ສຸກ​ມື້​ນີ້ ​ໄດ້ໃຫ້​ການ​ອະ​ນຸ​ມັດ​ຕໍ່​ແຜນການ​ລຶບ​ຊື່​ເກົາ​ຫຼີ​ໃຕ້​ອອກ​ຈາກ​ບັນ
​ຊີ ທີ່​ຮ້ອງວ່າ “ບັ​ນ​ດາປະ​ເທດ​ຂາວ” ທີ່​ໄດ້​ຮັບ​ຖາ​ນະພິ​ເສດ​ທາງ​ດ້ານ​ການ​ຄ້າ.

ເລີ້ມ​ແຕ່​ວັນ​ທີ 28 ສິງ​ຫາ​ຈະ​ມາ​ເຖິງ​ນີ້​ເປັນ​ຕົ້ນ​ໄປ ບັນ​ດາ​ບໍ​ລິ​ສັດ​ຍີ​ປຸ່ນ ຕ້ອງໄດ້
ຂໍ​ການ​ອະ​ນຸ​ມັດ ເປັນ​ລະ​ກໍ​ລະ​ນີ ຈາກ​ກະ​ຊວງການ​ຄ້າ​ຍີ​ປຸ່ນ ກ່ອນຈະ​ສົ່ງ​ຜະ​ລິດ​ຕະ​ພັນ
ບາງ​ຢ່າງ ທີ່​ອາດຫັນ​ປ່ຽນໄປ​ໃຊ້ໃນ​ທາງ​ທະ​ຫານ ໃຫ້​ແກ່​ເກົາ​ຫຼີ​ໃຕ້.

ປະ​ທາ​ນາ​ທິບໍດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ເຈ-ອິນ ໄດ້​ຮ້ອງ​ການ​ເຄື່ນ​ໄຫວນີ້​ວ່າ “ເຫັ​ນ​ແກ່​ໂຕ”
ແລະ​ “ເປັນບັນ​ຫາທ້າ​ທາຍ​ທີ່ຮ້າຍ​ແຮງ" ຕໍ່ຄວາມ​ສຳ​ພັນ​ລະ​ຫວ່າງ​ເກົ​າຫຼີ ກັບ ຍີ​ປຸ່ນ
​ໂດ​ຍເຕືອນ​ວ່າ ​ອາດ​ຈະ​ສ້າ​ງ​ຄວາມ​ເສຍ​ຫາຍ​ໃຫ້ແກ່​ເສດຖະ​ກິດ​ຢູ່ໃນທົ່ວ​ໂລກ.

​ກ່ອນ​ໜ້ານີ້ ໂຄ​ສົກ​ທຳ​ນຽບ​ສີ​ຟ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ໄດ້​ປະ​ກາດ​ທີ່​ຈະ “ພິ​
ຈາ​ລະ​ນາ” ​ການຕອບ​ໂຕ້.

ໃນ​ເດືອນ​ແລ້ວ​ນີ້ ​ຍີ​ປຸ່ນ​ໄດ້​ຈຳ​ກັດ​ການ​ສົ່ງ​ບັນ​ດາ​ວັດຖຸ​ຮ​າຍ​ເທັກ​ໄປຍັງເກົາ​ຫຼີ​ໃຕ້. ​ ​ວັດ
​ຖຸ​ເຫຼົ່າ​ນີ້ ​ແມ່ນ​ໃຊ້ເຂົ້າໃນ​ການ​ຜະ​ລິດເຊ​ມີ​ຄອນ​ດັກ​ເຕີ້ ແລະ​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ໂທ​
ລະ​ສັບ​ສະ​ຫຼາດ ແລະ​ເຄື່ອງ​ອີ​ເລັກ​ໂຕ​ຣ​ນິກ​ອື່ນໆ ທີ່ເປັນ​ອຸດ​ສາ​ຫະ​ກຳ ຫຼັກ​ສະ​ໜັບ​
ສະ​ໜູນເສດ​ຖະ​ກິດ​ທີ່​ກາງ​ຕໍ່​ການສົ່ງອອກຂອງ​ເກົາ​ຫຼີ​ໃຕ້.

ການ​ເຄື່ອນ​ໄຫວ​ຂອງ​ຍີ​ປຸ່ນ​ແມ່ນ​ເບິ່ງ​ກັນ​ຢ່າງກວ້າງ​ຂວາງວ່າ​ເປັນ​ການ​ຕອບ​ໂຕ້​ຕໍ່ ການ​
ຕັດ​ສິນ​ຂອງສານເກົາ​ຫຼີ​ໃຕ້ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ສັ່ງ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຍີ​ປຸ່​ນ​ຈ່າຍເງິນ​ຊົດ
​ເຊີຍໃຫ້ຊາວ​ເກົາ​ຫຼີ ຜູ້​ທີ່​ໄດ້​ຖືກ​ບັງ​ຄັບ​ໃຫ້ເຮັດວຽກ ​ໃນລະ​ຫວ່າງ​ປະ​ເທດ ​ປຸ່ນ​ຍຶດ​ຄອງ​
ເກົາ​ຫຼີນັ້ນ.

ໂຕ​ກຽວ​ໄດ້​ເນັ້ນ​ຢ້ຳ​ວ່າ ການຕັດ​ສິນ​ໃຈ ກ່ຽວ​ກັບ​ການຄ້າ​ຂອງ​ຕົນ ​ແມ່ນ​ມາ​ຈາກ​ຄວາມ​
ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ໂດຍ​ໄດ້​ຍົກ​ເອົາ​ “ເຫດ​ການ​ທີ່​ບໍ່​ເໝາະ​ສົມ”
ຈຳ​ນວນ​ນຶ່ງ ພົວ​ພັນ​ກັບ​ການ​ສົ່ງ​ອອກ​ໄປ​ເກົາ​ຫຼີ​ໃຕ້ ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ.

ເຈົ້າ​ໜ້າ​ທີ່​ຍີ​ປຸ່ນ​ຈຳນວນ​ນຶ່ງ ​ຍັງ​ປາ​ກົດເອົາ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວໄປ​ເຊື່ອມ​ໂຍງ
​ໃສ່​ປະ​ວັດ​ສາດ​ທີ່​ມີ​ການໂຕ້ຖຽງ​ກັນ​.​

Japan has removed South Korea from a list of its preferred trading partners, a major escalation in a trade dispute rooted in historical tensions.

The cabinet of Shinzo Abe, Japan's conservative prime minister, on Friday approved plans to remove South Korea from the list of so-called "white countries" with preferred trade status.

Beginning August 28, Japanese companies must now seek case-by-case approval from Japan's trade ministry before shipping certain products, which could be diverted for military use, to South Korea.

South Korean President Moon Jae-in called the move "selfish" and a "grave challenge" to Korean-Japan relations, warning it could damage the global economy.

Earlier, a South Korean presidential Blue House spokesperson vowed a "resolute" response.

Japan last month restricted exports of high-tech materials to South Korea. The materials are used to produce semiconductors and displays in smartphones and other electronics that serve as the backbone of South Korea's export-driven economy.

Japan's moves are widely seen as retaliation for recent South Korean court rulings ordering Japanese companies to compensate Koreans who were forced to work during Japan's colonial occupation of Korea.

Tokyo insists its trade decisions were motivated by national security concerns. It has cited "improper incidents" involving exports to South Korea, but hasn't provided many details. Some Japanese officials have also appeared to link the decisions to historical disputes.

XS
SM
MD
LG