ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ຢູ​ລ​ ແລະ​ທ່ານ​ກິ​ຊິ​ດະ ປະ​ຕິ​ຍານ​ວ່າ ​ໂຊ​ລ ແລະ​ໂຕ​ກຽວ ຈະ​ມີຄວາມ​ສຳ​ພັນ​ທີ່​ດີ​ຂຶ້ນ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ


ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢ​ລ, ຂວາ, ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ຮ່ວມ ຫຼັງ​ຈາກ​ການ​ພົບ​ປະ​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທີ່​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 7 ພຶດ​ສະ​ພາ 2023.
ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢ​ລ, ຂວາ, ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ຮ່ວມ ຫຼັງ​ຈາກ​ການ​ພົບ​ປະ​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທີ່​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 7 ພຶດ​ສະ​ພາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢ​ລ ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ວາງ​ແຜນ​ເພື່ອ​ເອົາ​ບາດ​ກ້າວ​ ຢ່າງ​ສະ​ເພາະ​ເຈາະ​ຈົງ ເພື່ອ​ເລັ່ງ​ລັດ​ ການ​ຮ່ວມ​ມື​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ເສດ​ຖະ​ກິດ ກັບ​ປະ​ເທດ​ຍີ່​ປຸ່ນ ຫຼັງ​ຈາກ​ການ​ພົບ​ປະ​ສຸດຍອດ​ຂອງ​ທ່ານກັບນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ ທ່ານຟູ​ມີ​ໂອະ ກິ​ຊິ​ດະ ອີງ​ຕາມ​ລາຍ​ງານ
ຂອງ​ອົງ​ການ​ຂ່າວ​ເອ​ພີ. ທ່ານ​ກິ​ຊິ​ດະ ໃນ​ລະ​ຫວ່າງ​ການ​ພົບ​ປະ ​ເມື່ອ​ວັນ​ອາ​ທິດ ວານນີ້ ໄດ້​ສະ​ແດງ​ຄວາມເສຍ​ໃຈ​ກ່ຽວ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ທີ່ຊາວ​ເກົາ​ຫຼີ​ໃຕ້​ໄດ້​ຖືກ​ບັງ​ຄັບເປັນ​ຂ້າ​ທາດ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ ໃນ​ລະ​ຫວ່າງ​ສະ​ໄໝ​ການ​ປົກ​ຄອງ​ແບບ​ອາ​ນາ​ນິ​ຄົມ​ຂອງ​ຍີ່​ປຸ່ນ ​ຢູ່​ແຫຼມ​ເກົາ​ຫຼີ ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ​ທັງ​ສອງ​ປະ​ກາດ​ວ່າ ​ຈະ​ເອົາ​ຊະ​ນະ​ຄວາມ​ຂຸ້ນ​ຂ້ອງ​ໝອງ​ໃຈ​ທາງ​ປະ​ຫວັດ​ສາດແລະ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ທ່າມ​ກາງ​ການ​ປະ​ເຊີນ​ໜ້າ​ກັບ​ການ​ຂົ່ມ​ຂູ່​ ຈາກໂຄງ​ການນິວ​ເຄ​ລ​ຍ​ຂອງ​ເກົາ​ຫຼີ​ເໜືອ ແລະ​ບັນ​ຫາ​ທ້າ​ທາຍອື່ນໆ. ທ່ານ​ຢູນ ​ທ່ານ​ກິ​ຊິ​ດະ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຄາດ​ວ່າ​ຈະ​ພົບ​ປະ​ກັນ​ຢູ່​ຂ້າງນອກ​ຂອງກອງ​ປະ​ຊຸມ​ກຸ່ມ​ຈີ 7 ທີ່​ເມືອງ​ຮິ​ໂຣ​ຊິ​ມະ ໃນ​ທ້າຍ​ເດື​ອນນີ້.

South Korean President Yoon Suk Yeol is calling for officials to map out specific steps to hasten security and economic cooperation with Japan following his weekend summit in Seoul with Japanese Prime Minister Fumio Kishida. Kishida during Sunday’s meeting expressed sympathy toward Koreans forced into industrial slavery during Japan’s 1910-45 colonial rule of the Korean Peninsula as the leaders vowed to overcome historical grievances and strengthen cooperation in the face of the North Korean nuclear threat and other challenges. Yoon, Kishida and President Joe Biden are expected to meet on the sidelines of the Group of Seven meetings in Hiroshima later this month.

XS
SM
MD
LG