ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນໄປສໍາຫຼວດເບິ່ງເກາະ ທີ່ເປັນຂໍ້ຂັດແຍ້ງກັນກັບຈີນ (ວີດີໂອ)


ລິງໂດຍກົງ

ບັນຫາຂັດແຍ້ງກັນເລື້ອງເກາະ ລະຫວ່າງຈີນກັບຍີ່ປຸ່ນ ຈະຮວມຢູ່ໃນຫົວຂໍ້ການຫາລືກັນ ຂອງກອງປະຊຸມ APEC

ຄະນະນັກສໍາຫລວດກຸ່ມ​ນຶ່ງ ທີ່ຕາງໜ້າໃຫ້ແກ່ເທດສະບານ
ນະຄອນຫລວງໂຕກຽວ ໄດ້ໄປເຖິງເຂດໃກ້ກັບໝູ່ເກາະອັນ
ນ້ອຍໆ ທີ່ເປັນຈຸດໃຈກາງຂອງການຂັດແຍ້ງກັນ ທາງເຂດ
ນໍ້າແດນດິນ ກັບຈີນນັ້ນ.

ໝູ່ເກາະທີ່ຖືກກ່າວອ້າງເອົາກໍາມະສິດໂດຍຍີ່ປຸ່ນ, ຈີນ, ແລະ
ໄຕ້ຫວັນ ແມ່ນມີຊື່ເປັນພາສາ ຍີ່ປຸ່ນວ່າ Senkaku ແລະໃນ
ພາສາຈີນວ່າ Diaoyu. ລັດຖະບານກຸງໂຕກຽວກໍາລັງຫາເງິນ
ມາຊື້ເອົາເກາະເຫລົ່ານັ້ນ ຈໍານວນນຶ່ງ ທີ່ເປັນກໍາມະສິດຂອງ
ເອກະຊົນ. ກຸ່ນນັກຊ່ຽວຊານທີ່ມີ 25 ຄົນ ໄດ້ເລີ້ມທໍາການສໍາ
ຫລວດໝູ່ເກາະດັ່ງກ່າວ ທີ່​ກໍານົດ​ໃຊ້​ເວລາ​ເກືອບຮອດ 10 ຊົ່ວ
ໂມງ. ທີມສໍາ​ຫລວດເວົ້າວ່າ ພວກຕົນຈະບໍ່ຂຶ້ນໄປເທິງໝູ່ເກາະ
ທີ່ມີການຂັດແຍ້ງກັນຢູ່ນັ້ນ ​ແລະ​ພຽງແຕ່ຈະຂີ່​ເຮືອອ້ອມໆ​ເກາະ
ເທົ່ານັ້ນ ເພື່ອທໍາການສຶກສາ ສໍາຫລວດ.

ຫົວໜ້າທີມ ທ່ານ Seiichiro Sakamaki ເວົ້າວ່າ: “ການເດີນທາງໃນຄັ້ງນີ້ ແມ່ນອີງຕາມ
ການໂອ້ລົມກັນຂອງລັດຖະບານທີ່ຈະຊື້ທີ່ດິນດັ່ງກ່າວ. ຖ້າຫາກໃຜຜູ້ນຶ່ງຢາກຈະຊື້ດິນ ແຕ່ບໍ່ສາມາດສໍາຫລວດດິນຂອງຕົນໄດ້ ແລ້ວມັນຈະມີຄວາມໝາຍຫຍັງ.”


ໃນເດືອນແລ້ວນີ້ ຍີ່ປຸ່ນໄດ້ກັກ​ໂຕພວກນັກເຄື່ອນໄຫວຊາວຮົງກົງ 14 ຄົນ ທີ່ໄດ້ຂຶ້ນໄປ ເທິງໝູ່ເກາະເຫລົ່ານັ້ນ ແລະ​ໄດ້ປ່ອຍພວກເຂົາເຈົ້າໄປ ​ໃນ​ເວລາ​ຕໍ່​ມາ.

ພວກນັກເຄື່ອນໄຫວຊາວຍີ່ປຸ່ນ ກໍໄດ້ເດີນທາງໄປຍັງ​ໝູ່​ເກາະ​ເຫລົ່ານັ້ນ ເຊັ່ນດຽວກັນ. ກຸ່ມນຶ່ງທີ່ເຮັດແບບດຽວກັນນັ້ນ ຊຶ່ງລວມມີພວກຜູ້ແທນສະພາຫລາຍໆທ່ານ ໄດ້ຂຶ້ນໄປຍັງ
ໝູ່​ເກາະແຫ່ງນັ້ນ ໃນສອງສາມມື້ ລຸນຫລັງທີ່ຊາວຈີນຖືກກັກຂັງ.

ໝູ່ເກາະທີ່ບໍ່ມີຄົນຢູ່ອາໄສ ມັກຈະເປັນຈຸດຂັດແຍ້ງທີ່ມີຄວາມຟົດເດືອດກັນເລື້ອຍໆ ລະ ຫວ່າງລັດຖະບານກຸງໂຕກຽວ ແລະກຸງປັກກິ່ງ. ໝູ່ເກາະເຫລົ່ານີ້ ຕັ້ງຢູ່ໃນເຂດທີ່ອຸດົມສົມ ບູນໄປດ້ວຍບໍ່ແກັສທໍາມະຊາດ ແລະຫ້ອມ​ລ້ອມໄປດ້ວຍແຫລ່ງຫາປາທີ່ອຸດົມຮັ່ງມີ.
XS
SM
MD
LG