ຍີ່ປຸ່ນ ປະເຊີນກັບການຂາດເຂີນແຮງງານຕ່າງປະເທດປະມານ 1 ລ້ານຄົນໃນປີ 2024, ຖ້າລັດຖະບານຕ້ອງການທີ່ຈະບັນລຸເປົ້າຫມາຍໃນການຂະຫຍາຍໂຕທາງດ້ານເສດຖະກິດຂະນະທີ່ຈໍານວນປະຊາກອນຫຼຸດຈໍານວນລົງ, ຈາກການຄາດຄະເນຂອງບັນດານັກຄິດທີ່ສະຫນັບສະຫນູນໂດຍລັດຖະບານ ເປີດເຜີຍໃຫ້ເຫັນໃນວັນພະຫັດວານນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.
ຂະນະນີ້, ມີຄົນຕ່າງປະເທດຈໍານວນ 5.91 ລ້ານຄົນຈະໄປເຮັດວຽກຢູ່ ຍີ່ປຸ່ນ ໃນປີ 2024, ແຮງງານຕ່າງປະເທດປະມານ 1 ລ້ານຄົນ ຈຳເປັນຕ້ອງຮັກສາອັດຕາການເຕີບໃຫຍ່ໂດຍສະເລ່ຍໃຫ້ໄດ້ຈໍານວນ 1.24 ເປີເຊັນ ຕໍ່ປີ, ອີງຕາມການກ່າວຂອງອົງການການຄົ້ນຄວ້າຮ່ວມມືສາກົນຂອງຍີ່ປຸນ ຫຼື JICA.
ຊ່ອງຫວ່າງຄວາມຕ້ອງການ ແລະສະໜອງແຮງງານຕ່າງປະເທດ ຂະຫຍາຍໂຕກວ້າງຂຶ້ນຫຼາຍກວ່າ 2 ເທົ່າຈາກການຄາດການໃນກ່ອນໜ້ານັ້ນຂອງອົງການ JICA ເມື່ອປີ 2022, ລຸນຫຼັງທີ່ບັນດານັກຄົ້ນຄ້ວາໄດ້ທໍາການຍົກລະດັບຂໍ້ມູນສໍາລັບພິຈາລະນາເຂົ້າສູ່ບັນຊີຂອງບັນດາປະເທດທີ່ການຂະຫຍາຍຂອງລະບົບເສດຖະກິດ ຊ້າກວ່າທີ່ໄດ້ຄາດການໄວ້ ເຊັ່ນ ຫວຽດນາມ, ມຽນມາ ແລະ ກຳປູເຈຍ.
ແຮງງານຕ່າງປະເທດ ມີຄວາມສຳຄັນຕໍ່ເສດຖະກິດຂອງ ຍີ່ປຸ່ນ ເນື່ອງຈາກພວກເຂົາເຈົ້າໄດ້ຊ່ວຍເຮັດໃຫ້ການຂາດເຂີນແຮງງານອັນໜັກໜ່ວງຍ້ອນຈໍານວນຜູ້ມີອາຍຸສູງເພີ້ມຂຶ້ນໄວວາ ແລະອັດຕາການເກີດທີ່ຫຼຸດນ້ອຍລົງ.
ຈຳນວນຄົນງານຕ່າງປະເທດຢູ່ ຍີ່ປຸ່ນ ເພີ້ມຂຶ້ນຫຼາຍກວ່າ 4 ເທົ່າໃນ 15 ປີຜ່ານມາເຖິງ 2.05 ລ້ານຄົນ ຫຼື ປະມານ 3 ເປີເຊັນຂອງຈໍານວນແຮງງານທັງໝົດ, ອີງຕາມສະຖິຕິໃນເດືອນຕຸລາຂອງປີແລ້ວນີ້.
ລັດຖະບານ ໄດ້ຂະຫຍາຍໃບອະນຸຍາດວີຊາເຮັດວຽກໃຫ້ຫຼາຍຂຶ້ນກວ່າເກົ່າສໍາລັບຈໍານວນຂະແໜງການແຮງງານ ແລະ ຈໍານວນວຽກທີ່ມີຄວາມຊຳນານ ດ້ວຍການແບ່ງເບົາຄວາມຄິດເຫັນຂອງປະຊາຊົນ ໂດຍການຮັບເອົາແຮງງານຂອງຄົນເຂົ້າເມືອງ.
ແຕ່ວ່າ ດ້ວຍອຸປະສັກຕ່າງໆລວມທັງຄ່າຂອງເງິນເຢນທີ່ອ່ອນຄ່າ, ຄ່າແຮງງານທີ່ຕ່ຳລົງ ແລະບັນຫາດ້ານສິດທິມະນຸດ, ຍີ່ປຸ່ນ ຕ້ອງເພີ້ມຄວາມພະຍາຍາມໃນການແຂ່ງຂັນລະດັບໂລກ ເພື່ອຊອກຫາຜູ້ມີພອນສະຫວັນ, ອີງຕາມການກ່າວຂອງບັນດານັກຊ່ຽວຊານ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
TOKYO, July 4 (Reuters) - Japan faces a shortage of almost one million foreign workers in 2040 if the government wants to achieve its economic growth goals as the population dwindles, an estimate from a state-backed think tank showed on Thursday.
At the current pace, 5.91 million foreign people will be working in Japan in 2040, almost one million short of the foreign workforce needed to sustain the targeted average annual growth rate of 1.24%, the Japan International Cooperation Agency (JICA)'s research arm said.
The demand-supply gap in foreign labour widened more than twofold from JICA's previous estimate in 2022, after the researchers updated the data to take into account slower than expected economic growth in emigrating countries like Vietnam, Myanmar and Cambodia.
Foreign workers are crucial to Japan's economy as they help to fill a severe labour shortage due to the rapid aging and plummeting birthrate.
The number of foreign workers in Japan more than quadrupled in the past 15 years to 2.05 million, or about 3% of the entire workforce, as of October last year.
The government has expanded work visa permits to a number of blue-collar sectors and skilled jobs with easing public opinions on accepting the immigrant labour.
But with hurdles including the yen currency's weakening, conventionally low wages and human rights issues, Japan has to ramp up its efforts to stay competitive in the global race for talents, experts have said.
ຟໍຣັມສະແດງຄວາມຄິດເຫັນ