ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍີ່​ປຸ່ນ ຢືນ​ຢັນ​ກໍ​ລະ​ນີ​ ການ​ຕິດ​ເຊື້ອ​ໄວ​ຣັ​ສ ​ໂຄ​ໂຣ​ນາ ​ຊະ​ນິດ​ໃໝ່​ ໃນ​ປະ​ເທດ


ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຢືນ​ຍາມຢູ່​ຕໍ່​ໜ້າ​ຮ້ານ​ຂາຍ​ສົ່ງ​ອາ​ຫານ​ທະ​ເລທີ່​ຖືກ​ປິດ​ໃນ​ເມືອງ ຮູ​ໜານ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ສາ​ທ​າ​ລະ​ນະ​ສຸກ​ເວົ້າ​ວ່າ​ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ​ຍ້ອນສິນ​ຄ້າ​ທີ່​ຖືກ​ຊື້​ຢູ່​ທີ່​ນັ້ນ, ເມືອງວູ​ຫານ, ແຂວງ ຮູ​ເບີ້ຍ, ຈີນ. 12 ມັງ​ກອນ, 2020.
ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຢືນ​ຍາມຢູ່​ຕໍ່​ໜ້າ​ຮ້ານ​ຂາຍ​ສົ່ງ​ອາ​ຫານ​ທະ​ເລທີ່​ຖືກ​ປິດ​ໃນ​ເມືອງ ຮູ​ໜານ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ສາ​ທ​າ​ລະ​ນະ​ສຸກ​ເວົ້າ​ວ່າ​ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ​ຍ້ອນສິນ​ຄ້າ​ທີ່​ຖືກ​ຊື້​ຢູ່​ທີ່​ນັ້ນ, ເມືອງວູ​ຫານ, ແຂວງ ຮູ​ເບີ້ຍ, ຈີນ. 12 ມັງ​ກອນ, 2020.

ຍີ່​ປຸ່ນ ໄດ້​ຢືນ​ຢັນກໍ​ລະ​ນີ​ການ​ຕິດ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ​ຊະ​ນິດ​ໃໝ່​ໃນ​ວັນ​ພະ​ຫັດ​ມື້ນີ້, ເຊິ່ງ​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ເມືອງ ວູ​ຫານ ໃນ​ພາກ​ກາງ​ຂອງ ຈີນ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຍີ່​ປຸ່ນ ໄດ້​ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ອາຍຸ 30 ປີກວ່າ ໄດ້​ຖື​ກກວດ​ພົບ​ຕິດ​ໄວ​ຣັ​ສ ຫລັງ​ຈາກ​ໄດ້​ເດີນ​ທາງ​ກັບ​ຈາກ​ເມືອງ ວູ​ຫານ.

ທ່ານ ໂຢ​ຊິ​ຮິ​ເດະ ຊູ​ກະ ໂຄ​ສົກ​ລັດ​ຖະ​ບານ ​ໄດ້​ກ່າວ​ວ່າ “ລັດ​ຖະ​ບານ ຍີ່​ປຸ່ນ ໄດ້​ຈັດ​ກອງ​ປະ​ຊຸມ​ກັບ​ກະ​ຊວງ​ທີ່ກ່ຽວ​ຂ້ອງ ກ່ຽວ​ກັບ ບັນ​ຫານີ້, ເມື່ອ​ຕອນ​ເຊົ້າ​ມື້ນີ້. ​ແລະ ໃນ​ປັດ​ຈຸ​ບັນ, ກໍ​ລະ​ນີ​ຂອງ​ການ​ຕິ​ດ​ຕໍ່​ມະ​ນຸດ​ຫາ​ມະ​ນຸດ​ນັ້ນ​ແມ່ນບໍ່​ໄດ້​ຖືກ​ຢືນ​ຢັນ​ເທື່ອ. ໃນ​ເວ​ລານີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ສະ​ຖາ​ບັນ​ທີ່​ກ່ຽວ​ຂ້ອງ​ ຈະ​ເຮັດ​ວຽກ​ຢ່າງ​ສຸດ​ຂີດ​ເພື່ອ​ເກັບ​ກຳ​ຂໍ້​ມູນ, ຮັບ​ປະ​ກັນ​ການ​ກັກ​ຕົວ​ເພື່ອ ກວດ​ໂຣກ​ຢ່າງ​ຮອບ​ຄອບ​ຢູ່​ເຂດ​ຊາຍ​ແດນ ແລະ ກວດ​ກາ​ຄົນ​ໄຂ້​ຜູ້​ທີ່​ອາດ​ຕິດ​ໄວ​ຣັ​ສ​ນັ້ນ.”

ການ​ສືບ​ສວນ​ເບື້ອງ​ຕົ້ນ​ໄດ້​ລະ​ບຸ​ວ່າ ສ່ວນຫຼາຍ​ຂອງ​ຄົນ​ໄຂ້ 41 ຄົນ​ ທີ່​ຕິດ​ເຊື້ອ ໄວ​ຣັ​ສ​ໂຄ​ໂຣ​ນາ​ໃໝ່ນັ້ນ ແມ່ນ​ໄດ້​ເຮັດ​ວຽກ ຫຼື ໄປ​ຕະຫຼາດ​ຂາຍ​ອາ​ຫາ​ນທະ​ເລ​ທີ່​ສະ​ເພາະ​ເຈາະ​ຈົງ​ໃດ​ນຶ່ງ ​ໃນ​ເມືອງ ວູ​ຫານ.

ຜູ້​ຊາຍ​ອາ​ຍຸ 61 ປີ​ທີ່​ມີ​ອາ​ການ​ຮຸນ​ແຮງໄດ້​ເສຍ​ຊີ​ວິດ​ຍ້ອນ​ໄວ​ຣັ​ສ​ໂຄ​ໂຣ​ນາ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ.

Japan confirmed on Thursday its first case of the new coronavirus infection, traced to the central Chinese city of Wuhan.

The Japanese health ministry said a man in 30'stested positive after returning from Wuhan.

"The Japanese government held a meeting with the related ministries on this, this morning. As of now, the case of the constant human-to-human infection is not confirmed. As of now, the health ministry and related institutions will do their utmost upon to collect information, ensuring thorough quarantine (at the border) and testing the patients who are possibly infected with the virus."

Preliminary investigations indicate that most of the 41 people patients of the novel coronavirusworked at or visited a particular seafood wholesale market in Wuhan.

A 61-year-old man with severe underlying conditions died from the coronavirus on Saturday.

XS
SM
MD
LG