ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ຍີ່ປຸ່ນ ດຶງດູດນັກທ່ອງທ່ຽວໃນເດືອນມິຖຸນາຫຼາຍເປັນສະຖິຕິ


ພາບທີ່ຖືກຖ່າຍໃນວັນທີ 30 ເມສາ 2024 ນີ້ສະແດງໃຫ້ເຫັນນັກທ່ອງທ່ຽວ ຍ່າງຜ່ານຖະໜົນຊັອບປິ້ງ ນາກມິເຊະ ໃກ້ກັບວັດ ເຊັນໂຊຈິ ໃນນະຄອນຫຼວງ ໂຕກຽວ.
ພາບທີ່ຖືກຖ່າຍໃນວັນທີ 30 ເມສາ 2024 ນີ້ສະແດງໃຫ້ເຫັນນັກທ່ອງທ່ຽວ ຍ່າງຜ່ານຖະໜົນຊັອບປິ້ງ ນາກມິເຊະ ໃກ້ກັບວັດ ເຊັນໂຊຈິ ໃນນະຄອນຫຼວງ ໂຕກຽວ.

ຍີ່ປຸ່ນ ໄດ້ສ້າງສະຖິຕິສຳລັບການມີນັກທ່ອງທ່ຽງຢ້ຽມຢາມຢ່າງຫຼວງຫຼາຍໃນ ເດືອນມິຖຸນາທີ່ຜ່ານມາ, ຂໍ້ມູນທາງການໄດ້ສະແດງໃຫ້ເຫັນໃນວັນສຸກມື້ນີ້,​ ໃນຂະນະທີ່ຄ່າເງິນ ເຢັນ ທີ່ອ່ອນແອໄດ້ເປັນສາເຫດເຮັດໃຫ້ຂະແໜງການທ່ອງ ທ່ຽວຂະຫຍາຍຕົວ ອັນທີ່ໄດ້ກາຍເປັນແຮງຜັກດັນທີ່ສຳຄັນສຳລັບເສດຖະກິດ.

ຕົວເລກຂອງຜູ້ຢ້ຽມຢາມຕ່າງປະເທດສຳລັບທຸລະກິດ ແລະ ພັກຜ່ອນແມ່ນ 3,140,000 ຄົນໃນເດືອນແລ້ວນີ້, ເຊິ່ງກາຍສະຖິຕິປະຈໍາເດືອນກ່ອນໜ້ານີ້ 3,080,000 ຄົນທີ່ຖືກຕັ້ງໄວ້ໃນເດືອນມິຖຸນາ ແລະ ເພີ່ມຂຶ້ນຈາກ 3,040,000 ຄົນໃນເດືອນພຶດສະພາ, ຂໍ້ມູນຈາກອົງການການທ່ອງທ່ຽວແຫ່ງຊາດ ຍີ່ປຸ່ນ ໄດ້ສະແດງໃຫ້ເຫັນ.

ການເດີນທາງຮອດຂອງນັກເດີນທາງ 17,780,000 ຄົນຜ່ານເດືອນມິຖຸນາ ທີ່ຜ່ານມາຍັງຖືກບັນທຶກສຳລັບໄລຍະເຄິ່ງປີ ແລະ ກຳລັງທີ່ຈະທຳລາຍສະຖິຕິ ສູງສຸດປະຈຳປີທີ່ 31,900,000 ຄົນໃນປີ 2019, ກ່ອນໂຣກລະບາດ ໂຄວິດ-19 ໄດ້ປິດເຂດຊາຍແດນທົ່ວໂລກ.

ການໃຊ້ຈ່າຍໂດຍນັກທ່ອງທ່ຽວແມ່ນຄາດວ່າຈະສູງເຖິງ 8 ພັນຕື້ເຢັນ ຫຼື 50 ພັນລ້ານໂດລາໃນປີນີ້, ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ໄດ້ກ່າວໃນວັນສຸກ ມື້ນີ້, ໂດຍກ່າວຕື່ມວ່າ ລັດຖະບານຈຳເປັນຕ້ອງທີ່ຈະປ້ອງກັນ “ການທ່ອງທ່ຽວ ເກີນຂະໜາດ”. ອຸດສາກະກໍາທ່ອງທ່ຽວແມ່ນຄາດວ່າຈະກາຍເປັນພາກສ່ວນ ການສົ່ງອອກທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງ ຍີ່ປຸ່ນ ສຳລັບປີ 2024, ຕາມຫຼັງພາກສ່ວນລົດຍົນ ແລະ ນຳໜ້າເຄື່ອງໃຊ້ອີເລັກໂທຣນິກ.

ການຕົກຕໍ່າລົງຂອງເງິນເຢັນຕໍ່ເງິນໂດລາໃນຮອບ 38 ປີໄດ້ເຮັດໃຫ້ ຍີ່ປຸ່ນ ເປັນປະເທດທີ່ມີລາຄາຖືກຢ່າງຕ້ານທານບໍ່ໄດ້ສຳລັບນັກທ່ອງທ່ຽວຕ່າງປະເທດ. ຈາກຕະຫຼາດ 23 ແຫ່ງທີ່ຖືກຕິດຕາມໂດຍອົງການການທ່ອງທ່ຽວ ຍີ່ປຸ່ນ, ບັນດານັກທ່ອງທ່ຽວຈາກ 18 ພາກພື້ນໄດ້ສ້າງສະຖິຕິໃໝ່ສຳລັບການເດີນທາງ ມາຮອດໃນເດືອນມິຖຸນາທີ່ຜ່ານມາ. ບັນດານັກທ່ອງທ່ຽວຈາກ ໄຕ້ຫວັນ ແລະ ສະຫະລັດ ມີຈຳນວນສູງທີ່ສຸດສຳລັບແຕ່ລະເດືອນ.

ທ່ານນາງ ນາໂອມິ ມາໂນະ, ປະທານອົງການທ່ອງທ່ຽວແບບຫຼູຫຼາ Luxurique ໄດ້ກ່າວວ່າ “ເງິນເຢັນທີ່ອ່ອນຄ່າໄດ້ຂະຫຍາຍຄວາມດຶງດູດ ໃຈຂອງ ຍີ່ປຸ່ນ ຢ່າງບໍ່ມີຄວາມສົງໄສເລີຍ, ສົ່ງຜົນໃຫ້ເກີດການວາງແຜນ ເດີນທາງຂຶ້ນໃນທັນທີ. ພວກເຮົາກຳລັງພົບເຫັນຄົນຈາກຫຼາກຫຼາຍປະເທດ ກວ່າເກົ່າມາຢ້ຽມຢາມ ຍີ່ປຸ່ນ, ເຊິ່ງເປັນການປ່ຽນແປງທີ່ເຫັນໄດ້ຊັດຈາກປີ 2019 ເວລາທີ່ນັກເດີນທາງປະມານ 30 ເປີເຊັນແມ່ນຄົນຈີນ.”

ອ່ານຂ່າວນີ້ເປັນພາສາອັງກິດ

Japan set a record high for monthly visitors in June, official data showed on Friday, as its weak yen fuelled a tourism boom that is becoming a key driver for the economy.

The number of foreign visitors for business and leisure was 3.14 million last month, exceeding the previous monthly record of 3.08 million set in March and up from 3.04 million in May, data from the Japan National Tourism Organization (JNTO) showed.

The 17.78 million arrivals through June were also a record for a half-year period and on pace to smash through an annual record high of 31.9 million in 2019, before the COVID-19 pandemic shut global borders.

Spending by visitors is estimated to reach 8 trillion yen ($50 billion) this year, Prime Minister Fumio Kishida said on Friday, adding that the government needed to guard against so-called "overtourism". The tourism industry is expected to become Japan's second-biggest export sector for 2024, behind automobiles and ahead of electronic components.

The yen's slide to a 38-year low against the dollar has made Japan an irresistible bargain for overseas travellers. Out of 23 markets tracked by the JNTO, travellers from 18 regions set new records for June arrivals. Visitors from Taiwan and the United States set their highest totals for any month.

"The weak yen has undoubtedly boosted Japan's appeal, encouraging spontaneous travel plans," said Naomi Mano, president of high-end travel agency Luxurique. "We are also witnessing a more diverse mix of countries visiting Japan, a notable shift from 2019 when approximately 30% of travellers were Chinese."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG