ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ແມ່ຕູ້ອາຍຸ 100 ປີ ຊາວຍີ່ປຸ່ນ ສາມາດ ແຂ່ງລອຍນ້ຳ 1,500 ແມັດ ໄດ້ສຳເລັດ


Japan 100 year old swimmer
please wait

No media source currently available

0:00 0:00:47 0:00

ເບິ່ງວີດີໂອ ລາຍງານນີ້

ແມ່ຕູ້​ຊາວ​ຍີ່ປຸ່ນ ອາຍຸ 100 ປີ ກາຍ​ມາ​ເປັນ ນັກ​ລອຍນ້ຳ ຜູ້​
ທີ່​ໄດ້​ເສັດສິ້ນ ​ໃນ​ການ​ແຂ່ງຂັນ ລອຍນ້ຳ ​ໃນທ່າຂວ້ຳໜ້າ ຫຼື
freestyle ໄລຍະ 1,500 ​ແມັດ ຄົນ​ທຳ​ອິດ ຂອງ​ໂ​ລກ.

​ແມ່ຕູ້ Mieko Nagaoka ​ໄດ້ສ້າງສະຖິຕິ​ໂລກ ສຳ​ຫລັບ ກຸ່ມ
​ອາຍຸ​ດຽວ​ກັນ ໃນການ​ແຂ່ງ​ລ່ອຍ​ນ້ຳ​ຂັ້ນອາຈານ ​ເມື່ອ​ວັນ​ເສົາ
​ຜ່ານ​ມາ ​ໃນ​ເມືອງ Matsuyama ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ຊຶ່ງ​ໄດ້​ເຂົ້າ​ເສັ້ນໄຊ ​ໂດຍໃຊ້ ​ເວລາ 1 ຊົ່ວ​ໂມງ 15 ນາທີ ​ແລະ 54 ວິນາທີ.

ສະຖິຕິ​ນີ້ ​ແມ່ນ ຄັ້ງທີ 25 ຂອງ​ແມ່ຕູ້ ນັບ​ຕັ້ງ​ແຕ່ ຜູ້ກ່ຽວ​ໄດ້​ເລີ້ມ​ລອຍນ້ຳມາ ​ໃນຊ່ວງທີ່ແມ່ຕູ້
ເລີ້ມມີອາຍຸ 80 ​ປີເປັນຕົ້ນມາ ອັນ​ເປັນສ່ວນນຶ່ງ ຂອງໂຄງການບຳບັດ​ ສຳ​ຫລັບ​ບາດເຈັບ
ທີ່​ຫົວ​ເຂົ່າ.

​ແມ່ຕູ້ Nagaoka ​ໄດ້ເລີ້ມເຂົ້າຮ່ວມ​ ການ​ແຂ່ງຂັນລອຍນ້ຳນານາ​ຊາດ ​ໃນ​ຕອນ​ທີ່​ຜູ້ກ່ຽວ​
ມີ​ອາຍຸ​ໄດ້ 88 ປີ. ແມ່ຕູ້ໄດ້​ຮັບ​ຫລຽນ​ທອງ​ແດງ ​ໃນ ການແຂ່ງ​ລອຍນ້ຳ ທ່າງາຍ​ຫລັງ ຫຼື
backstroke ​ໄລຍະ 50 ​ແມັດ ​ໃນ​ປີ 2002 ຢູ່​ທີ່​ການ​ແຂ່ງ​ຂັນ​ລອຍນ້ຳຂັ້ນອາຈານ ​ໃນ
ປະ​ເທດ New Zealand ຕິດຕາມ​ມາ​ດ້ວຍ ຫລຽນ​ເງິນ 3 ຫລຽນ ​ໃນ​ປີ 2004 ຢູ່​ທີ່
ການ​ແຂ່ງຂັນ​ລອຍນ້ຳໃນ​ Italy.

A 100-year-old Japanese woman became the world's first centenarian to complete a 1,500-meter freestyle swimming competition.

Mieko Nagaoka set a world record for her age group at a masters swimming race last Saturday in the western city of Matsuyama, finishing at one hour, 15 minutes and 54 seconds.

The record is Nagaoka's 25th since she began swimming in her earlier 80s as part of a rehabilitation program for a knee injury.

She made her debut in the international swimming competition when she was 88. She took the bronze in the 50-meter backstroke in 2002 at a masters swim meet in New Zealand, followed by three silvers in 2004 at an Italian swim meet.

XS
SM
MD
LG