ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍສຳພັນກັບຈີນ ກຳລັງຊຸດໂຊມ ເມື່ອອອສເຕຣເລຍ ຈະລົງນາມໃນຂໍ້ຕົກລົງ ດ້ານການທະຫານ ກັບ ສຫລ ແລະຍີ່ປຸ່ນ


ລູກເຮືອກຳປັ່ນລົບລູກສອນໄຟນຳວິຖີ HMAS Ballarat, ລຸ້ນ ANZAC ຂອງອອສເຕຣເລຍ, ຢືນຕົງຢູ່ເທິງເຮືອ ໃນຂະນະທີ່ ພວກເຂົາເດີນທາງຮອດບໍລິເວນທ່າເຮືອຂອງແມ່ນ້ຳຮວງປູ ໃນນະຄອນຊຽງໄຮ້, ວັນທີ 17 ພຶດສະພາ 2012.
ລູກເຮືອກຳປັ່ນລົບລູກສອນໄຟນຳວິຖີ HMAS Ballarat, ລຸ້ນ ANZAC ຂອງອອສເຕຣເລຍ, ຢືນຕົງຢູ່ເທິງເຮືອ ໃນຂະນະທີ່ ພວກເຂົາເດີນທາງຮອດບໍລິເວນທ່າເຮືອຂອງແມ່ນ້ຳຮວງປູ ໃນນະຄອນຊຽງໄຮ້, ວັນທີ 17 ພຶດສະພາ 2012.

ອອສເຕຣເລຍ ວາງແຜນທີ່ຈະລົງນາມ ໃນຂໍ້ຕົກລົງການແລກປ່ຽນດ້ານການທະ ຫານກັບພັນທະມິດເຊັ່ນ ສະຫະລັດ ແລະຍີ່ປຸ່ນ ເພື່ອວ່າ ພວກທະຫານຈາກທັງສອງຝ່າຍ ສາມາດຮວບຮວມແສນຍານຸພາບ ຂອງພວກເຂົາເຈົ້າ ຖ້າຫາກຕ້ອງ ການ ເພື່ອຕອບໂຕ້ຈີນ ຊຶ່ງໄດ້ເຂົ້າມາຫຍຸ້ງກ່ຽວໃນບັນຫາຂັດແຍ້ງກັບອອສເຕຣເລຍ ໃນໄລຍະສອງອາທິດຜ່ານມານີ້.

ທັງສອງຝ່າຍ ໄດ້ກ່າວວ່າ ຫຼັງຈາກມີກອງປະຊຸມລະດັບຜູ້ອາວຸໂສ ໃນວັນທີ 17 ພະຈິກຜ່ານມາ ພວກເຂົາເຈົ້າຈະລົງນາມໃນຂໍ້ຕົກລົງການເຂົ້າເຖິງການທະຫານ ຊຶ່ງກັນແລະກັນ ແບບດຽວກັນໃນປີໜ້າ. ຂໍ້ຕົກລົງອັນນັ້ນ ຈະອຳນວຍໃຫ້ກອງກຳລັງຈາກແຕ່ລະຝ່າຍ ປະຕິບັດການໄດ້ ຢູ່ໃນເຂດປົກຄອງຂອງກັນແລະກັນ ໂດຍຈະເຮັດໃຫ້ພວກທະຫານອອສເຕຣເລຍ ເຂົ້າມາໃກ້ຊິດກັບພວກທະຫານສະຫະລັດ ຜູ້ທີ່ປະຈຳການຢູ່ໃນຍີ່ປຸ່ນຢູ່ແລ້ວນັ້ນ.

ຂໍ້ຕົກລົງດັ່ງກ່າວ ຈະຊ່ອຍໃຫ້ທັງສອງຝ່າຍເສີມຂະຫຍາຍກຳລັງຂຶ້ນ ໃນກໍລະນີເກີດບັນຫາຂັດແຍ້ງໃດໆກັບຈີນ ຊຶ່ງເປັນຄູ່ປໍລະປັກ ໃນສົງຄາມເຢັນກັບຝ່າຍຕາເວັນຕົກ ທີ່ກຳລັງທາງດ້ານການທະຫານແລະເສດຖະກິດພວມມີການເຕີບໃຫຍ່ນັ້ນ.

ທ່ານມາລຄອມ ເດວິສ (Malcolm Davis) ນັກວິເຄາະອາວຸໂສ ໃນດ້ານຍຸທະສາດການປ້ອງກັນແລະສັກກະຍະພາບ ຢູ່ສະຖາບັນນະໂຍບາຍຍຸດທະສາດຂອງອອສເຕຣເລຍ ໃນນະຄອນຫຼວງແຄນເບີຣາ ໄດ້ກ່າວວ່າ “ເມື່ອພວກເຮົາ ພັດທະນາສາຍສຳພັນດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ ກັບເພື່ອນບ້ານຂອງພວກເຮົາ ແລະກັບຄູ່ພາຄີຂອງພວກເຮົາຢູ່ໃນພາກພື້ນ ພວກເຮົາຄຶດຢ່າງໜັກກ່ຽວກັບວ່າ ພວກເຮົາຕອບໂຕ້ຕໍ່ການຮຸກຮານ ແລະລ່ວງລ້ຳທີ່ເພີ້ມຂຶ້ນເລື້ອຍໆຂອງຈີນ ທີ່ບໍ່ພຽງໃນແງ່ຂອງການພະຍາຍາມ ແລະຂະຫຍາຍອິດທິພົນເທົ່ານັ້ນ ແຕ່ແທ້ຈິງແລ້ວ ເປັນການໂຈມຕີຕໍ່ພວກເຮົາ ໃນແງ່ຂອງສົງຄາມດ້ານການເມືອງ ແລະການບີບບັງຄັບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG