ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງຄະແນນສຽງ ຊາວອີຕາລີ ໄດ້​ຫັນ​ປ່ຽນ​ຢ່າງ​ແຮງໂດຍ​ໃຫ້​ຄະ​ແນນ​ແກ່ ພັກ​ຂວາ​ຈັດ ​ຂອງທ່ານ​ນາງ​ເມ​ໂລ​ນີ ຢ່າງ​ຫລວງ​ຫລາຍ


ທ່ານ​ນາງ Giorgia Meloni ຜູ້​ນຳພັກພະລາດອນພາບຂອງອີຕາລີ ຫລື Brothers of Italy ໄປ​ປ່ອນ​ບັດ ຢູ່​ສະ​ຖານ​ທີ່​ປ່ອນ​ບັດ​ໃນ​ນະ​ຄອນ​ຫລວງ​ໂຣມໃນ​ວັນທີ 25 ກັນ​ຍາ, 2022. ຊາວ​ອີ​ຕາ​ລີ​ກຳ​ລັງ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດທີ່​ອາດ​ຈະ​ເຮັດ​ໃຫ້​ມີ​ລັດ​ຖະ​ບານ​ທີ່​ນຳ​ພາ​ໂດຍ​ຝ່າຍ​ຂວາ​ຈັດ​.
ທ່ານ​ນາງ Giorgia Meloni ຜູ້​ນຳພັກພະລາດອນພາບຂອງອີຕາລີ ຫລື Brothers of Italy ໄປ​ປ່ອນ​ບັດ ຢູ່​ສະ​ຖານ​ທີ່​ປ່ອນ​ບັດ​ໃນ​ນະ​ຄອນ​ຫລວງ​ໂຣມໃນ​ວັນທີ 25 ກັນ​ຍາ, 2022. ຊາວ​ອີ​ຕາ​ລີ​ກຳ​ລັງ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດທີ່​ອາດ​ຈະ​ເຮັດ​ໃຫ້​ມີ​ລັດ​ຖະ​ບານ​ທີ່​ນຳ​ພາ​ໂດຍ​ຝ່າຍ​ຂວາ​ຈັດ​.

ຜູ້ລົງຄະແນນສຽງຊາວອີຕາລີ ໄດ້ໃຫ້ຄະ​ແນນ​ເປັນ​ຢ່າງ​ດີ ແກ່ພັກຢູ​ໂຣສ​ເກັບ​ຕິກ (euroskeptic) ຂອງທ່ານ​ນາງຈິ​ອໍ​ເຈ​ຍ ເມ​ໂລ​ນີ (Giorgia Meloni) ທີ່​ມີຮາກເຫງົ້​າ​ມາ​ຈາກ​ລັດ​ທິ​ຟາ​ຊິ​ສ​ໃໝ່ ຫລື neo-fascist, ຊຶ່ງຜັກ​ດັນປະເທດ ໄປສູ່ສິ່ງທີ່ອາດ ຈະເປັນລັດຖະບານນໍາພາໂດຍ​ຝ່າຍຂວາຈັດ​ເປັນຄັ້ງທໍາອິດ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງເປັນ​ຕົ້ນ​ມາ, ອີງຕາມຜົນການ​ນັບ​ຄະ​ແນນບາງສ່ວນຈາກການເລືອກຕັ້ງສະພາ ໃນວັນຈັນມື້ນີ້ ທີ່​ລາຍ​ງານ​ໂດຍ​ອົງ​ການ​ຂ່າວ​ເອ​ພີ (AP). ໃນຄຳປາໄສທີ່​ກ່າວ​ກ່ຽວ​ກັບໄຊຊະນະນັ້ນ, ຜູ້ນຳຝ່າຍຂວາຈັດຂອງອີຕາລີ ທ່ານນາງ ຈິ​ອໍ​ເຈ​ຍ ເມ​ໂລ​ນີ (Giorgia Meloni) ໄດ້ກ່າວໃນນ້ຳສຽງປານກາງ ຫຼັງຈາກການ ຄາດຄະເນ ໂດຍອີງໃສ່ຄະແນນສຽງນັບ ຈາກຈຳນວນ 2/3 ຂອງໜ່ວຍປ່ອນບັດສະ ແດງໃຫ້ເຫັນວ່າ ພັກພະ​ລາ​ດອນ​ພາບຂອງ​ອີ​ຕາ​ລີ ຫລື Brothers of Italy ຂອງທ່ານນາງ ໄດ້ມີ​ຄະ​ແນນ​ນຳໜ້າຜູ້ແຂ່ງຂັນອື່ນໆ ຢູ່ໃນການລົງຄະແນນສຽງໃນ ວັນອາທິດວານນີ້.

"ຖ້າພວກເຮົາຖືກຮຽກເອີ້ນໃຫ້ເຂົ້າປົກຄອງປະເທດຊາດນີ້, ພວກເຮົາຈະເຮັດເພື່ອທຸກຄົນ, ພວກເຮົາຈະເຮັດສໍາລັບຊາວອີຕາລີຫມົດທຸກ​ຄົນ ແລະພວກເຮົາຈະເຮັດມັນ ດ້ວຍຈຸດປະສົງເພື່ອເຕົ້າໂຮມປະຊາຊົນ (ຂອງປະເທດນີ້)" ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ນາງ ຈິ​ອໍ​ເຈ​ຍ ເມ​ໂລ​ນີ (Giorgia Meloni) .

ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ "ອີຕາລີເລືອກເອົາພວກເຮົາ." "ພວກເຮົາຈະບໍ່ທໍລະຍົດ (ປະເທດ) ບໍ່​ໄດ້​ເພາະພວກເຮົາບໍ່ເຄີຍ​ເຮັດ​ເຊັ່ນ​ນັ້ນ​ຈັກ​ເທື່ອ."

ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມທີ່​ປົກ​ຄອງ​ປະ​ເທດ, ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກພັນທະ​ມິດ​ຂອງ​ຝ່າຍ​ຂວາຂອງທ່ານ​ນາງ​ເມ​ໂລ​ນີ ແລະ​ຝ່າຍ​ກາງ​ອຽງຂວາອາດ​ຈະ​ໃຊ້​ເວ​ລາ​ຫຼາຍ​ອາ​ທິດ. ຖ້າທ່ານ​ນາງເມ​ໂລ​ນີ, ອາ​ຍຸ 45 ປີ ປະສົບຜົນສໍາເລັດ, ທ່ານນາງຈະ ເປັນແມ່ຍິງຄົນທໍາອິດ ທີ່ກໍຕໍາແຫນ່ງເປັນນາ​ຍົກຂອງປະເທດ.

ຂໍ້​ກຳ​ນົດ​ທີ່​ໃຫ້ພະຍາຍາມ​ສ້າງ​ຕັ້ງ​ລັດຖະບານ​ແມ່ນ​ມອບໝາຍ​ໃຫ້​ໂດຍ​ປະທານາທິບໍດີ​ອີ​ຕາ​ລີ ຫຼັງ​ຈາກໄດ້​ປຶກສາ​ຫາລື​ກັບ​ບັນດາ​ຜູ້ນຳ​ຂອງພັກ.

ໃນ​ຂະ​ນະ​ດຽວ​ກັນ, ອະ​ດີດ​ຫົວ​ຫນ້າ​ທະ​ນາ​ຄານ​ກາງ​ຂອງ​ຢູ​ໂຣບ, ທ່ານ​ມາ​ຣິ​ໂອ ແດ​ຣກ​ກີ (Mario Draghi) ທີ່​ລັດ​ຖະ​ບານ​ຂອງ​ທ່ານໄດ້ຖືກຍຸບ​ລົງ​ເມື່ອ​ສອງ​ເດືອນ​ກ່ອນ, ຍັງ​ມີບົດ​ບາດ​ເປັນ​ຜູ້​ຮັກ​ສາ​ການ​ຢູ່.

ຄວາມແຕກຕ່າງ​ກັນລະຫວ່າງຄູ່ຮ່ວມໃນ​ລັດ​ຖະ​ບານ​ປະ​ສົມທີ່ອາດ​ເປັນ​ໄປ​ໄດ້ຂອງທ່ານ​ນາງ​ເມ​ໂລ​ນີອາດຈະປາ​ກົດຂຶ້ນແລ້ວ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG