ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ອິຕາລີ ຕຳໜິແຜນການ ເປີດປະເທດຄືນວ່າ ບໍ່ເປັນລະບຽບ ແລະ ບໍ່ມີເຫດຜົນ


ປະຊາຊົນຢືນຫ່າງກັນ ໃນຂະນະທີ່ເຂົາເຈົ້າລໍຖ້າລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຣມ, ປະເທດ ອິຕາລີ. 27 ເມສາ, 2020.
ປະຊາຊົນຢືນຫ່າງກັນ ໃນຂະນະທີ່ເຂົາເຈົ້າລໍຖ້າລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຣມ, ປະເທດ ອິຕາລີ. 27 ເມສາ, 2020.

ປະຊາຊົນ ອິຕາລີ ຫຼາຍຄົນແມ່ນບໍ່ພໍໃຈກັບລາຍລະອຽດຕ່າງໆ ທີ່ຖືກ ເຜີຍແຜ່ ໂດຍນາຍົກລັດຖະ ມົນຕີ ທ່ານ ຈູເຊັບເປ ຄອນເຕ ກ່ຽວກັບ ການສິ້ນ ສຸດການກັກບໍລິເວນ ໄວຣັສໂຄໂຣນາທັງໝົດ. ເຂົາເຈົ້າຮູ້ສຶກວ່າ ການຜ່ອນຜັນ ແລະ ມາດ ຕະການຕ່າງໆຂອງລັດຖະບານທີ່ຈະອະທິບາຍຂັ້ນຕອນທີສອງວ່າ ບໍ່ເປັນລະບຽບ, ບໍ່ມີເຫດຜົນ, ບໍ່ພຽງພໍ ແລະ ຈະເຮັດໃຫ້ເສດຖະກິດເສຍຫາຍ ຕໍ່ ໄປ. ນັກຂ່າວວີໂອ ເອ ຊາບີນາ ຄາສແຕລຟຣານໂກ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ການຫ້າມຕ່າງໆຕໍ່ປະຊາຊົນ ອິຕາລີ ຍ້ອນໂຣກລະບາດໄວຣັສໂຄໂຣນາ ຈະ ເລີ່ມຜ່ອນເບົາລົງໃນວັນທີ 4 ພຶດສະພາ ແຕ່ຈະເປັນໄປຢ່າງຊ້າໆໃນຂະນະທີ່ ລັດຖະບານຍັງຄົງຢ້ານວ່າ ຕົວເລກຂອງການຕິດເຊື້ອອາດ ເພີ່ມຂຶ້ນຢ່າງງ່າຍ ດາຍອີກຄັ້ງນຶ່ງ. ໃນການກ່າວຄຳປາໄສຕໍ່ປະເທດຊາດໃນການອອກອາກາດສົດ ທາງໂທລະພາບ ເມື່ອຕອນຄໍ່າວັນອາທິດທີ່ຜ່ານມາ, ນາຍົກລັດຖະມົນຕີ ທ່ານ ຈູເຊັບເປ ຄອນເຕ ໄດ້ຂໍຮ້ອງຕໍ່ປະຊາຊົນ ອິຕາລີ ໃຫ້ເຂົາເຈົ້າມີຄວາມຮັບຜິດຊອບໃນລະ ຫວ່າງຂັ້ນຕອນທີສອງ, ເຊິ່ງປະເທດດັ່ງກ່າວຕ້ອງຢູ່ຮ່ວມກັບໄວຣັສ ນັ້ນ.

ທ່ານ ຄອນເຕ ກ່າວວ່າ ໃນລະຫວ່າງຂັ້ນຕອນທີສອງ ມັນຈະມີຄວາມສຳຄັນຍິ່ງ ເພື່ອຮັກສາການຢູ່ຫ່າງກັນໃນສັງຄົມ ແລະ ຂັ້ນພື້ນຖານຈະເປັນການປະພຶດທີ່ມີ ຄວາມຮັບຜິດຊອບຂອງແຕ່ລະຄົນ. ຖ້າເຈົ້າຍັງເປັນຫ່ວງ ກ່ຽວກັບ ປະເທດ ອິຕາລີ, ທ່ານໄດ້ກ່າວຕື່ມວ່າ, ພວກເຈົ້າຕ້ອງຫຼີກລ່ຽງ ການແຜ່ລາມຂອງເຊື້ອ ໂຣກ.

ນາຍົກລັດຖະມົນຕີ ອິຕາລີ ໄດ້ກ່າວວ່າ ປະຊາຊົນ ອິຕາລີ ຕໍ່ໄປຈະໄດ້ຮັບອະນຸ ຍາດໃຫ້ພົບປະກັບບັນດາສະມາຊິກຄອບຄົວ ແຕ່ໃນກຸ່ມຂະໜາດນ້ອຍເທົ່ານັ້ນ. ເຂົາເຈົ້າຍັງບໍ່ໄດ້ຮັບອະນຸຍາດໃຫ້ເຄື່ອນຍ້າຍຈາກພາກພື້ນນຶ່ງຂອງ ອິຕາລີ ໄປ ຫາອີກພາກພື້ນນຶ່ງ ນອກຈາກເຂົາເຈົ້າຈະມີເຫດຜົນທີ່ເໝາະສົມ, ສຳລັບການ ເຮັດວຽກ ແລະ ບັນຫາດ້ານສຸຂະພາບ, ແລະ ທຸກຄົນຈະຄົງຖືກຮຽກຮ້ອງໃຫ້ ພົກພາເອກະສານທີ່ອະທິບາຍເຖິງເຫດຜົນ ສຳລັບການເດີນທາງຂອງເຂົາເຈົ້າ.

ສວນສາທາລະນະຕ່າງໆຈະເປີດຄືນ ແລະ ປະຊາຊົນ ອິຕາລີ ຈະບໍ່ຖືກບັງຄັບໃຫ້ຢູ່ພາຍໃນບ້ານຂອງເຂົາເຈົ້າ. ໂຮງຈັກໂຮງງານ ແລະ ສະຖານທີ່ກໍ່ສ້າງທັງ ຫຼາຍ ຈະສາມາດສືບຕໍ່ວຽກງານຂອງເຂົາເຈົ້າ. ແຕ່ຮ້ານກິນດື່ມ ແລະ ຮ້ານອາ ຫານ ຈະສາມາດໃຫ້ການບໍລິການ ຊື້ອາຫານອອກໄປກິນຢູ່ນອກເທົ່ານັ້ນສຳລັບ ເວລານີ້. ທ່ານ ຄອນເຕ ໄດ້ກ່າວວ່າ ຈະບໍ່ມີໃຜກັບຄືນໄປໂຮງຮຽນ ຈົນຮອດ ເດືອນກັນຍາ. ບັນດາພໍ່ແມ່ຜູ້ປົກຄອງທັງຫຼາຍໄດ້ຖືກປ່ອຍໃຫ້ຄິດ ກ່ຽວກັບ ສິ່ງ ທີ່ຈະເຮັດກັບລູກຂອງເຂົາເຈົ້າ.

ປະຊາຊົນ ອິຕາລີ ຜູ້ທີ່ພໍແລ້ວກັບການຢູ່ໃນເຮືອນເປັນເວລາຫຼາຍອາທິດ ໄດ້ສະ ແດງຄວາມບໍ່ພໍໃຈຂອງເຂົາເຈົ້າ ກັບການຕັດສິນໃຈຂອງລັດຖະບານ. ເຂົາເຈົ້າບໍ່ ເຂົ້າໃຈເຫດຜົນທີ່ຢູ່ເບື້ອງລັງຂອງວັນທີ່ແຕກຕ່າງກັນສຳລັບການເປີດຄືນ. ເປັນ ຫຍັງຫໍພິພິຕະພັນຈຶ່ງສາມາດເປີດປະຕູຂອງເຂົາເຈົ້າໃນວັນທີ 18 ພຶດສະພາ ແຕ່ຮ້ານເສີມສວຍຈະເປີດບໍ່ໄດ້ຈົນຮອດວັນທີ 1​ ມິຖຸນາ. ທ່ານນາງຍົກລັດຖະ ມົນຕີໄດ້ກ່າວຢໍ້າ ເຖິງການເປີດສະຖານທີ່ຕ່າງໆຄືນວ່າ ມັນຈະຕ້ອງໄດ້ມີການ ເຄົາລະບຽບການດ້ານຄວາມປອດໄພຢ່າງເຕັມທີ່.

ນັກການເມືອງປີກຂວາຂອງ ອິຕາລີ ທ່ານນາງ ຈໍເຈຍ ເມໂລນີ ໄດ້ກ່າວບໍ່ດົນ ຫຼັງຈາກຄຳປາໄສຕໍ່ປະເທດຊາດທີ່ອອກອກາດສົດທາງໂທລະພາບ ຂອງນາຍົກ ລັດຖະມົນຕີເມື່ອວັນອາທິດທີ່ຜ່ານມາ ແລະ ໄດ້ກ່າວຢໍ້າເຖິງຄວາມຮູ້ສຶກຂອງ ຫຼາຍຄົນໃນປະເທດນີ້. ທ່ານນາງໄດ້ກ່າວວ່າ ຄືຄົນອື່ນໆໃນປະເທດ ອິຕາລີ, ທ່ານນາງໄດ້ລໍຖ້າ ສຳລັບລາຍລະອຽດຂອງນາຍົກລັດຖະມົນຕີ ກ່ຽວກັບ ຂັ້ນ ຕອນທີສອງດ້ວຍຄວາມກັງວົນໃຈ ໂດຍຄາດໝາຍພຽງແຕ່ຈະຄົ້ນພົບວ່າການ ປະກາດທີ່ສຳຄັນນັ້ນວ່າ ຈະບໍ່ມີຫຍັງປ່ຽນແປງເລີຍ.

ທ່ານນາງ ຈໍເຈຍ ເມໂລນີ ໄດ້ກ່າວວ່າ “ມັນຄວນມີເຫດຜົນ ແລະ ເຫດຜົນຈະ ບໍ່ສາມາດເປັນການຈຳແນກພາກສ່ວນໃດນຶ່ງ. ເປັນຫຍັງບາງຄົນຈຶ່ງໄດ້ຮັບການ ຊ່ວຍເຫຼືອ, ແລະ ຄົນອື່ນໆຈຶ່ງຖືກປ່ອຍໃຫ້ຕາຍ? ທ່ານນາງໄດ້ກ່າວວ່າ ປະຊາ ຊົນ ອິຕາລີ ໄດ້ຍອມຮັບກົດລະບຽບຕ່າງໆຂອງລັດຖະບານຫຼາຍອາທິດ ຕາມ ການຂໍຮ້ອງຂອງສາທາລະນະສຸກ ແລະ ເພື່ອຮັບມືກັບໂຣກລະບາດນີ້ ແຕ່ຕອນ ນີ້ເຂົາເຈົ້າຮູ້ສຶກວ່າ ສິດທິຫຼາຍຢ່າງຂອງເຂົາເຈົ້າແມ່ນໄດ້ຖືກບົດຢຽບ.

ທ່ານນາງ ເມໂລນີ ໄດ້ກ່າວວ່າ ລາວບໍ່ໄດ້ເຫັນພ້ອມວ່າ ບາງບ່ອນບໍ່ສາມາດ ເປີດຄືນຕໍ່ໄປອີກນຶ່ງເດືອນ ເພາະມັນຈະໝາຍຄວາມວ່າ ບາງບ່ອນຈະບໍ່ໄດ້ ເປີດຄືນອີກເລີຍ. ທ່ານນາງໄດ້ຢືນຢັນວ່າ ລັດ, ບໍ່ໄດ້ສະໜອງເຫດຜົນທີ່ເໝາະ ສົມສຳລັບການຕັດສິນໃຈຂອງເຂົາເຈົ້າ ຫຼື ຮຽກຮ້ອງການຊ່ວຍເຫຼືອດ້ານການ ເງິນ.

ປະເທດ ອິຕາລີ ໄດ້ມີຕົວເລກຜູ້ເສຍຊີວິທີ່ສູງທີ່ສຸດຈາກໄວຣັສໂຄໂຣນາໃນທະ ວີບ ຢູໂຣບ ເຊິ່ງມີຫຼາຍກວ່າ 26,000 ຄົນ. ມີການເສຍຊີວິດທີ່ກ່ຽວຂ້ອງກັບ ໄວຣັສ 260 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ, ເຊິ່ງເປັນຕົວເລກທີ່ຕໍ່າທີ່ສຸດໃນ ຮອບ 6 ອາທິດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG