ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼຼວດອິຕາລີ ຈັບກຸມ ຜູ້ຕ້ອງສົງໄສ ໃນການໂຈມຕີ ຢູ່ ຕູນີເຊຍ


Italy Tunisia
please wait
Embed

No media source currently available

0:00 0:01:22 0:00

ຕຳຫຼວດອີ​ຕາ​ລີ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ຈັບ​ກຸມ ຊາຍ Morocco
ທີ່​ສົງ​ໄສ​ວ່າ​ພົວພັນ​ກັບການ​ໂຈມ​ຕີ​ໃນວັນ​ທີ 18 ​ມີນາ​ຜ່ານ​ມາ​ນີ້
​ທີ່​ຫໍພິພິດທະພັນ ​ໃນ Tunisia ທີ່ໄດ້​ສັງຫານ 22 ຄົນ ນັ້ນ.

ຕຳຫຼວດ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຊາຍຜູ້
​ຕ້ອງສົງ​ໄສ ​ໄວ 22 ປີຄົນນີ້​ໄດ້​ຖືກ​ຈັບ​ກຸມທີ່​ເມືອງ Gaggiano
ໃກ້ໆ​ກັບນະຄອນ Milan.

​ຕຳຫຼວດ​ຕ້ານ​ການ​ກໍ່​ການ​ຮ້າຍ ​ໄດ້​ເປັນ​ຜູ້​ຈັບ​ກຸມ. ສ່ວນລາຍ​
ລະອຽດ​ຕ່າງໆ​ ຄາດ​ວ່າ ຈະ​ມີ​ການເປີດເຜີຍໃຫ້​ຊາບຕື່ມ​ ​
ໃນ​ວັນ​ພຸດ​ມື້​ນີ້.

ກຸ່ມ​ລັດ​ອີສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນການ​ໂຈມ​ຕີ​ເມື່ອວັນ​ທີ 18 ​ມີນາ​ຜ່ານ​ມາ​ນີ້​ ຊຶ່ງ​ມື​ປືນ ​ໄດ້​ເປີດ​ສາກ​ຍິງ​ໃສ່​ລົດ​ເມ ທີ່​ເຕັມ​ໄປ​ດ້ວຍ​ນັກ​ທ່ອງ​ທ່ຽວ​ຕ່າງປະ ເທດ ຢູ່ຂ້າງ​ນອກຫໍພິພິດທະພັນ ​ໃນນະຄອນ Tunis ​ແລະ​ໄດ້ຍິງ​ໃສ່ຂ້າງ​ໃນຕຶກເຊັ່ນ​ກັນ. ຕຳຫຼວດ Tunisia ໜຶ່ງ​ຄົນ ​ໄດ້​ເສຍ​ຊີວິດ ພ້ອມ​ກັນ​ກັບ​ພວກ​ນັກ​ທ່ອງ​ທ່ຽວ 21 ຄົນ.

ຕຳຫຼວດ ​ໄດ້​ຍິງສັງຫານ​ພວກ​ໂຈມ​ຕີ 2 ຄົນ ​ໃນ​ສະຖານ​ທີ່​ເກີດ​ເຫດ ແລະ​ໄດ້​ກໍ​ໄດ້​ທຳ​ການ​
ຈັບ​ກຸມ ຫຼາຍ​ຄົນ​ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ຄັ້ງ​ນີ້.

ການໂຈມ​ຕີ​ຄັ້ງ​ນີ້ ​ໄດ້​ເຮັດ​ໃຫ້​ຜູ້​ຄົນ ຫຼາຍ​ພັນ​ຄົນ ລົງ​ສູ່​ທ້ອງ​ຖະໜົນ​ໃນນະຄອນ Tunis ​ເພື່ອປະ​ທ້ວງ​ຕໍ່​ພວກຫົວ​ຮຸນ​ແຮງ​ຈັດຢູ່ໃນ​ປະ​ເທດດັ່ງກ່າວ.

XS
SM
MD
LG