ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການນໍາໃຊ້ອຸປະກອນທັນສະໄໝ ແລະມີຫົວໜ້າແກັ່ງແຝງຕົວຢູ່ໃນສັງຄົມຊັ້ນສູງ ເຮັດໃຫ້ຕຳຫຼວດລາວ ຈັບກຸມແກັ່ງຄ້າຢາເສບຕິດໄດ້ຍາກ


ສີ່ຄົນທີ່ຄ້າຢາເສບຕິດຜິດກົດໝາຍຖືກຈັບກຸມເມື່ອມໍ່ໆມານີ້ ພ້ອມຂອງກາງ
ສີ່ຄົນທີ່ຄ້າຢາເສບຕິດຜິດກົດໝາຍຖືກຈັບກຸມເມື່ອມໍ່ໆມານີ້ ພ້ອມຂອງກາງ

ແກັ້ງຄ້າຢາໃນລາວນໍາໃຊ້ເຄື່ອງມື ແລະອຸປະກອນທີ່ທັນສະໄໝ. ສ່ວນບັນດາຫົວໜ້າແກັ້ງກໍ່ແຝງຕົວຢູ່ໃນສັງຄົມຊັ້ນສູງອີກດ້ວຍນັ້ນ ຈຶ່ງເຮັດໃຫ້ເປັນການຍາກຫລາຍ ທີ່ທາງການຕຳຫຼວດລາວຈະຕິດຕາມຈັບກຸມໄດ້, ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາຈາກບາງກອກ.

ພັນເອກຈັນຫອມ ແກ້ວສຸລະໄຊ, ຮອງຜູ້ບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນກ່າວວ່າ ການປາບປາມຂະບວນການລັກລອບຄ້າຢາເສບຕິດໃນລາວ ຍັງມີປະສິດຕິພາບຕໍ່າເພາະວ່າກົນໄກການສືບຂ່າວ ຂອງຕຳຫຼວດລາວ ຍັງຕິດຕາມບໍ່ທັນການເຄື່ອນ ໄຫວຂອງຂະບວນການຄ້າຂາຍຢາເສບຕິດທີ່ນຳໃຊ້ເຄື່ອງມືແລະອຸປະກອນສື່ສານທີ່ທັນສະໄໝ ທັງຍັງມີການເຄື່ອນໄຫວທີ່ມີລັກສະນະເປັນຂະບວນຂ້າມຊາດ ແລະບັນດາຜູ້ນຳກຸ່ມແກັ້ງກໍ່ຍັງໄດ້ແຝງຕົວ ຢູ່ໃນສັງຄົມຊັ້ນສູງອີກດ້ວຍນັ້ນ ຈຶ່ງເຮັດໃຫ້ເປັນການຍາກຕໍ່ການທີ່ຈະຕິດຕາມຈັບກຸມ ໄດ້ຢ່າງເທົ່າທັນ ໂດຍທີ່ຜ່ານມາ ຈຶ່ງສາມາດຈັບກຸມໄດ້ສະເພາະບັນດາສະມາຊິກໃນລະດັບລ່າງຂອງແກັ້ງຄ້າຂາຍຢາເສບຕິດເທົ່ານັ້ນ, ດັ່ງທີ່ນາຍພົນຈັນຫອມໄດ້ຢືນຢັນວ່າ:
“ເປົ້າໝາຍຊື້ຊາຍ-ຂົນສົ່ງຢາເສບຕິດ ຈຳນວນນຶ່ງເປັນຄົນທີ່ມີເງິນ, ມີຖານະດີ, ນໍາໃຊ້ພາຫະນະເທັກນິກ ທີ່ທັນສະໄໝ. ເປົ້າໝາຍລາຍໃຫຍ່ ຈຳນວນນຶ່ງມີການພົວພັນສັງຄົມກວ້າງຂວາງ ເຮັດໃຫ້ການແກ້ໄຂ ໄລ່ຊອກ ໄລ່ຈັບ ປະສົບກັບຄວາມຫຍຸ້ງຍາກ. ພວກເຂົາມີການຈັດຕັ້ງ ແລະມີການເຄື່ອນໄຫວທີ່ແນບນຽນ. ຖືວ່າພວກເຮົາ ແກ້ໄຂສ່ວນຫລາຍໄດ້ແຕ່ປາຍມັນ. ໄດ້ແຕ່ລູກແຫລ້ງຕີນມືພວກມັນ. ຫົວໂປ່-ໂຕການແທ້ໆ ໄດ້ກະໄດ້ໜ້ອຍ. ອັນນີ້ ໂຕຈິງຄືແນວນັ້ນ. ອຳນາດການປົກຄອງບ້ານ, ໂຮງຮຽນ, ຫົວໜ່ວຍທຸລະກິດຈຳນວນນຶ່ງ ກໍຂາດຄວາມເປັນ ເຈົ້າການໃນການແກ້ໄຂບັນຫາຕິດຢາເສບຕິດໃນຂອບເຂດຄວາມຮັບຜິດຊອບຂອງຕົນ”.

ສ່ວນທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນວຽຈັນ ໄດ້ຖະແຫຼງຍອມຮັບວ່າ ບັນຫາ
ໄພສັງຄົມໄດ້ກາຍເປັນບັນຫາທີ່ຮຸນແຮງຫຼາຍຂຶ້ນນັບມື້ ໂດຍສະເພາະກໍແມ່ນ ການກໍ່ອາດຊະຍາກຳທີ່ພົວພັນກັບການຄ້າຢາເສຍຕິດນັ້ນ ໄດ້ສົ່ງຜົນກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນລາວ ໃນນະຄອນວຽງຈັນຢ່າງກວ້າງຂວາງໃນປັດຈຸບັນ ເຖິງ ແມ່ນວ່າອຳນາດການປົກຄອງໃນເຂດນະຄອນວຽງຈັນ ຈະໄດ້ພະຍາຍາມດຳເນີນ ມາດຕະການປາບປາມຢ່າງເດັດຂາດກໍຕາມ ຫາກແຕ່ວ່າປະສິດທິພາບໃນ ການຈັດຕັ້ງປະຕິບັດນັ້ນ ກໍຍັງບໍ່ສາມາດຮັບມືກັບບັນຫາໂຕຈິງ ໄດ້ຢ່າງທໍ່ທັນ ເພາະວ່າ ກຳລັງເຈົ້າໜ້າທີ່ມີຫນ້ອຍ ຫາກແຕ່ວ່າກັບມີຜູ້ກະທຳຜິດຈຳນນວນຫຼາຍຂຶ້ນນັບມື້ ດັ່ງທີີ່ທ່ານສີນລະວົງໄດ້ໃຫ້ການຢືນຢັນວ່າ:
ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນບັນຫາຢາເສບຕິດ ກໍໄດ້ເອົາໃຈໃສ່ປາບ
ປາມ ແຕ່ຍັງບໍ່ມັນຫລຸດລົງ ອຸປະຕິເຫດຕາມທ້ອງຖະໜົນ ບັນຫາໄພສັງຄົມ ການປຸ້ນຈີິ້
ຊີງ
ສັບ ກຸ່ມແກັ່ງກວນເມືອງຂໍ້ຂັດແຍ້ງຄະດີຄວາມຕ່າງໆໄດ້ມີມາດຕະການແກ້ໄຂ ແລະ
ມີ
ຫຼາຍມາດຕະການຄວບຄຸມ ແຕ່ການເຄື່ອນໄຫວໂຕຈິງກໍຍັງບໍ່ແຂງແຮງ ແລະ ຕໍ່ເນື່ອງ
ຈຳ
ນວນຜູ້ເສຍຊີວິດ ແບະຊັບສິນທີ່ເສຍຫາຍຍ້ອນອຸບັດຕິເຫດ ແລະບັນຫາໄພສັງຄົມ
ກໍຍັງ
ໜັກໜ່ວງອັນໄດ້ສົ່ງຜົນກະທົບ ຕໍ່ການຂະຫຍາຍ ໂຕຂອງເສດຖະກິດສັງຄົມ ແລະ
ກະ
ທົບຕໍ່ຄອບຄົວ.

ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີລາວ ລົງໄປກວດກາເບິ່ງຢາເສບຕິດທີ່ຢຶດມາໄດ້
ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີລາວ ລົງໄປກວດກາເບິ່ງຢາເສບຕິດທີ່ຢຶດມາໄດ້

ທັ້ງນີ້ໃນ 2 ປີຜ່ານມາ ທາງການລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ
9,430 ກວ່າຄະດີ ຍຶດຢາບ້າໄດ້ 37 ກວ່າລ້ານເມັດ ເຮໂຣອິນອີກກວ່າ 735 ກິໂລກຣາມ
ຍາໄອສ໌ຫຼາຍກວ່າ 2 ໂຕນ ກັນຊາ 6.3 ໂຕນ, ຝິ່ນກວ່າ 500 ກິໂລກຣາມ ໂຄເຄນ 8 ກິໂລ
ກຣາມ ສານເຄມີ 10 ໂຕນ ອາວຸດ ແລະ ອຸບປະກອນສື່ສານ 10,000 ກວ່າລາຍການ
ສ່ວນສູນກາງຊາວໜຸ່ມປະຕິວັດລາວ ຄາດວ່າມີເຍົາວະຊົນລາວກວ່າ 400,000 ຄົນທີ່ຢູ່
ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະໄປຫຍຸ້ງກ່ຽວກັບຢາເສບຕິດ ໂດຍສະເພາະແມ່ນ
ການເຂົ້າໄປມີສ່ວນໃນການລັກລອບຄ້າຢາເສບຕິດທີ່ນຳໄປສູ່ການກໍ່ອາດຊະຍາກຳຮູບ
ແບບອື່ນໆ ເພີ້ມຂຶ້ນ ນັບມື້ດ້ວຍນັ້ນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບ ກໍເປີດເຜີຍວ່າການກໍ່ອາດຊະ
ຍາກຳ ທີ່ກ່ຽວຂ້ອງກັບບັນດານັກຫຼີ້ນການພະນັນ ແລະກຸ່ມແກັ່ງອາດຊະຍາ ກອນ ຈາກຈີນ
ໃນລາວ ກໍມີທ່າອຽງເພີ່ມຂຶ້ນນັບມື້ ເຊັ່ນກັນ ໂດຍສະເພາະແມ່ນໃນ ໄລຍະຂອງການສົ່ງເສີມ
ການທ່ອງທ່ຽວລະຫວ່າງລາວກັບຈີນ ໃນປີ 2018-2019 ນັ້ນ ທາງການລາວໄດ້ຈັບກຸມ
ອາດຊະຍາກອນຊາວຈີນ ທີ່ກະທໍາຄວາມຜິດ ໃນລາວ ແລະ ໄດ້ສົ່ງໂຕໃຫ້ກັບທາງການຈີນ
ແລ້ວຈຳນວນ 313 ຄົນທີ່ຮວມກັນສໍ້ ໂກງເງິນຈາກ ຊາວຈີນດ້ວຍກັນ ໂດຍຜ່ານລະບົບ
Internet ເກີນກວ່າ 1,200 ກໍລະນີ ທີ່ຄິດເປັນມູນຄ່າ ໃນການສໍ້ໂກງຫຼາຍກວ່າ 100 ລ້ານ
ຢວນ ທັງຍັງມີຊາວຈີນ 500 ກວ່າຄົນທີ່ລັກລອບເດີນທາງເຂົ້າມາໃນລາວໂດຍຜິດກົດໝາຍ ໃນປີ 2020 ອີກດ້ວຍ.

ສ່ວນອົງການຄວບຄຸມຢາເສບຕິດ ແລະອາດຊະຍາກຳແຫ່ງສະຫະປະຊາຊາດ (UNODC)
ກໍຄາດໝາຍວ່າມີການລັກລອບປູກຝິ່ນໃນລາວ 15,000 ກວ່າເຮັກຕາ ໃນແຂວງບໍ່ແກ້ວ
ຫຼວງພະບາງ ຫຼວງນໍ້າຫາ ອຸດົມໄຊ ພົງສາລີ ແລະຫົວພັນ ຊຶ່ງເຮັດໃຫ້ເຂດສາມຫຼ່ຽມຄຳ
ລະຫວ່າງມຽນມາ-ລາວ-ໄທ ມີຜົນຜະລິດຝິ່ນລວມກັນ ເກີນກວ່າ 270 ໂຕນໃນປີ 2020
ທີ່ຜ່ານມາ ໂດຍໃນມຽນມາມີການລັກລອບປູກຝິ່ນໃນພື້ນທີ່ 40,000 ກວ່າເຮັກຕາ ແລະ
ອີກກວ່າ 1,500 ເຮັກຕາ ຢູ່ເຂດພາກເໜືອຂອງໄທ.

XS
SM
MD
LG