ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ກອງທັບອິສຣາແອລ ເຂົ້າຍຶດເມືອງຣາຟາ ຂອງເຂດກາຊາ ແລະໂຈມຕີທາງອາກາດ ໃສ່ເມືອງແຫ່ງນີ້


ຮູບທີ່ເປີດເຜີຍອອກມາໂດຍກອງທັບອິສຣາແອລ ສະແດງໃຫ້ເຫັນທີມລົດຖັງຂອງກອງພົນ 401 ກໍາລັງແລ່ນເຂົ້າສູ່ເມືອງຣາຟາຂອງຊາວປາແລັສໄຕນ໌ ທີ່ຕັ້ງຢູ່ໃນເຂດກາຊາ ໂດຍຕັ້ງຢູ່ກົງກັນຂ້າມກັບເຂດຊາຍແດນລະຫວ່າງກາຊາ ແລະອີຈິບ, ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 7 ພຶດສະພາ 2024.
ຮູບທີ່ເປີດເຜີຍອອກມາໂດຍກອງທັບອິສຣາແອລ ສະແດງໃຫ້ເຫັນທີມລົດຖັງຂອງກອງພົນ 401 ກໍາລັງແລ່ນເຂົ້າສູ່ເມືອງຣາຟາຂອງຊາວປາແລັສໄຕນ໌ ທີ່ຕັ້ງຢູ່ໃນເຂດກາຊາ ໂດຍຕັ້ງຢູ່ກົງກັນຂ້າມກັບເຂດຊາຍແດນລະຫວ່າງກາຊາ ແລະອີຈິບ, ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 7 ພຶດສະພາ 2024.

ກອງທັບອິສຣາແອລກ່າວໃນວັນອັງຄານມື້ນີ້ວ່າ ກອງກໍາລັງຂອງຕົນໄດ້ເຂົ້າຍຶດ ເມືອງຣາຟາ ທີ່​ຢູ່​ຟາກ​ຂອງເຂດກາຊາ, ເຊິ່ງ​ຕັ້ງ​ຢູ່​ລະ​ຫວ່າງ​ເຂດ​ກາ​ຊາ ແລະ ປະ​ເທດ ອີ​ຈິບ, ເປັນເວລານຶ່ງມື້ ລຸນຫຼັງມີຄໍາສັ່ງໃຫ້ຊາວປາແລັສໄຕນ໌ ຫຼາຍສິບ ພັນຄົນອອກຈາກບໍໍລິເວນດັ່ງກ່າວ ແລະໄດ້ທໍາການໂຈມຕີທາງອາກາດຊ້ຳແລ້ວ ຊ້ຳອີກ.

ປະຕິບັດການຂອງອິສຣາແອລ ມີຂຶ້ນຫຼັງຈາກຫຼາຍອາທິດທີ່ເຈົ້າໜ້າທີ່ຂອງ ອິສຣາແອລ ກ່າວວ່າການບຸກໂຈມຕີຢູ່ເມືອງຣາຟາ ແມ່ນມີຄວາມຈຳເປັນເພື່ອ ບັນລຸເປົ້າໝາຍຂອງພວກເຂົາ ທີ່ຈະເອົາຊະນະກຸ່ມຮາມາສ, ໃນຂະນະທີ່ ສະຫະລັດ, ອົງການສະຫະປະຊາຊາດ ແລະບັນດາປະເທດຕ່າງໆ ໄດ້ເຕືອນ ການໂຈມຕີໃນບໍລິເວນທີ່ມີພົນລະເຮືອນຊາວປາແລັສໄຕນ໌ ອາໄສຢູ່ຢ່າງໜາ ແໜ້ນວ່າ ສາມາດກໍ່ໃຫ້ເກີດໄພພິບັດທາງດ້ານມະນຸດສະທໍາໄດ້.

ທ່ານໂຈເຊັບ ບໍແຣລ (Josep Borrell), ປະທານດ້ານ​ນະ​ໂຍບາຍ​ການ​ຕ່າງ ປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ “ສິ່ງໃດກໍຕາມທີ່ພວກເຂົາກ່າວ, ຂ້າພະ​ເຈົ້າ​ຢ້ານ​ວ່າ ສິ່ງ​ນີ້​ຈະ​ສົ່ງຜົນເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ຫຼວງ​ຫຼາຍ​ອີກຄັ້ງ, ພົນລະເຮືອນໄດ້ເສຍຊີວິດຢ່າງຫຼວງຫຼາຍ, ເຊິ່ງມັນບໍ່ມີບ່ອນໃດເປັນເຂດທີ່ປອດໄພຢູ່ໃນກາຊາເລີຍ.”

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ ຫຼິນ ຈຽນ (Lin Jian) ​ກ່າວອ້າງ ເຖິງ “ຄວາມຕ້ອງການ​ຢ່າງ​ລົ້ນ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ” ​ໃນ​ຂະນະ​ທີ່ ​ຈີນ ໄດ້ ຮຽກຮ້ອງ​ໃຫ້ ອິສຣາ​ແອລ ຈົ່ງ​ຢຸດບຸກ​ໂຈມ​ຕີໂຈມຕີຂົງ​ເຂດກາຊາ ​ແລະ “ການປະຕິບັດການທຸກຢ່າງ​ທີ່​ສາມາດ​ເຮັດ​ໄດ້​ ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ໄພພິບັດ​ດ້ານມະນຸດສະທຳ​ທີ່​ຮ້າຍ​ແຮງ​ຫຼາຍກວ່ານີ້​ຢູ່ໃນ​ແຫຼມກາຊາ.”

ລັດຖະມົນຕີການຕ່າງປະເທດຂອງອິສຣາແອລ ທ່ານອິສຣາແອລ ​ແຄັດສ໌ (Israel Katz) ໄດ້​ຂຽນ​ຂໍ້​ຄວາມລົງໃນສື່ສັງຄົມວ່າ ການເຄື່ອນໄຫວຂອງ ອິສຣາແອລ ເຂົ້າໄປໃນເມືອງຣາຟາ ແມ່ນກ່ຽວກັບການບັນລຸເປົ້າໝາຍຫຼັກ ຂອງຕົນ, ລວມທັງການປົດປ່ອຍໂຕປະກັນທີ່ກຳລັງຖືກຄວບຄຸມໂຕໂດຍກຸ່ມ ຮາມາສ ແລະ ການເອົາຊະນະກຸ່ມຫົວຮຸນແຮງ.

ການ​ເຄື່ອນໄຫວຢູ່ໃນຂົງເຂດກາຊາ ຍັງ​ໄດ້ມີ​ຂຶ້ນ​ລຸນຫຼັງ​ການ​ປະ​ກາດ​ໂດຍ​ກຸ່ມຮາມາສ ທີ່​ວ່າພວກ​ເຂົາໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ຢຸດ​ຍິງ ທີ່​ຖືກດໍາເນີນການໂດຍນັກ​ເຈ​ລະ​ຈາ ​ອີ​ຈິບ ແລະ ກາ​ຕ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG