ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ອິສຣາແອລ ກ່າວວ່າ ຄວາມຜູກພັນກັບສະຫະລັດ ‘ບໍ່ສາມາດແຕກຫັກໄດ້ຢ່າງແນ່ນອນ’


ປະທານາທິບໍດີຂອງອິສຣາແອລ ທ່ານໄອຊາກ ເຮີສອກ ກ່າວຖະແຫລງຢູ່ໃນກອງປະຊຸມລັດຖະສະພາຄົບຄະນະ, ທີ່ຫໍລັດຖະສະພາ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 19 ກໍລະກົດ 2023, ຂະນະທີ່ຮອງປະທານາທິບໍດີ ຄາມາລາ ແຮຣິສ ແລະປະທານສະພາຕ່ຳ ທ່ານແຄບວິນ ແມັກຄາທີ ແນມເບິ່ງຢູ່.
ປະທານາທິບໍດີຂອງອິສຣາແອລ ທ່ານໄອຊາກ ເຮີສອກ ກ່າວຖະແຫລງຢູ່ໃນກອງປະຊຸມລັດຖະສະພາຄົບຄະນະ, ທີ່ຫໍລັດຖະສະພາ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 19 ກໍລະກົດ 2023, ຂະນະທີ່ຮອງປະທານາທິບໍດີ ຄາມາລາ ແຮຣິສ ແລະປະທານສະພາຕ່ຳ ທ່ານແຄບວິນ ແມັກຄາທີ ແນມເບິ່ງຢູ່.

ປະທານາທິບໍດີຂອງອິສຣາແອລ ທ່ານໄອຊາກ ເຮີສອກ (Isaac Herzog) ໄດ້ປະກາດໃນວັນພຸດວານນີ້ ວ່າ ມິດຕະພາບຂອງອິສຣາແອລ ກັບສະຫະລັດ ແມ່ນໝັ້ນຄົງ ແລະໄດ້ສ້າງຂຶ້ນດ້ວຍຄຸນຄ່າຂອງປະຊາທິປະໄຕຮ່ວມກັນ ເຖິງແມ່ນວ່າ ສະມາຊິກສະພາສະຫະລັດ ບາງສ່ວນຕ້ອງຕິການປະພຶດຂອງອິສຣາແອລ ຕໍ່ຊາວປາແລສໄຕນ໌ ແລະຄວາມພະຍາຍາມຂອງລັດຖະບານອຽງຂວາຂອງຕົນ ທີ່ຈະບັນທອນອຳນາດສານສູງສຸດຂອງປະເທດ.

“ອິສຣາແອລ ແລະສະຫະລັດ ຄົງຈະບໍ່ເຫັນດີນຳກັນໃນຫຼາຍເລື້ອງ” ທ່ານເຮີສອກ ໄດ້ກ່າວໃນກອງປະຊຸມຂອງລັດຖະສະພາສະຫະລັດຄົບຄະນະ. ທ່ານກ່າວຕໍ່ໄປວ່າ “ແຕ່ພວກເຮົາຍັງຈະຄົງເປັນຄອບຄົວກັນຢູ່ສະເໝີ. ວິວັດທະນາການດ້ານສັງຄົມຂອງພວກເຮົາ ມີຫຼາກຫຼາຍຢ່າງທີ່ຈະໃຫ້ແກ່ໂລກ ແລະຫຼາຍຢ່າງທີ່ຈະຮຽນຮູ້ຈາກກັນແລະກັນ. ຄວາມຜູກພັນຂອງພວກເຮົາອາດຢູ່ໃນຊ່ວງເວລາທີ່ທ້າທາຍ ແຕ່ມັນກໍບໍ່ສາມາດແຕກຫັກໄດ້ຢ່າງແນ່ນອນ.”

ສະມາຊິກສະພາຕ່ຳສະຫະລັດ ສັງກັດພັກເດໂມແຄຣັດ ເກົ້າທ່ານ ບໍ່ໄດ້ເຂົ້າຮ່ວມຮັບຟັງການ​ກ່າວ​ຄຳປາໄສຂອງທ່ານເຮີສອກ ໂດຍລວມມີ ສະມາຊິກສະພາຕ່ຳ ທ່ານນາງ ຣາຊີດາ ທາແລບ (Rashida Tlaib) ທີ່ເປັນຊາວປາແລສໄຕນ໌ ອາເມຣິກັນ ພຽງຄົນດຽວໃນລັດຖະສະພາ.

ເຖິງຢ່າງໃດກໍຕາມ ຄຳປາໄສຂອງທ່ານເຮີສອກ ໄດ້ມີການເຂົ້າຮ່ວມໂດຍກຸ່ມບັນດາສະມາຊິກສະພາຈາກທັງພັກເດໂມແຄຣັດແລະຣີພັບບລີກັນ ຢ່າງ​ກວ້າງ​ຂວາງ ພ້ອມດ້ວຍ ຮອງປະທານາທິບໍດີ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ ແລະປະທານສະພາຕ່ຳ ແຄບວິນ ແມັກຄາທີ ສັງກັດພັກຣີພັບບລີກັນ ຢືນຂຶ້ນພ້ອມກັນກັບສະມາຊິກລັດຖະສະພາຫຼາຍຮ້ອຍຄົນ ເພື່ອຕົບມືໃຫ້ແກ່ ທ່ານເຮີສອກ ຫຼາຍຄັ້ງຂະນະທີ່ທ່ານໄດ້ປາໄສຢູ່ນັ້ນ.

Israeli President Isaac Herzog declared Wednesday that the Jewish state’s friendship with the United States is secure and forged in shared democratic values, even as some U.S. lawmakers assail Israel’s treatment of Palestinians and its right-wing government’s attempt to diminish the authority of the country’s Supreme Court.

“Israel and the United States will inevitably disagree on many matters,” Herzog told a joint meeting of Congress. “But we will always remain family. Our evolutionary societies have so much to give to the world and so much to learn from each other. Our bond may be challenged at times, but it is absolutely unbreakable.”

Nine Democratic members of the House of Representatives boycotted Herzog’s speech, including Representative Rashida Tlaib, the only Palestinian-American in Congress.

His speech, however, was attended by a broad collection of Democratic and Republican lawmakers, with Democratic Vice President Kamala Harris and Republican House Speaker Kevin McCarthy standing along with hundreds of legislators to applaud Herzog several times as he spoke.

XS
SM
MD
LG