ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທະ​ຫານ​ອິ​ສ​ຣາ​ແອ​ລ ກັກ​ຂັງ​ຜູ້​ຕ້ອງ​ສົງ​ໄສ 40 ​ຄົນ ໃນການ​ກໍ່​ການ​ຮ້າຍ


ພວກ​ທະ​ຫານ​ອິ​ສ​ຣາ​ແອ​ລ ຢືນ​ຢູ່​ບ່ອນ​ເກີດ​ເຫດ ໃກ້ກັບບ່ອນຕັ້ງ​ຖິ່ນ​ຖານ ຈີ​ວັ​ຕ ອັ​ສ​ຊ​ຊັ​ຟ ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າ ຈໍແດນ, ວັນ​ທີ 13 ທັນ​ວາ 2018.
ພວກ​ທະ​ຫານ​ອິ​ສ​ຣາ​ແອ​ລ ຢືນ​ຢູ່​ບ່ອນ​ເກີດ​ເຫດ ໃກ້ກັບບ່ອນຕັ້ງ​ຖິ່ນ​ຖານ ຈີ​ວັ​ຕ ອັ​ສ​ຊ​ຊັ​ຟ ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າ ຈໍແດນ, ວັນ​ທີ 13 ທັນ​ວາ 2018.

ກຳລັງ​ປ້ອງ​ກັນ​ປະ​ເທດ​ອິ​ສ​ຣາ​ແອ​ລ ຫຼື IDF ກ່າວ​ວ່າ​ຕົນ​ໄດ້​ກັກ​ຂັງ​ຜູ້​ຕ້ອງ​ສົງ​ໄສ​ໃນ
​ການກໍ່​ການຮ້າຍ 40 ຄົນ.

IDF ກ່າວ​ຢູ່​ໃນ​ການ​ສົ່ງ​ຂໍ້​ຄວາມ​ທາງ​ທວີດ​ເຕີ​ ໃນ​ວັນ​ສຸ​ມື້​ນີ້ວ່າ ພວກ​ທີ່​ຖືກ​ກັກ​ຂັງ​ 37
ຄົນ “ຮູ້​ກັນວ່າ​ເປັນ​ພວກ​ປະ​ຕິ​ບັດ​ງານສືບ​ລັບ​ຂອງ​ກຸ່ມ​ຮາ​ມັ​ສ.”

ການ​ສົ່ງ​ຂໍ້​ຄວາມ​ທາງ​ທ​ວີດ​ເຕີ ທີ່ໄດ້ເຜີຍ​ແຜ່ອອກ​ມາ​ກ່າວ​ວ່າ ການ​ຈັບ​ກຸມ ແມ່ນ​ມີ​ຂຶ້ນ​
ພາຍ​ຫລັງ​ທີ່​ມີ “ການ​ຍິງ​ໂຈມ​ຕີ” ໃນ​ວັນ​ພະ​ຫັດ​ວານ​ນີ້ ທີ່​ໄດ້​ສັງ​ຫານ​ທະ​ຫານ IDF ສອງ
​ຄົນ ແລະ​ໄດ້ເຮັດ​ໃຫ້​ຄົນ​ອື່ນໆ ໄດ້​ຮັບ​ບາດ​ເຈັບນັ້ນ.

ອົງ​ການ​ຂ່າວ​ເອ​ພີ ລາຍ​ງານ​ວ່າ ພວກ​ທີ່​ຖືກ​ກັກ​ຂັງ​ແມ່ນ “ນັກ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຮາ​ມັ​ສ
ຮວມ​ທັງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ” ​ທີ່​ໄດ້​ຖືກ​ຈັບ​ໃນ​ຕອນ​ບຸກຖະ​ຫຼົ່​ມໝົດ​ຄືນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ


The Israeli Defense Forces says it has detained 40 terror suspects.

IDF said on Twitter Friday that 37 of the detainees "are known Hamas operatives." (( https://twitter.com/IDF/status/1073468308836495361 ))

The Twitter post said the arrests follow a "shooting attack" Thursday that killed two IDF soldiers and injured others.

The Associated Press reports that the detainees are "Hamas activists, including lawmakers" who were apprehended in overnight raids.

XS
SM
MD
LG