ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ບັນ​ຊາ​ການທະ​ຫານ ອິ​ສ​ຣາ​ແອ​ລ ກ່າວ​ວ່າ​ ມີ​ຜູ້​ຖືກ​ຈັບ​ກຸມ ຫຼາຍກວ່າ 1,000 ຄົນ​ໃນ ກາ​ຊາ


ທະ​ຫານ ອິ​ສ​ຣາອ​ລ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ການ​ຢູ່​ສູນ​ອົບ​ພະ​ຍົບ ເຈ​ນິນ ໃນ​ເຂດ ເວັ​ສ​ແບັ້ງ, 12 ທັນ​ວາ 2023.
ທະ​ຫານ ອິ​ສ​ຣາອ​ລ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ການ​ຢູ່​ສູນ​ອົບ​ພະ​ຍົບ ເຈ​ນິນ ໃນ​ເຂດ ເວັ​ສ​ແບັ້ງ, 12 ທັນ​ວາ 2023.

ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ໄດ້​ຈັບຫຼາຍກວ່າ 1,000 ຄົນ​ໃນ​ສົງ​ຄາມ​ຕໍ່​ຕ້ານ​ກຸ່ມ​ຮາ​ມາ​ສ​ໃນ​ເຂດ ກາ​ຊາ, ອີງ​ຕາມ​ການ​ກ່າວ​ຂອງ​ຜູ້​ບັນ​ຊາ​ການກອງ​ທັບ ອິ​ສ​ຣາ​ແອ​ລ ໃນ​ວັນ​ອາ​ທິດ​ວານນີ້.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ທະ​ຫານ​ຢູ່​ໃນ​ເຂດ​ປິດ​ລ້ອມ​ທີ່​ຖືກ​ລະ​ດົມ​ຍິງ​ໃສ່​ນັ້ນ​, ຫົວ​ໜ້າ​ຜູ້​ຊ່ວຍກອງ​ບັນ​ຊາ​ການ ນາຍ​ພົນ ເຮີ​ຊີ ຮາ​ເລ​ວີ ໄດ້​ກ່າວ​ວ່າ​ ເວ​ລາ​ທີ່​ຜູ້​ຕໍ່​ສູ້ “ວາງ​ອາ​ວຸດ​ຂອງ​ເຂົາ​ເຈົ້າ​ລົງ ແລະ ຍົກ​ມື​ຂອງ​ເຂົາ​ເຈົ້າ​ຂຶ້ນ, ພວກ​ເຮົາ​ຈັບ​ກຸມ​ເຂົາ​ເຈົ້າ, ພວກ​ເຮົາ​ບໍ່​ຍິງ​ເຂົາ​ເຈົ້າ.”

“ພວກ​ເຮົາ​ໄດ້​ຮັບ​ຂໍ້​ມູນ​ລັບ​ຢ່າງຫຼວງຫຼາຍ​ຈາກ​ຜູ້​ທີ່​ຖືກ​ພວກ​ເຮົາ​ຈັບ, ພວກ​ເຮົາ​ມີ​ຫຼາຍກວ່າ​ພັນ​ຄົນ​ແລ້ວ.”

ຄຳ​ເຫັນ​ຂອງ​ທ່ານ ຮາ​ເລ​ວີ ໄດ້​ມີ​ຂຶ້ນຫຼັງ​ຈາກ​ພວກ​ທະ​ຫານ​ໄດ້​ຍິງ​ຕົວ​ປະ​ກັນ​ຊາວ ອິ​ສ​ຣາ​ແອ​ລ ຕາຍ​ສາມ​ຄົນ ຜູ້​ທີ່ກອງ​ທັບ​ບົກ​ເວົ້າ​ວ່າ​ໄດ້​ຍົກ​ທຸງ​ຂາວ ແລະ ໄດ້​ພະ​ຍາ​ຍາມ ​ຂໍ​ການ​ຊ່ວຍ​ເຫຼືອ.

Israeli forces have taken more than 1,000 people captive in the war against Hamas in Gaza, Israel's military chief said on Sunday.

Addressing soldiers inside the bombarded enclave, Chief of the General Staff Major-General Herzi Halevi said that when combatants "lay down their arms and raise their hands, we arrest them, we don't shoot them."

"We get a lot of intelligence from the captives we have, we already have over a thousand," Halevi said in a video distributed by the military.

Halevi's comments came after soldiers accidentally shot dead three Israeli hostages whom the army says were waving a white flag and trying to be rescued.

XS
SM
MD
LG