ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ໂຈມຕີທາງອາກາດ ໃສ່ເປົ້າໝາຍ ໃນຊີເຣຍ


ທະຫານອິສຣາແອລ ຢືນຢູ່ໃກ້ກັບລົດປືນໃຫຍ່ເຄື່ອນທີ່ ໃນເຂດ ພູພຽງ Golan.
ທະຫານອິສຣາແອລ ຢືນຢູ່ໃກ້ກັບລົດປືນໃຫຍ່ເຄື່ອນທີ່ ໃນເຂດ ພູພຽງ Golan.

ກອງ​ທັບ​ອິສຣາ​ແອ​ລ ກ່າວ​ວ່າ ​ເຮືອບິນ​ລົບຂອງຕົນ ​ໄດ້​ທຳການ​
ໂຈມ​ຕີ​ທາງ​ອາກາດ ຕໍ່​ທີ່​ຕັ້ງ​ປືນ​ໃຫຍ່​ຂອງຊີ​ເຣຍ​ໃນ​ວັນ​ພຸດ​ມື້​ນີ້
​ເພື່ອເປັນ​ການ​ຕອບ​ໂຕ້​ຕໍ່ການຍິງຈະ​ຫລວດ ເມື່ອ​ນຶ່ງ​ມື້ກ່ອນ ທີ່​
ໄດ້​ຕົກ​ໃສ່​ເຂດພູພຽງ Golan.

ລັດຖະມົນຕີປ້ອງ​ກັນ​ປະ​ເທດອິສຣາແອລ ທ່ານ Moshe
Ya’alon ກ່າວ​ວ່າ ການໂຈມຕີຂອງກອງທັບ​ອາກາດແມ່ນ​ເປັນ​
ການ​ສົ່ງ​ສັນຍານທີ່ຈະ​ແຈ້ງ ແລະ​ອິສຣາ​ແອ​ລຖື​ວ່າ ລັດຖະບານ
​ຊີ​ເຣຍ​ ​ເປັນຜູ້ຮັບຜິດ​ຊອບ​ຕໍ່​ການ​ໂຈມ​ຕີ ທີ່​ມີຕົ້ນຕໍ​ມາຈາກເຂດ​
ແດນ​ຂອງຊີ​ເຣຍນັ້ນ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ໂຍະຍານຜ່ອນຜັນເດັດຂາດ ​ຕໍ່​ການຍິງໃດໆກໍ ຕາມ​ເຂົ້າ​
ມາ​ສູ່ດິນ​ແດນ​ຂອງອິສຣາ​ແອ​ລ ຫລື​ລະ​ເມີດອະທິປະ​ໄຕ​ຂອງ​ພວກ​ເຮົາ ​ແລະ​ພວກ​ເຮົາ
​ຈະ​ຕອບ​ໂຕ້ຢ່າງ​ແຮງ ​ແລະດ້ວຍ​ການຕັດສິນໃຈທີ່ແນ່ວແນ່.”

ຍັງບໍ່ທັນ​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນໃດ ຫລື​ມີ​ລາຍ​ງານໃດໆກ່ຽວ ກັບ
ການ​ບາດ​ເຈັບ​ລົ້ມຕາຍ ຈາກການ​ຍິງ​ຈະ​ຫລວດໂຈມຕີ​ໃນ​ວັນ​ອັງຄານວານນີ້.

ອິສຣາ​ແອ​ລ ​ເຄີຍທຳ​ການ​ໂຈມ​ຕີ​ທາງ​ອາກາດມາແລ້ວຫລາຍ​ຄັ້ງ ​ໃນ​ຊີ​ເຣຍ ລະຫວ່າງ​
ສົງ​ຄາມ​ກາງ​ເມືອງ​ເປັນ​ເວລາເກືອບ​ສີ່​ປີ ຊຶ່ງ​ກອງທັບ​ອິສຣສາ​ແອ​ລບໍ່​ຄ່ອຍ ຈະໃຫ້ການ
​ຢືນຢັນກ່ຽວກັບ​ເລື້ອງ​ດັ່ງກ່າວ.

ການ​ກ່າວ​ຫາ ກ່ຽວກັບການໂຈມ​ຕີ​ທາງ​ອາກາດ ຂອງອິສຣາ​ແອ​ລ ​ໃນວັນ​ທີ 18 ເດືອນ​
ມັງກອນຜ່ານມານີ້ ​ໄດ້​ສັງຫານນາຍ​ພົນ​ຄົນນຶ່ງຂອງ ກຳລັງ​ພິທັກ​ປະຕິວັດ​ອີຣ່ານ ​ແລະ​
ສະ​ມາ​ຊິກຂອງກຸ່ມ​ຫົວ​ຮຸນ​ແຮງ Hezbollah ຂອງເລບານອນອີກ 6 ຄົນ ທີ່ໃຫ້ການສະ
ໜັບສະໜູນ ປະທານາທິບໍດີ Bashar al-Assad ​ແຫ່ງຊີ​ເຣຍ.

Israeli jets carried out airstrikes against Syrian artillery positions Wednesday, the army said, in response to rocket fire a day earlier that hit the Golan Heights area.

Defense Minister Moshe Ya'alon said the air force raids send a clear message, and that Israel holds the Syrian government responsible for attacks that originate from inside its borders.

"We will not tolerate any firing towards Israeli territory or violation of our sovereignty and we will respond forcefully and with determination," he said.

There was no immediate claim of responsibility or any reports of casualties from Tuesday's rocket fire.

Israel has conducted multiple airstrikes in Syria during the country's nearly four-year civil war, though the military rarely confirms them.

An alleged Israeli airstrike on January 18 killed an Iranian Revolutionary Guards general and six members of the Lebanese militant group Hezbollah, which supports Syrian President Bashar al-Assad.

XS
SM
MD
LG