ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການສັນນິບາດ ອາຣັບ ກ່າວປະນາມ ການຕັດສິນໃຈ ຂອງທ່ານ ທຣຳ ກ່ຽວກັບ ນະຄອນ ເຈຣູຊາແລັມ


ບັນດາລັດຖະມົນຕີການຕ່າງປະເທດຂອງອົງການສັນນິບາດ ອາຣັບ ຈັດກອງປະຊຸມສຸກເສີນ ກ່ຽວກັບ ການຕັດສິນໃຈ
ຮັບຮູ້ນະຄອນ ເຈຣູຊາແລັມວ່າ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ ໂດຍປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ. ນະຄອນຫຼວງ ໄຄໂຣ ປະເທດ ອີຈິບ. 9 ທັນວາ, 2017.
ບັນດາລັດຖະມົນຕີການຕ່າງປະເທດຂອງອົງການສັນນິບາດ ອາຣັບ ຈັດກອງປະຊຸມສຸກເສີນ ກ່ຽວກັບ ການຕັດສິນໃຈ ຮັບຮູ້ນະຄອນ ເຈຣູຊາແລັມວ່າ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ ໂດຍປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ. ນະຄອນຫຼວງ ໄຄໂຣ ປະເທດ ອີຈິບ. 9 ທັນວາ, 2017.

ອົງການສັນນິບາດ ອາຣັບ ກ່າວວ່າ ການຕັດສິນໃຈຂອງປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ເພື່ອຮັບຮູ້ ນະຄອນ ເຈຣູຊາແລັມວ່າ ເປັນນະຄອນຫຼວງຂອງປະ
ເທດ ອິສຣາແອລ ແມ່ນ “ເປັນການຜັນຂະຫຍາຍ ທີ່ອັນຕະລາຍ ເຊິ່ງຈັດ ສະຫະລັດ
ຢູ່ໃນຖານະລຳອຽງ ສຳລັບການສະໜັບສະໜູນ ການເຂົ້າຄອບຄອງ ແລະ ການລ່ວງ
ລະເມີດກົດໝາຍສາກົນ ແລະ ການແກ້ໄຂບັນຫາຕ່າງໆ.”

ຖະແຫຼງການນັ້ນ ໄດ້ຖືກເປີດເຜີຍໃນຕອນເຊົ້າຂອງວັນອາທິດມື້ນີ້ ຫຼັງຈາກກອງປະ
ຊຸມສຸກເສີນຂອງບັນດາລັດຖະມົນຕີອົງການສັນນິບາດ ໃນນະຄອນຫຼວງ ໄຄໂຣ ໄດ້
ຖືກຈັດຂຶ້ນ ແລະ ໄດ້ສືບຕໍ່ເວົ້າວ່າ ການຕັດສິນໃຈຂອງທ່ານ ທຣຳ ຍັງໄດ້ປົດບົດບາດ
ຂອງ ສະຫະລັດໃນຖານະເປັນ “ຜູ້ສະໜັບສະໜູນ ແລະ ຕົວແທນ” ໃນຂະບວນການ
ສັນຕິພາບພາກຕາເວັນອອກກາງນຳ.

ຍັດຕິດັ່ງກ່າວ ຍັງໄດ້ກ່າວວ່າ ການຕັດສິນໃຈ ກ່ຽວກັບ ນະຄອນ ເຈຣູຊາແລັມ ຂອງ
ທ່ານ ທຣຳ “ໄດ້ທຳລາຍຄວາມພະຍາຍາມເພື່ອນຳເອົາສັນຕິກັບຄືນມາ, ເຮັດໃຫ້
ຄວາມເຄັ່ງຕຶງຮຸນແຮງຂຶ້ນກວ່າເກົ່າ ແລະ ສ້າງຄວາມໂມໂຫ ທີ່ຈະເປັນໄພຂົ່ມຂູ່ ເພື່ອ
ຜັກດັນໃຫ້ພາກພື້ນຕົກຢູ່ໃນສະຖານະການຮຸນແຮງທີ່ໂຫດຮ້າຍ, ເກີດການຈະລາຈົນ
ແລະ ການນອງເລືອດ.”

ຫົວໜ້າຂອງອົງການສັນນິບາດອາຣັບ ໄດ້ຮຽກຮ້ອງໃຫ້ບັນດາປະເທດຕ່າງໆຢູ່ໃນໂລກ
ຮັບຮູ້ວ່າ ປາແລັສໄຕນ໌ ວ່າເປັນລັດທີ່ມີອຳນາດອະທິປະໄຕ ດ້ວຍນະຄອນ ເຈຣູຊາ
ແລັມ ເປັນນະຄອນຫຼວງຂອງເຂົາເຈົ້າ, ໃນການຕອບໂຕ້ຕໍ່ການປະກາດຂອງທ່ານ
ທຣຳ.

ບັນດາລັດຖະມົນຕີທັງຫຼາຍ ຍັງໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ອົງການສະຫະ
ປະຊາຊາດ ຮັບຮອງຍັດຕິສະບັບນຶ່ງເພື່ອກ່າວປະນາມການຕັດສິນໃຈຂອງທ່ານ ທຣຳ.

ກອງປະຊຸມໃນນະຄອນຫຼວງ ໄຄໂຣ ໄດ້ມີຂຶ້ນ ຫຼັງຈາກການປະທ້ວງສາມວັນຕາມທ້ອງ
ຖະໜົນໃນເຂດ ເວັສ ແບັງຄ໌ ແລະ ກາຊາ, ພ້ອມກັບການປະທ້ວງທີ່ວັດອິສລາມ ໃນ
ນະຄອນຫຼວງຂອງປະເທດ ອີຈິບ.

ລາຍງານສະບັບນຶ່ງໃນວາລະສານ “ນະໂຍບາຍຕ່າງປະເທດ” ກ່າວວ່າ ທຳນຽບຂາວ,
ໃນກອງປະຊຸມເມື່ອບໍ່ດົນມານີ້ ກັບບັນດານັກການທູດ ປາແລັສໄຕນ໌ ນັ້ນ, ບໍ່ສາມາດທີ່
ຈະບອກພວກເພິ່ນໄດ້ ກ່ຽວກັບ ການຕັດສິນໃຈຂອງທ່ານ ທຣຳ, ແມ່ນກະທັ້ງທີ່ບັນດາ
ຄະນະຜູ້ແທນໄດ້ຖາມວ່າ ທ່ານ ທຣຳ ຈະເຊັນການຍົກເລີກ ການເຄືອນຍ້າຍສະຖານ
ທູດ ສະຫະລັດ ໄປຍັງນະຄອນ ເຈຣູຊາແລັມ ຫຼືບໍ່.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນທັນຢາຮູ ໄດ້ກ່າວໃນຖະແຫຼງ
ການສະບັບນຶ່ງເມື່ອວັນອາທິດມື້ນີ້ວ່າ “ຂ້າພະເຈົ້າໄດ້ຍິນຫາງສຽງການກ່າວປະນາມ
ຈາກ ຢູໂຣບ ກ່ຽວກັບ ການປະກາດຄັ້ງປະຫວັດສາດຂອງປະທານາທິບໍດີ ທຣຳ, ແຕ່
ຂ້າພະເຈົ້າຍັງບໍ່ໄດ້ຍິນການກ່າວປະນາມໃດໆ ສຳລັບຈະຫຼວດທີ່ຖືກຍິງມາໃສ່ ອິສຣາ
ແອລ ທີ່ໄດ້ມີຂຶ້ນຫຼັງຈາກການປະກາດ ແລະ ເປັນການກະທຳທີ່ອັນຕະລາຍຕໍ່ພວກ
ເຮົາ.”

ບັນດາຫົວໜ້າຂອງໂບດສາສະໜາ ຄຣິສຕຽນ ທີ່ໃຫຍ່ທີ່ສຸດໃນນະຄອນຫຼວງ ໄຄໂຣ
ແລະ ມະຫາວິທະຍາໄລ ອາລ-ອາຊາ ໄດ້ກ່າວວ່າ ເຂົາເຈົ້າຈະບໍ່ພົບປະກັບຮອງປະທາ
ນາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ເມື່ອທ່ານເດີນທາງຢ້ຽມຢາມນະຄອນຫຼວງ
ໄຄໂຣ ໃນວັນທີ 20 ທັນວາທີ່ຈະມາເຖິງນີ້. ປະທານາທິບໍດີ ປາແລັສໄຕນ໌ ທ່ານ ມາກ
ມູດ ອັບບາສ ກໍໄດ້ປະກາດເຊັ່ນກັນວ່າ ທ່ານຈະບໍ່ພົບປະກັບທ່ານ ເພັນສ໌. ໂດຍກ່າວ
ວ່າ “ສະຫະລັດ ໄດ້ກ້າວກ່າຍເສັ້ນຂີດສີແດງ” ກ່ຽວກັບ ນະຄອນ ເຈຣູຊາແລັມ.

ຖະແຫຼງການສະບັບນຶ່ງຈາກໂບດ ຄັອບຕິກ ອໍໂຕດອກສ໌ ໄດ້ເອີ້ນການຕັດສິນໃຈຂອງ
ທ່ານ ທຣຳ ວ່າ “ບໍ່ເໝາະສົມ ແລະ ບໍ່ມີການພິຈາລະ ນາສຳລັບຄວາມຮູ້ສຶກຂອງປະ
ຊາຊົນຫຼາຍລ້ານຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG