ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິ​ສ​ຣາ​ແອ​ລ ເນ​ລະ​ເທດ ນັກ​ຄົ້ນ​ຄວ້າ ອົງ​ການ​ສິ້ງ​ຊອມ ສິດ​ທິ​ມະ​ນຸດ


Israel Set to Deport Human Rights Watch Researcher
please wait

No media source currently available

0:00 0:02:36 0:00

​ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ອິ​ສ​ຣາ​ແອ​ລ ​ໄດ້​ກາຍ​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ປະ​ເທດ​ທຳ​ອິດ ທີ່​ໄດ້​ຂັບ​ໄລ່​ຕົວ​ແທນຂອງ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ອອກ​ຈາກ​ປະ​ເທດ. ທ່ານ ໂອ​ມາ ຊາ​ເກຍ, ຜູ້​ອຳ​ນວຍ​ການພະ​ແນກ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌ ຂອງ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ, ຕ້ອງ​ເດີນ​ທາງ​ອອກ​ຈາກ ອິ​ສ​ຣາ​ແອ​ລ ໃນ​ວັນຈັນ​ວານນີ້ ຫຼັງ​ຈາກ​ສານ​ສູງ​ສຸດ​ຂອງ​ປະ​ເທດ ໄດ້​ປະ​ຕິ​ເສດ​ການ​ຂໍ​ຮ້ອງ​ຂອງ​ກຸ່ມ​ດັ່ງ​ກ່າວ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ໃຫ້​ພິ​ຈາ​ລະ​ນາ​ຄືນ​ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ ທີ່​ຈະ​ເນ​ລະ​ເທດລາວ. ທ່ານ ຊາ​ເກຍ ໄດ້​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ສົ່ງ​ເສີມ​ຂະ​ບວນ​ການ​ຕໍ່​ຕ້ານ ອິ​ສ​ຣາ​ແອ​ລ ທີ່​ນຳ​ໜ້າ​ໂດຍ ປາ​ແລັ​ສ​ໄຕ​ນ໌, ເຊິ່ງ​ທ່ານ​ໄດ້​ກ່າວ​ປະ​ຕິ​ເສດ. ທ່ານ​ໄດ້​ເວົ້າ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ທ່ານ​ຈະ​ຍັງ​ຢູ່​ໃນ​ຕຳ​ແໜ່ງ​ຂອງ​ທ່ານ ແລະ ສືບ​ຕໍ່​ເກັບ​ກຳ​ຂໍ້​ມູນ ກ່ຽວ​ກັບ​ ການ​ລ່ວງ​ລະ​ເມີດ​ໃນ ອິ​ສ​ຣ​ແອ​ລ ແລະ ເຂດ​ແດນ​ຕ່າງໆ​ຂອງ ປາ​ແລັ​ສ​ໄຕ​ນ໌​ ຈາກ​ຕ່າງ​ປະ​ເທດ. ນັກ​ຂ່າວ​ວີ​ໂອ​ເອ ສ​ລາ​ຕິ​ກາ ໂຮກ ມີ​ລາຍ​ງານ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ແລະ ທ່ານ ຊາ​ເກຍ ໄດ້​ທຳ​ການ​ຕໍ່​ສູ້​ທາງ​ກົດ​ໝາຍ​ມາ​ເປັນ​ເວ​ລາ​ດົນ​ນານ ກ່ຽວ​ກັບ ການ​ເນ​ລະ​ເທດ​ທ່ານ, ໂດຍ​ໂຕ້​ຖຽງ​ວ່າ ລາວບໍ່​ໄດ້​ຮຽກ​ຮ້ອງ​ການ​ຕໍ່​ຕ້ານ​ ອິ​ສ​ຣາ​ແອ​ລ ໂດຍ​ກົງ. ກຸ່ມ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນ ນິວຢອກ ນັ້ນ​ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ສະ​ໜັບ​ສະ​ໜູນ​ການ​ຕໍ່​ຕ້ານ​ຂອງ​ສາ​ກົນ​ທີ່​ນຳ​ໜ້າ​ໂດຍ ປາ​ແລັ​ສ​ໄຕ​ນ໌, ຖອນ​ການ​ລົງ​ທຶນ ແລະ ມາດ​ຕະ​ການ​ລົງ​ໂທດ​ຕ່າງໆ.

ທ່ານ ເຄັນ​ເນັດ ຣັອ​ທ໌ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ໄດ້​ກ່າວ​ວ່າ “ແທ້​ຈິງ​ແລ້ວ, ຕະຫຼອດ​ເວ​ລາ​ການ​ເຮັດ​ວຽກັບ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ຂອງ​ທ່ານ ໂອ​ມາ ນັ້ນ, ທ່ານ​ໄດ້​ປະ​ຕິ​ບັດ​ຕາມ​ສະ​ຖາ​ນະ​ຂອງ​ອົງ​ການ​ຂັດ​ຂ້ອນ​ຂ້າງ​ຊັດ​ເຈນ ແລະ ພວກ​ເຮົາ​ບໍ່​ສະ​ໜັບ​ສະ​ໜູນ​ການ​ຕໍ່​ຕ້ານ, ການ​ຖອນ​ການ​ລົງ​ທຶນ ແລະ ມາດ​ຕະ​ການ​ລົງ​ໂທດ. ສະ​ນັ້ນ​ລັດ​ຖະ​ບານ ອິ​ສ​ຣາ​ແອ​ລ ແມ່ນບໍ່​ເຄີຍ​ມີ​ກໍ​ລະ​ນີ​ແມ່ນ​ແຕ່​ຄັ້ງ​ດຽວ ກ່​ຽ​ວ​ກັບ​ວ່າ ທ່ານ ໂອ​ມາ ໄດ້​ບ່ຽງ​ເບນ​ຈາກ​ສະ​ຖາ​ນະ​ຂອງ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ.”

ແຕ່​ສະ​ຖາ​ນະ​ຂອງ​ກຸ່ມ​ດັ່ງ​ກ່າວ​ກໍ​ແມ່ນ​ວ່າ ອິ​ສ​ຣາ​ແອ​ລ ຄວນ​ຖອນ​ອອກ​ຈາກ​ເຂດ​ແດນ​ທີ່​ຖືກ​ຍຶດ​ຄອງ​ນັ້ນ ແລະ ໃຫ້​ປະ​ຊາ​ຊົນ ອາ​ຣັບ​ ຂອງ​ເຂົາ​ເຈົ້າ​ມີ​ສິດ​ທິ​ຄື​ກັບ​ທີ່​ເຂົາ​ເຈົ້າ​ມອບ​ໃຫ້​ຊາວ ອິ​ສ​ຣາ​ແອ​ລ. ກົດ​ໝາຍ ອິ​ສ​ຣ​ແອ​ລ ສະ​ບັບ​ປີ 2017 ໄດ້​ປະ​ຕິ​ເສດ​ການ​ເດີນ​ທາງເຂົ້າ​ປະ​ເທດ, ອອກວີ​ຊາ ແລະ ການ​ອະ​ນຸ​ຍາດ​ໃຫ້​ຢູ່​ອາ​ໄສ​ຕໍ່ຄົນ​ຕ່າງ​ປະ​ເທດ​ຄົນ​ໃດ ຜູ້​ທີ່​ທຳ “ການ​ຮຽກ​ຮ້ອງ​ຢ່າງ​ເປີດ​ເຜີຍ​ສຳ​ລັບ​ການ​ຕໍ່​ຕ້ານ ອິ​ສ​ຣ​າ​ແອ​ລ” ຫຼື “ບໍ​ລິ​ເວນ​ໃດໆ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ເຂົາ​ເຈົ້າ”, ເຊິ່ງ​ອ້າງ​ອີງ​ເຖິງ​ຖິ່ນ​ຖານ​ຂອງ​ຊາວ ອິ​ສ​ຣາ​ແອ​ລ. ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ຖືກ​ໃຊ້​ໃນ​ຕົ້ນ​ປີນີ້ ເພື່ອ​ຫ້າມ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ທ່ານນາງ ຣາ​ຊີ​ດາ ຕະ​ລາ​ອິບ ແລະ ທ່າ​ນ​ນາງ ອິ​ລ​ຮານ ໂອ​ມາ ຈາກ​ການ​ເດີນ​ທາງ​ເຂົ້າ ອິ​ສ​ຣາ​ແອ​ລ ແລະ ເຂດ ເວັ​ສ ແບັ້ງ. ທ່ານ ຊາ​ເກຍ ເວົ້າ​ວ່າ ມັນ​ໄດ້​ຖືກ​ໃຊ້​ເພື່ອ​ປ້ອງ​ກັນ​ນັກ​ເຂື່ອນ​ໄຫວ​ສິດ​ທິ​ມະ​ນຸດ​ຈາກ​ການ​ປາກ​ເວົ້າ.

ທ່ານ ໂອ​ມາ ຊາ​ເກຍ, ຜູ້​ອຳ​ນວຍ​ການ ກ່ຽວ​ກັບ ບັນ​ຫາ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌ ທີ່​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ໄດ້​ກ່າວ​ວ່າ “ມັນ​ບໍ່​ມີ​ຫຍັງ​ພິ​ເສດ​ກ່ຽວ​ກັບ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ກໍ​ລະ​ນີ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ຈິງ​ແມ່ນ​ມັນ​ໄດ້​ເກີດ​ຂຶ້ນ​ທ່າມ​ກາງ​ຄວາມ​ພະ​ຍາ​ຍາມ​ອື່ນໆ​ຂອງ​ລັດ​ຖະ​ບານ ອິ​ສ​ຣ​າ​ແອ​ລ ເພື່ອ​ໂຈມ​ຕີ​ການ​ສະ​ໜັບ​ສະ​ໜູນ​ສິດ​ທິ​ມະ​ນຸດ, ເລີ່ມ​ຕົ້ນ​ດ້ວຍ​ກົດ​ໝາຍ​ທີ່​ປະ​ຕິ​ເສດ​ການ​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ຄົນ​ທີ່​ສະ​ໜັບ​ສະ​ໜູນ​ການ​ປາກ​ເວົ້າ​ຢ່າງ​ສະ​ຫງົບ​ຂອງ​ເຂົາ​ເຈົ້າ. ນັກ​ເຄື່ອນ​ໄຫວ​ຄົນ​ອື່ນ​ໆ​ກໍ​ຖືກ​ປະ​ຕິ​ເສດບໍ່​ໃຫ້​ເຂົ້າ​ປະ​ເທດ, ເຊັ່ນ​ບັນ​ດາ​ຜູ້​ແທນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ພວກ​ເຮົາ​ຮູ້​ກຸ່ມຕ່າງໆ​ຂອງ ອິ​ສ​ຣາ​ແອ​ລ ທີ່​ຖືກ​ກ່າວ​ຫາ​ກ່ຽວ​ກັບ​ການ​ສ້າງ​ຊື່​ສຽງ​ໃນ​ທາງບໍ່​ດີ​ໃຫ້​ລັດ ແລະ ໃສ່​ຮ້າຍ​ປ້າຍ​ສີ​ນັກ​ເຄື່ອນ​ໄຫວ​ພວກ​ນັ້ນ, ແລະ ພວກ​ເຮົາ​ຮູ້​ວ່າ​ຊາວ ປາ​ແລັ​ສ​ໄຕ​ນ໌ ໄດ້​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ອາ​ຊະ​ຍາ​ກຳ ແລະ ການ​ຫ້າມ​ເດີນ​ທາງ​ຜູ້ດ​ຽວ ຍ້ອນ​ການ​ສະ​ໜັບ​ສະ​ໜູນ​ສິດ​ທິ​ມະ​ນຸດ​ຂອງ​ເຂົາ​ເຈົ້າ.”

ອົງ​ການ​ສິ້ງ​ຊອມ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ເຊິ່ງ​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນ ເຈ​ຣູ​ຊາ​ແລັມ, ເປັນ​ອົງ​ການ​ທີ່​ເວົ້າ​ວ່າ ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນການ​ນຳ​ເອົາ​ກຸ່ມ​ສິດ​ທິ​ມະ​ນຸດມາ​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ຂອງ​ເຂົາ​ເຈົ້ານັ້ນ, ໄດ້​ປ້ອງ​ກັນ​ສິ​ດ​ທິ​ຂອງ ອິ​ສ​ຣາ​ແອ​ລ ທີ່​ຈະ​ເນ​ລະ​ເທດ​ທ່ານ ຊາ​ເກຍ.

ທ່ານ ເຈ​ໂຣ​ລ ສ​ໄຕ​ນ໌​ເບີກ, ຈາກ​ອົງ​ການ​ສິ້ງ​ຊອມ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ​ນະ​ຄອນ ເຈ​ຣູ​ຊາ​ແລັມ ໄດ້​ກ່າວ​ວ່າ “ແທ້​ຈິງ​ແລ້ວ​ມັນ​ແມ່ນ​ນະ​ໂຍ​ບາຍ​ດຽວ​ກັນ ທີ່​ທຸກ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ອື່ນໆ​ມີ. ມັນ​ບໍ່​ມີ​ສິດ​ສຳ​ລັບ​ຄົນ​ໃດ​ຄົນ​ນຶ່ງ ຜູ້​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ເຈົ້າ ຈະ​ເຂົ້າ​ມາ​ໃນ​ປະ​ເທດ ແລະ ເຮັດ​ແນວ​ນັ້ນ. ຖ້າ​ເຈົ້າ​ຢາກ​ໃສ່​ຮ້າຍ​ປ້າຍ​ສີ, ແລະ ລາວ​ກໍ​ຈະ​ເຮັດນັ້ນ, ລາວຈະ​ຕ້ອງ​ເຮັດ​ຢູ່ນອກ​ປະ​ເທດ ອິ​ສ​ຣ​າ​ແອ​ລ.”

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສະ​ຫະ​ພາບ ຢູ​ໂຣບ ແລະ ກຸ່ມ​ສິດ​ທິ​ມະ​ນຸດຫຼາຍ​ກຸ່ມ​ພິ​ຈາ​ລະ​ນາ​ຖິ່ນ​ຖານ​ຊາວ ອິ​ສ​ຣ​ແອ​ລ ໃນ​ເຂດ​ແດນ​ທີ່​ຖືກ​ຍຶດ​ຄອງ​ແມ່ນ​ຜິດ​ກົດ​ໝາຍ. ແຕ່​ລັດ​ຖະ​ບານ​ທ່ານ ທ​ຣຳ ໃນ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ປະ​ກາດ​ວ່າ ເຂົາ​ເຈົ້າ​ຈະ​ຕ່າວ​ປີ້ນ​ນະ​ໂຍ​ບາຍ​ທີ່​ມີ​ມາ​ຍາວ​ນານ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ເວົ້າ​ວ່າ ຖິ່ນ​ຖານ​ດັ່ງ​ກ່າວ​ແມ່ນ “ບໍ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ.”

Israel is set to become the first democratic country to expel a Human Rights Watch representative. Omar Shakir, the Israel and Palestine director for Human Rights Watch, must leave Israel on Monday after the country's top court last week rejected the group's request to re-examine a government decision to deport him. Shakir has been accused of promoting the Palestinian-led Israel boycott movement, which he denies. He said Sunday he will remain in his position and continue documenting violations in Israel and the Palestinian territories from abroad. VOA's Zlatica Hoke reports.

Human Rights Watch and Shakir have fought a lengthy legal battle against his deportation, arguing that he has not called for an outright boycott of Israel. The New York-based group says it does not support the Palestinian-led international Boycott, Divestment and Sanctions movement.

"In fact, Omar's entire time with Human Rights Watch, he has held quite clearly to the organization's position and we do not support BDS. So the Israeli government was never able to come up with a single case where Omar deviated from the Human Rights Watch position."

But the group's position is that Israel should withdraw from the occupied territories and give its Arab citizens the same rights it gives to Israelis. A 2017 Israeli law denies entry, visa and residency permits to any foreigner who makes a "public call for boycotting Israel" or "any area under its control"a reference to the Israeli settlements. The law was used earlier this year to ban the entry of U.S. lawmakers Rashida Tlaib and Ilhan Omar into Israel and the West Bank. Shakir says it is used to prevent rights activists from speaking out.

"There is nothing special about what's happened in my case, the reality is it comes amid many other efforts taken by the Israeli government to assault human rights advocacy, beginning with laws that deny entry to people for their peaceful expression. Other activists have been denied entry, U.N. representatives. We know Israeli groups have been accused of defaming the state and maligned for those activities, and we know Palestinians have faced criminal charges and travel bans solely because of their human rights advocacy."

Jerusalem-based NGO Monitor, an organization that says it promotes accountability of human rights groups, has defended Israel's right to deport Shakir.

"It's basically the same policy that every other democratic country has. There is no right for someone who demonizes you to come into your country and do that. If he wants to demonize, and he will, he will have to do it outside of Israel."

The United Nations, European Union and many rights groups consider Israeli settlements in the occupied territories illegal. But the Trump administration last week announced that it is reversing the long-standing U.S. policy, which says the settlements are "inconsistent with international law."

XS
SM
MD
LG