ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຂອງອິສຣາແອລ ສັງຫານພວກຫົວຮຸນແຮງ 3 ຄົນ ໃນໂຮງໝໍ ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ


ພວກມືປືນປາແລັສໄຕນ໌ ເດີນຂະບວນແຫ່ສົບຂອງພວກຫົວຮຸນແຮງ, ທີ່ໄດ້ຖຶກປົກຄຸມດ້ວຍທຸງຂອງກຸ່ມອິສລາມຈີຮາດ ຂອງປາແລັສໄຕນ໌, ທີ່ໄດ້ຖືກສັງຫານໂດຍກອງທັບອິສຣາແອລ ໃນການບຸກເຂົ້າກວດຄົ້ນ ຢູ່ໂຮງໝໍ ອິບນ໌ ຊີນາ ໃນເມືອງເຈນີນ ຂອງເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼື ແວັສແບ້ງ, ວັນທີ 30 ມັງກອນ 2024.
ພວກມືປືນປາແລັສໄຕນ໌ ເດີນຂະບວນແຫ່ສົບຂອງພວກຫົວຮຸນແຮງ, ທີ່ໄດ້ຖຶກປົກຄຸມດ້ວຍທຸງຂອງກຸ່ມອິສລາມຈີຮາດ ຂອງປາແລັສໄຕນ໌, ທີ່ໄດ້ຖືກສັງຫານໂດຍກອງທັບອິສຣາແອລ ໃນການບຸກເຂົ້າກວດຄົ້ນ ຢູ່ໂຮງໝໍ ອິບນ໌ ຊີນາ ໃນເມືອງເຈນີນ ຂອງເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼື ແວັສແບ້ງ, ວັນທີ 30 ມັງກອນ 2024.

ກຳລັງຂອງອິສຣາແອລ ໄດ້ສັງຫານພວກຫົວຮຸນແຮງປາແລັສໄຕນ໌ ສາມຄົນໃນວັນອັງຄານວານນີ້ ຢູ່ພາຍໃນໂຮງໝໍ ໃນເຂດຢຶດຄອງຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼື West Bank, ລວມທັງຄົນນຶ່ງທີ່ ກອງທັບອິສຣາແອລ ໄດ້ກ່າວວ່າ ເປັນສະມາຊິກຂອງກຸ່ມຮາມາສ ຜູ້ກຳລັງວາງແຜນການໂຈມຕີທີ່ໃກ້ຈະເກີດຂຶ້ນ.

ສ່ວນບັນດາເຈົ້າໜ້າທີ່ສາທາລະນະສຸກຂອງປາແລັສໄຕນ໌ ໄດ້ກ່າວວ່າ ກຳລັງຂອງອິສຣາແອລ ໄດ້ຍິງ ແລະສັງຫານຊາຍສາມຄົນຫຼັງຈາກທີ່ໄດ້ບຸກເຂົ້າໄປໃນໂຮງໝໍ ອິບນ໌ ຊີນາ ໃນເມືອງເຈນີນ.

ວີດີໂອ ທີ່ຖືກກ່າວວ່າ ມາຈາກກ້ອງເຝົ້າລະວັງດ້ານຄວາມປອດໄພຢູ່ໂຮງໝໍ ທີ່ສະແດງໃຫ້ເຫັນ ພວກທະຫານຫຼາຍສິບຄົນທີ່ປອມແປງຕົວໃສ່ເຄື່ອງນຸ່ງພົນລະເຮືອນຫຼືແຕ່ງກາຍໃນຊຸດຂອງແພດໃນໂຮງໝໍ ແລະເສື້ອຄຸມສີຂາວ ໂດຍທີ່ພວກເຂົາຖືປືນຍາວ ແລະກຳລັງເຄື່ອນໄຫວຕາມຮ່ອມພາຍໃນໂຮງໝໍ.

ອົງການຂ່າວຣອຍເຕີສ໌ ຊຶ່ງໄດ້ຮັບວີດີໂອດັ່ງກ່າວນັ້ນ ກ່າວວ່າ ແມ່ນແຕ່ປ້າຍຕ່າງໆຂອງໂຮງໝໍ ພ້ອມກັບສີ ແລະການອອກແບບຂອງປະຕູ ແລະຝາຢູ່ໃນວີດີໂອ ແມ່ນຄືກັນກັບພາບວີດີໂອຂອງຕົນທີ່ໄດ້ມາຈາກໂຮງໝໍ ໃນເມື່ອກ່ອນນັ້ນ.

ກະຊວງສາທາລະນະສຸກຂອງກາຊາ ໄດ້ຮຽກຮ້ອງຕໍ່ສະຖາບັນນານາຊາດ ເພື່ອກົດດັນອິສຣາແອລ ໃຫ້ຢຸດເຊົາປະຕິບັດການຢູ່ໃນສະຖານທີ່ດ້ານສາທາລະນະສຸກທັງຫຼາຍ.

ອິສຣາແອລ ໄດ້ກ່າວຫາກຸ່ມຮາມາສ ໃນການປະຕິບັດງານຢູ່ໃນໂຮງໝໍຕ່າງໆ ແລະຢູ່ໃນອຸໂມງໃຕ້ສະຖານທີ່ສາທາລະນະສຸກຕ່າງໆ ເພື່ອຊຸກເຊື່ອງພວກອາວຸດ ແລະໃຊ້ພົນລະເຮືອນເປັນເຄື່ອງປ້ອງກັນ.

ກອງທັບອິສຣາແອລ ໄດ້ລະບຸຕົວຜູ້ນຶ່ງທີ່ໄດ້ຖືກສັງຫານໃນວັນອັງຄານວານນີ້ ຄື ທ້າວໂມຮາມເມດ ຈາລາມເນ ໂດຍກ່າວວ່າ ລາວໄດ້ເຊື່ອມໂຍງກັບກຸ່ມຮາມາສ ແລະໄດ້ວາງແຜນທີ່ຈະດຳເນີນການໂຈມຕີ ຊຶ່ງໄດ້ຮັບແຮງຈູງໃຈໂດຍການບຸກໂຈມຕີໃນວັນທີ 7 ຕຸລາ ໂດຍກຸ່ມຮາມາສ ທີ່ອິສຣາແອລ ກ່າວວ່າ ໄດ້ສັງຫານປະຊາຊົນ 1,200 ຄົນ.

ປະມານ 370 ຄົນໃນເຂດແວັສແບ້ງ ໄດ້ຖືກສັງຫານໂດຍອິສຣາແອລ ສ່ວນໃຫຍ່ໂດຍກຳລັງທະຫານຂອງອິສຣາແອລ ນັບຕັ້ງແຕ່ວັນທີ 7 ຕຸລາ ເປັນຕົ້ນມາ.

Israeli forces killed three Palestinian militants Tuesday inside a hospital in the occupied West Bank, including one that Israel’s military said was a Hamas member planning an imminent attack.

Palestinian health officials said Israeli forces shot and killed the three men after storming Ibn Sina Hospital in Jenin.

Video said to be from a surveillance camera at the hospital appeared to show about a dozen undercover troops wearing civilian clothes or dressed in hospital scrubs and white lab coats carrying guns and moving through a corridor of the hospital.

Reuters, which obtained the video, said hospital signs, as well as the color and design of the door and walls in the video, match its own previous footage from the hospital.

This grab taken from video released on social media on Jan. 30, 2024, reportedly shows CCTV footage of a deadly raid by undercover Israeli troops at the Ibn Sina Hospital in the city of Jenin in the occupied West Bank.
This grab taken from video released on social media on Jan. 30, 2024, reportedly shows CCTV footage of a deadly raid by undercover Israeli troops at the Ibn Sina Hospital in the city of Jenin in the occupied West Bank.

The Gaza Health Ministry called on international institutions to pressure Israel to halt operations in health facilities.

Israel has accused Hamas of operating in hospitals and in tunnels underneath health facility sites to hide weapons and use civilians as shields.

The Israeli military identified one of the people killed Tuesday as Mohammed Jalamneh, saying he had links to Hamas and planned to carry out an attack inspired by the October 7 Hamas assault that Israel says killed 1,200 people.

About 370 people in the West Bank have been killed by Israelis, mostly by Israeli forces, since October 7.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG