ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ກ່າວວ່າ ກອງກຳລັງຂອງຕົນ ‘ໄດ້ຢຸດຢັ້ງ’ ພວກຫົວຮຸນແຮງ ທີ່ຫລົບລີ້ ຢູ່ໃນໂຮງໝໍ ຂອງເຂດແວັສແບ້ງ


ແພດຄົນນຶ່ງຢືນຢູ່ນ້ອກຫ້ອງຮັກສາຄົນປ່ວຍ ທີ່ໂຮງໝໍ Ibn Sina ໃນເມືອງເຈນິນ ພາຍໃນເຂດຢຶດຄອງ West Bank ເມື່ອວັນທີ 30 ມັງກອນ 2024. ກອງກຳລັງຂອງອິສຣາແອລ ໄດ້ຍິງພວກຜູ້ຊາຍປາແລັສໄຕນ໌ ສາມຄົນຕາຍໃນໂຮງໝໍດັ່ງກ່າວ ເມື່ອຕອນເຊົ້າວັນທີ 30, ກະຊວງສາທາລະນະສຸກຂອງປາແລັສໄຕນ໌ ກ່າວ.
ແພດຄົນນຶ່ງຢືນຢູ່ນ້ອກຫ້ອງຮັກສາຄົນປ່ວຍ ທີ່ໂຮງໝໍ Ibn Sina ໃນເມືອງເຈນິນ ພາຍໃນເຂດຢຶດຄອງ West Bank ເມື່ອວັນທີ 30 ມັງກອນ 2024. ກອງກຳລັງຂອງອິສຣາແອລ ໄດ້ຍິງພວກຜູ້ຊາຍປາແລັສໄຕນ໌ ສາມຄົນຕາຍໃນໂຮງໝໍດັ່ງກ່າວ ເມື່ອຕອນເຊົ້າວັນທີ 30, ກະຊວງສາທາລະນະສຸກຂອງປາແລັສໄຕນ໌ ກ່າວ.

ກອງທັບອິສຣາແອລໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ຕົນ “ໄດ້ຢຸດຢັ້ງ” ພວກຫົວຮຸນແຮງສາມຄົນ ຢູ່ໃນເຂດຢຶດຄອງຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼື ແວັສແບ້ງ (West Bank), ລວມທັງອີກຄົນນຶ່ງ ທີ່ຕົນໄດ້ກ່າວວ່າ ເຊື່ອມໂຍງກັບກຸ່ມຮາມາສ ແລະກຳລັງວາງແຜນການໂຈມຕີ ທີ່ໃກ້ຈະເກີດຂຶ້ນໂດຍໄດ້ຮັບແຮງຈູງໃຈຈາກການໂຈມຕີໃນວັນທີ 7 ຕຸລາ ຂອງກຸ່ມຮາມາສ ທີ່ອິສຣາແອລ ກ່າວວ່າ ໄດ້ສັງຫານປະຊາຊົນ 1,200 ຄົນ.

ຖະແຫລງການຂອງກອງທັບອິສຣາແອລ ໄດ້ກ່າວອີກວ່າ ພວກຫົວຮຸນແຮງດັ່ງ ກ່າວ ໄດ້ຫລົບລີ້ ຢູ່ໂຮງໝໍແຫ່ງນຶ່ງ ໃນເມືອງເຈນິນ.

ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງປາແລັສໄຕນ໌ ໄດ້ກ່າວວ່າ ກອງກຳລັງຂອງອິສຣາແອລໄດ້ຍິງພວກຜູ້ຊາຍສາມຄົນຕາຍ ຫຼັງຈາກໄດ້ບຸກເຂົ້າໄປໃນໂຮງໝໍ ອິບນ໌ ຊີນາ ໃນເມືອງເຈນິນ.

ຢູ່ໃນແຫຼມກາຊາ ການໂຈມຕີຕອບໂຕ້ຂອງອິສຣາແອລ ໄດ້ສັງຫານປະຊາຊົນຫຼາຍກວ່າ 26,000 ຄົນ ໃນຂະນະດຽວກັນຍັງໄດ້ທຳລາຍພື້ນທີ່ຂະໜາດໃຫຍ່ຂອງກາຊາ ແລະໄດ້ສົ່ງຜົນໃຫ້ປະຊາຊົນຂອງເຂດແດນແຫ່ງນີ້ເກືອບ 85 ເປີ ເຊັນ ຕ້ອງອົບພະຍົບອອກໄປ.

ກຸ່ມການຊ່ວຍເຫຼືອສາກົນຊາວກຸ່ມ ໄດ້ສະແດງການສະໜັບສະໜຸນ ໃນວັນຈັນວານນີ້ ໃຫ້ແກ່ອົງການບັນເທົາທຸກປາແລັສໄຕນ໌ຂອງອົງການສະຫະປະຊາຊາດ, ຂະນະທີ່ບັນດາປະເທດຜູ້ບໍລິຈາກທີ່ສຳຄັນຈຳນວນນຶ່ງ ໄດ້ໂຈະການສະໜັບສະໜຸນ ຫຼັງຈາກທີ່ການກ່າວຫາຂອງອິສຣາແອລ ທີ່ວ່າ ພວກພະນັກງານຂອງຫຼາຍສິບອົງການ ອາດມີສ່ວນກ່ຽວຂ້ອງໃນການໂຈມຕີກໍ່ການຮ້າຍໃນວັນທີ 7 ຕຸລາ ຢູ່ພາຍໃນອິສຣາແອລ.

“ການໂຈະໃຫ້ທຶນໂດຍປະເທດຜູ້ບໍລິຈາກທັງຫຼາຍ ຈະສົ່ງຜົນກະທົບຕໍ່ການຊ່ວຍເຫຼືອຊີວິດສຳລັບພົນລະເຮືອນເກີດກວ່າ 2 ລ້ານຄົນ, ເກີນກວ່າເຄິ່ງນຶ່ງແມ່ນພວກເດັກນ້ອຍ ຜູ້ທີ່ເພິ່ງພາການຊ່ວຍເຫຼືອຈາກ UNRWA ທີ່ໃຫ້ການຊ່ວຍເຫຼືອໃນກາຊາ” ບັນດາກຸ່ມໃຫ້ການຊ່ວຍເຫຼືອ ໄດ້ກ່າວໂດຍໃຊ້ ຄຳຫຍໍ້ສຳລັບອົງການບັນເທົາທຸກ ແລະວຽກງານຂອງອົງການສະຫະປະຊາຊາດ.

Israel’s military said Tuesday it “neutralized” three militants in the occupied West Bank, including one it said had links to Hamas and was planning an imminent attack inspired by the Oct. 7 Hamas assault that Israel says killed 1,200 people.

An Israeli military statement said the militants were hiding in a hospital in Jenin.

Palestinian health officials said Israeli forces shot the three men dead after storming Ibn Sina hospital in Jenin.

About 370 people in the West Bank have been killed by Israelis, mostly by Israeli forces, since Oct. 7.

In the Gaza Strip, Israel’s counteroffensive has killed more than 26,600 people, while also destroying vast swaths of Gaza and displacing nearly 85% of the territory's people.

Palestinian aid

Twenty international aid groups expressed support Monday for the United Nations’ Palestinian relief agency, as several major donor countries suspended support following the Israeli accusation that a dozen agency staffers may have been involved in the Oct. 7 terror attack inside Israel.

“The suspension of funding by donor states will impact life-saving assistance for over 2 million civilians, over half of whom are children, who rely on UNRWA aid in Gaza,” the aid groups said, using the acronym for the U.N. Relief and Works Agency.

White House Vows Response to Drone Strike Blamed on Iran
please wait

No media source currently available

0:00 0:03:09 0:00

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG