ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນຕັນຢາຮູ ກ່າວວ່າ ທ່ານບອກກັບສະຫະລັດວ່າ ອິສຣາແອລ ຄັດຄ້ານ ກ່ຽວກັບລັດປາແລັສໄຕນ໌


ແຟ້ມພາບ - ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ເຂົ້າຮ່ວມກອງປະຊຸມສະພາ ປະຈຳອາທິດ ຢູ່ ຫ້ອງການນາຍົກລັດຖະມົນຕີ ໃນ ນະຄອນ ເຈຣູຊາແລັມ, ວັນທີ 10 ທັນວາ 2023.
ແຟ້ມພາບ - ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ເຂົ້າຮ່ວມກອງປະຊຸມສະພາ ປະຈຳອາທິດ ຢູ່ ຫ້ອງການນາຍົກລັດຖະມົນຕີ ໃນ ນະຄອນ ເຈຣູຊາແລັມ, ວັນທີ 10 ທັນວາ 2023.

ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວໃນວັນພະ ຫັດວານນີ້ວ່າ ທ່ານໄດ້ບອກກັບສະຫະລັດວ່າ ທ່ານຄັດຄ້ານການສະໜັບສະໜຸນທີ່ມີມາເປັນເວລາຍາວນານ ຂອງວໍຊິງຕັນ ໃນການສ້າງລັດປາແລັສໄຕນ໌ ໃຫ້ເປັນສ່ວນນຶ່ງຂອງການຕົກລົງຫຼັງສົງຄາມ ລະຫວ່າງອິສຣາແອລ ກັບພວກຫົວຮຸນແຮງ ຮາມາສ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ລັດຖະບານ​ຝ່າຍ​ຂວາ​ຂອງ​ອິສຣາ​ແອ​ລ ​ໄດ້​ສະ​ແດງການ​ຄັດ ຄ້ານ​ຕໍ່​ລັດປາ​ແລັ​ສໄຕ​ນ໌ ທີ່ເປັນອິດ​ສະລະ​ ທີ່ເທົ່າທຽມ​ກັບ​ອິສຣາ​ແອ​ລ. ແຕ່ຖະ ແຫຼງການຂອງທ່ານ ເນຕັນຢາຮູ ໃນກອງປະຊຸມຖະແຫຼງຂ່າວ ທີ່ອອກອາກາດທົ່ວປະເທດ ເບິ່ງຄືວ່າຈະມີຄວາມຊັດເຈນທີ່ສຸດ ກ່ຽວກັບບັນຫາດັ່ງກ່າວ ແລະໄດ້ເຮັດໃຫ້ເກີດຄວາມແຕກແຍກສາທາລະນະຢ່າງຈະແຈ້ງ ກັບສະຫະລັດ, ເຊິ່ງເປັນຜູ້ສະຫນັບສະຫນູນທີ່ສໍາຄັນຂອງ ອິສຣາແອລ ໃນສົງຄາມດັ່ງກ່າວ.

​ໂຄສົກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທຳນຽບຂາວ ທ່ານ ຈອນ ເຄີບີ ​ໄດ້​ປະຕິ​ເສດ​ຕໍ່​ຖະ​ແຫຼ​ງການ​ຂອງ​ຜູ້ນຳ​ອິສຣາ​ແອ​ລ.

"ນີ້ບໍ່ແມ່ນຄໍາຄິດເຫັນໃຫມ່ຂອງນາຍົກລັດຖະມົນຕີ ເນຕັນຢາຮູ. ພວກເຮົາເຫັນໄດ້ຢ່າງຈະແຈ້ງວ່າມັນແຕກຕ່າງກັນ," ທ່ານ ເຄີບີ ກ່າວ.

ເມື່ອບໍ່ດົນມານີ້ ໃນອາທິດນີ້, ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວຕໍ່ບັນດາຜູ້ນຳທາງດ້ານການເມືອງ ແລະ ທຸລະກິດທີ່ສຳຄັນໃນກອງປະຊຸມເສດຖະກິດໂລກ ທີ່ນະຄອນ ດາວອສ, ປະເທດສະວິດເຊີແລນ, ວ່າ "ເສັ້ນທາງໄປສູ່ລັດ ປາແລັສໄຕນ໌" ແມ່ນເປັນສິ່ງຈຳເປັນ ເພື່ອສັນຕິພາບຢູ່ຕາເວັນອອກກາງ.

ໂຄສົກກະຊວງການຕ່າງປະເທດ ທ່ານ ແມັດທິວ ມີລເລີ ກ່າວໃນວັນພະຫັດວານນີ້ວ່າ “ບໍ່ມີວິທີໃດ ທີ່ຈະແກ້ໄຂບັນຫາຄວາມທ້າທາຍ ໄລຍະຍາວຂອງ ອິສຣາແອລ, ທີ່ຈະເຮັດໃຫ້ມີຄວາມໝັ້ນຄົງທີ່ຍືນຍົງ, ແລະບໍ່ມີວິທີໃດ ທີ່ຈະແກ້ໄຂບັນຫາຄວາມທ້າທາຍໄລຍະສັ້ນຂອງການສ້າງສາເຂດກາຊາຄືນໃໝ່ ແລະການສ້າງຕັ້ງວິທີການປົກຄອງໃນເຂດກາຊາ ແລະການສະໜອງຄວາມ​ໝັ້ນຄົງໃຫ້​ເຂດ​ກາຊາ​ ໂດຍ​ປາດສະຈາກ ​ການ​ສ້າງ​ຕັ້ງ​ລັດ​ປາ​ແລັດ​ສະ​ໄຕ​ນ໌.”

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​, ທ່ານ ເນຕັນຢາຮູ ກ່າວ​ວ່າ, “ໃນ​ ການ​ຈັດ​ການ ​ໃດກໍຕາມ ໃນ​ອະ​ນາ​ຄົດ… ອິສຣາແອລ ຈຳເປັນຕ້ອງຄວບ​ຄຸມ​ດ້ານຄວາມ​ໝັ້ນຄົງ ໃນທຸກ​ເຂດ​ ຂອງຝັ່ງຕາເວັນຕົກຂອງ​ແມ່​ນ້ຳ​ຈໍ​ແດນ​”. “ສິ່ງ​ດັ່ງ​ກ່າວ​ ຂັດ​ກັບ​ແນວ​ຄວາມຄິດ ດ້ານ​ອະ​ທິ​ປະ​ໄຕ. ທ່ານ ສາມາດເຮັດຫຍັງໄດ້ແດ່?"

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG