ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເລືອກ​ຕັ້ງໃໝ່ ​ໃນອິ​ສ​ຣາ​ແອ​ລ ມີ​ຄວາມ​ເປັນ​ໄປ​ໄດ້ ຫລາຍ​ຂຶ້ນ


ຜູ້​ຊາຍ​ຊາວອິ​ສ​ຣາ​ແອ​ລ​​ຄົນ​ນຶ່ງ​ປ່ອນ​ບັດຢູ່​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ນະ​ຄອນ Tel Aviv ຂອງອິ​ສ​ຣາ​ແອ​ລ​, ໃນ​ວັນ​ທີ 9 ພຶດ​ສະ​ພາ, 2019.
ຜູ້​ຊາຍ​ຊາວອິ​ສ​ຣາ​ແອ​ລ​​ຄົນ​ນຶ່ງ​ປ່ອນ​ບັດຢູ່​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ນະ​ຄອນ Tel Aviv ຂອງອິ​ສ​ຣາ​ແອ​ລ​, ໃນ​ວັນ​ທີ 9 ພຶດ​ສະ​ພາ, 2019.

ອິ​ສ​ຣາ​ແອ​ລ​ໄດ້​ຫຍັບ​ເຂົ້າໃກ້​ການ​ເລືອກ​ຕັ້ງ​ສະ​ພາ​ໃໝ່​ຫລາຍ​ຂຶ້ນ​ ໃນ​ວັນ​ອັງ​ຄານ ມື້ນີ້ ໃນ​ຂະ​ນະ​ທີ່​ພວກ​ສະ​ມາ​ຊິກ​ສະ​ພາ​ ໄດ້​ລົງ​ຄະ​ແນນ​ສຽງເຫັນ​ດີ​ຕໍ່​ການ​ເຄື່ອນ​ໄຫວແບບເປັນ​ຂະ​ບວນ​ສາມ​ຢ່າງ ​ທີ່​ຕ້ອງໄດ້​ມີ​ຂຶ້ນ ​ເພື່ອ​ຈະຫຍຸບ​ສະ​ພາ​ຢູ່​ໃນ​ປັດ​ຈຸ​ບັນນີ້ໄດ້.

ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ 66 ຕໍ່ 44 ສຽງ ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ເອົາວັນ​ທີ 17 ກັນ​ຍາ ​ໃຫ້​ເປັນ​ວັນ​ເລືອກ​ຕັ້ງ​ໃໝ່, ຖ້າ​ຫາກ​ມາດ​ຕະ​ການ​ດັ່ງ​ກ່າວສາ​ມາດ​ຜ່ານ​ການ​ລົງ​ຄະ​ແນນສອງ​ຄັ້ງ​ສຸດ​ທ້າຍ​ໄດ້.

ນາ​ຍົກ​ລັດ​ຖະ​ມົນ​ຕີເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ບໍ່​ສາ​ມາດ​ທີ່​ຈະ​ຕັ້ງ​ລັດ​ຖະ​ບານ​ໃໝ່​ຂຶ້ນ​ໄດ້ ນັບ​ຕັ້ງແຕ່ພັກ​ຂອງ​ທ່ານໄດ້​ຊະ​ນະການ​ຍາດ​ເອົາ​ບ່ອນ​ນັ່ງ​ຂອງ​ສະ​ພາ​ໄດ້​ເກືອບ​ໝົດ ຢູ່​ໃນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ແລ້ວນີ້.

ທ່ານ​ອາ​ວິກ​ດໍ ໄລ​ເບີ​ແມນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດກ່າວ​ຢູ່​ໃນກອງ​ປະ​ຊຸມ Yisrael Beitenu ຢູ່ໃນ​ສະ​ພາ Knesset ຂອງ​ອິ​ສ​ຣາ​ແອ​ລ, ວັນ​ທີ 27 ພຶດ​ສະ​ພາ, 2019
ທ່ານ​ອາ​ວິກ​ດໍ ໄລ​ເບີ​ແມນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດກ່າວ​ຢູ່​ໃນກອງ​ປະ​ຊຸມ Yisrael Beitenu ຢູ່ໃນ​ສະ​ພາ Knesset ຂອງ​ອິ​ສ​ຣາ​ແອ​ລ, ວັນ​ທີ 27 ພຶດ​ສະ​ພາ, 2019

ທ່ານ​ມີ​ເວ​ລາ​ຮອດ​ວັນ​ພຸດມື້​ອື່ນເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ຂອງການຮວມເຂົ້າ​ກັນ​ກັບພັກ​ອື່ນ ຖ້າບໍ່​ດັ່ງ​ນັ້ນກໍ​ຈະ​ປະ​ສົບ​ກັບ​ສະ​ພາບ​ທີ່​ເປັນ​ການ​ສ່ຽງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ອິ​ສ​ຣາ​ແອ​ລ​ໃຫ້​ໂອ​ກາດ​ແກ່​ຄົນ​ອື່ນ​ມາ​ຈັດ​ຕັ້ງ​ລັດ​ຖະ​ບານ​ປະ​ສົມຂຶ້ນ. ທ່ານເນ​ຕັນ​ຢາຮູ ຄົງ​ຈະ​ບໍ່​ປ່ອຍ​ໃຫ້​ເຫດ​ການນັ້ນ​ເກີດ​ຂຶ້ນໄດ້, ໂດຍ​ທີ່ມັກຈະ​ເອົາ​ໂອ​ກາດ ​ໃຫ້​ຕົນ​ເອງຢູ່​ໃນ​ການ​ເລືອກ​ຕັ້ງ​ໃໝ່​ນີ້ ​ຫລາຍກວ່າ.

ລັດ​ຖະ​ບານ​ປະ​ສົມ​ຂອງ​ທ່ານ​ທີ່​ຄາດ​ຫວັງ​ໄວ້ ໄດ້​ຖືກ​ຊຸກ​ໃຫ້​ຕົກ​ໄປ​ຢູ່​ໃນ​ສະ​ພາບ ໂກ​ລະ​ຫົນ ໂດຍ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ, ທ່ານ​ອາ​ວິກ​ດໍ ໄລ​ເບີ​ແມນ (Avigdor Lieberman), ທີ່​ບາງ​ຄັ້ງ​ກໍ​ເປັນ​ພັນ​ທະ​ມິດ​ກັບທ່ານ ເນ​ຕັນ​ຢາ​ຮູ ແລະ​ບາງ​ຄັ້ງ​ກໍ​ເປັນ​ຄູ່​ປໍ​ລະ​ປັກ​ຂອງ​ທ່ານ.

ທ່ານ ໄລ​ເບີ​ແມນ (Lieberman) ​ຮຽກ​ຮ້ອງ​ໃຫ້​ຮັບ​ຜ່ານ​ກົດ​ໝາຍ​ໃໝ່ ທີ່​ບັງ​ຄັບໃຫ້​ຜູ້​ຊາຍ​ໜຸ່ມ​ທີ່​ນັບ​ຖື​ສາດ​ສະ​ໜາອໍ​ໂຕດອກ​ຊ໌ ​ແບບດັ້ງ​ເດີມ​ຈັດ ເຂົ້າ​ເປັນ​ທະ​ຫານ​ໃນ​ກອງ​ທັບ​ອິ​ສ​ຣາ​ແອ​ລ ຄື​ກັນ​ກັບ​ຜູ້​ຊາຍ​ທີ່​ນັບ​ຖື​ສາດ​ສະ​ໜາ​ຢີວ​ສ່ວນ​ໃຫຍ່, ໃນ​ຂະ​ນະພັນ​ທະ​ມິດ​ຂອງ​ທ່ານເນ​ຕັນ​ຢາ​ຮູທີ່ນັບ​ຖື​ສາດ​ສະ​ໜາ ອໍ​ໂຕດອກ​ຊ໌ ​ແບບດັ້ງ​ເດີມ​ຈັດນັ້ນ ໄດ້​ຮ້ອງ​ຂໍ​ໃຫ້​ມີການ​ຍົກ​ເວັ້ນ​ໃນ​ການຖືກ​ເກນ​ທະ​ຫານທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ຍັງ​ຢູ່​ຄື​ເກົ່າ.

ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ທີ່​ອອກ​ມາໃນ​ວັນ​ຈັນ​ວານນີ້ ທ່ານເນ​ຕັນ​ຢາ​ຮູ ຮຽກ​ຮ້ອງ​ໃຫ້ຜູ້​ຈະ​ເປັນຄູ່ພາ​ຄີໃນ​ລັດ​ຖະ​ບານ​ປະ​ສົມ​ຂອງ​ທ່ານເອົາ “ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ປະ​ເທດ ຢູ່ເໜືອຜົນ​ປະ​ໂຫຍດ​ອື່ນ​ໃດ​ໆໝົດ” ເພື່ອ​ຫລີກ​ເວັ້ນ​ສິ່ງ​ທີ່​ທ່ານ​ເວົ້າວ່າ ຈະເປັນ​ການເລືອກ​ຕັ້ງ "ທີ່​ແພງ ແລະ​ສິ້ນ​ເປືອງ" ນັ້ນ​.

ຜູ້​ນຳ​ຂອງ​ອິ​ສ​ຣາ​ແອ​ລ​ທ່ານນີ້ ເວົ້າ​ວ່າ ທ່ານ​ຫວັງ​ວ່າ ​ຈະ​ມີ​ການ​ປະ​ນິ​ປະ​ນອມ​ກັນ ກ່ອນ​ຈະ​ຮອດ​ວັນພຸດມື້​ອື່ນນີ້ ຊຶ່ງ​ເປັນວັນ​ກຳ​ນົດ​ເສັ້ນ​ຕາຍໃຫ້​ທ່ານ​ຈັດ​ຕັ້ງ​ລັດ​ຖະ​ບານ​ຂຶ້ນນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG