ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ຢູ່ຕາມຊາຍແດນ ອິສຣາແອລ ຕິດກັບ ເຂດກາຊາ ເບົາບາງລົງ ແລ້ວ


ທະຫານອິສຣາແອລຢືນຍາມຢູ່ເທິງປ້ອມສູງທີ່ຕັ້ງຢູ່ຊາຍແດນອິສຣາແອລ ທີ່ຕິດກັບເຂດກາຊາ ໃນວັນທີ 15 ພຶດສະພາ 2018.
ທະຫານອິສຣາແອລຢືນຍາມຢູ່ເທິງປ້ອມສູງທີ່ຕັ້ງຢູ່ຊາຍແດນອິສຣາແອລ ທີ່ຕິດກັບເຂດກາຊາ ໃນວັນທີ 15 ພຶດສະພາ 2018.

ຄວາມຮຸນແຮງທີ່ລະເບີດຂຶ້ນຢູ່ຕາມຊາຍແດນອິສຣາແອລທີ່ຕິດກັບເຂດກາຊາໄດ້ເບົາ
ບາງລົງໃນວັນພຸດມື້ນີ້ ໃນຂະນະທີ່ເຈົ້າໜ້າທີ່ປາແລສໄຕນ໌ກ່າວວ່າ ການໄກ່ເກ່ຍໃຫ້ມີ
ການຢຸດຍິງໂດຍອີຈິບໄດ້ບັນລຸກັນກັບອິສຣາແອລແລ້ວ.

ເຈົ້າໜ້າທີ່ອິສຣາແອລຍັງບໍ່ທັນໃຫ້ການຢືນຢັນກ່ຽວກັບເລື້ອງນີ້ ແຕ່ກໍກ່າວວ່າການຍິງ
ປືນຄົກໂຈມຕີໂດຍພວກຫົວຮຸນແຮງຈາກເຂດກາຊາຍຸຕິລົງແລ້ວ ຫຼັງຈາກນັ້ນເຈົ້າໜ້າ
ທີ່ອິສຣາແອລກໍຈະສະໜອງຕອບ.

ເມື່ອຄືນແລ້ວນີ້ ກອງທັບ​ຂອງ​ອິສຣາ​ແອ​ລກ່າວ​ວ່າ ​ເຮືອບິນ​ລົບ​ ​ແລະ​ເຮ​ລິ​ຄອບ​ເຕີຂອງ
​ຕົນ​ໄດ້​ທໍາ​ການ​ໂຈມ​ຕີຄັ້ງ​ໃໝ່​ ​ຕໍ່ເປົ້າໝາຍຂອງ​ກຸ່ມ​ຮາ​ມັສ (Hamas) ​ໃນ​ຂະນະ​ທີ່​ລະບົບ
​ປ້ອງ​ກັນ​ລູກ​ສອນ​ໄຟ​ໄອ​ເອິນ​ໂດ​ມ (Iron Dome) ​ໄດ້​ສະກັດກັ້ນ ​ລູກ​ສອນ​ໄຟ​ທີ່​ຍິງ​ໄປ​ໃສ່ ​
ບໍລິເວນ​ຊາຍ​ແດນ ​ຈາກເຂດກາຊາຂອງຊາວ​ປາ​ແລ​ສ​ໄຕນ໌​.

ກຳລັງປ້ອງກັນໂຕຂອງອິສຣາ​ແອ​ລ ກ່າວວ່າ ການ​ໂຈມ​ຕີ​ທາງ​ອາກາດ​ ແມ່ນ​ແນ​ເປົ້າໝາຍ​
ໃສ່​ສະຖານ​ທີ່​ຜະລິດ​ຈະ​ຫລວດ ​ແລະ​ອາວຸດຍຸດ​ໂທ​ປະກອນ ພ້ອມ​ກັບເຂດ​ຄຸ້ມ​ທີ່​ຢູ່​ອາ​ໄສ
​ແລະ​ບ່ອນ​ຝຶກ​ແອບ​ທະຫານ.

ກຳລັງປ້ອງກັນໂຕຂອງອິສຣາ​ແອ​ລ ຫລື IDF ກ່າວ​ວ່າ "ອົງການກໍ່ການ​ຮ້າຍ​ຮາ​ມັສ
(Hamas) ອີກ​ຄັ້ງນຶ່ງ ​ຕັ້ງ​ໃຈທີ່​ຈະທໍາ​ການຕໍ່​ຕ້ານກັບຜົນ​ປະ​ໂຫຍດຂອງພວກ​ຢູ່​ອາ​ໄສ​ໃນ
​ເຂດ​ກາຊາ. ພາຍຫລັງ​ທີ່​ອົງການ​ດັ່ງກ່າວ ທໍາການກໍ່ກວນ​ຄວາມ​ສະຫງົບ ​ຢູ່​ລຽບຕາມ​ຮົ້ວ
​ປ້ອງ​ກັນຊາ​ຍ​ແດນບໍ່ສໍາ​ເລັດ ບັດ​ນີ້ ມັນ​ມາ​ເລືອກທີ່​ຈະ​ທໍາ​ການ ​ແລະ​ອະນຸ ຍາດ​ໃຫ້​ທໍາ
​ການ​ໂຈມ​ຕີ​ໃນ​ຂອບ​ເຂດ​ອັນ​ກວ້າງຂວາງ ​ເພື່ອ​ຕໍ່ຕ້ານ​ພົນລະ​ເມືອງ ​ຂອງ ອິສຣາ​ແອ​ລ."

ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້ຍິງ​ປືນ​ຄົກແລະ​ທໍາ​ການ​ໂຈມ​ຕີ​ທາງ​ອາກາດໃສ່​ກັນ ​ໃນ​ວັນ​ອັງຄານ
​ວານ​ນີ້ ​ໃນຄວາມ​ຮຸນ​ແຮງທີ່ໃຫຍ່ທີ່ສຸດທີ່ໄດ້ເພີ້ມທະວີ​ຂຶ້ນ ນັບ​ແຕ່ພວກ​ເຂົາ​ເຈົ້າ​ໄດ້​ທໍາ​
ການ​ຕໍ່ສູ້​ກັນ​ ໃນ​ສົງຄາມ​ທີ່ແກ່ຍາວ​ເປັນ​ເວລາ 50 ວັນ ​ໃນ​ປີ 2014.

ກຸ່ມ​ຮາ​ມັສ (Hamas) ​ແລະ​ກຸ່ມຈີ​ຮາດ​ອິສລາມທີ່​ເປັນ​ກຸ່ມຫົວ​ຮຸນ​ແຮງ​ທີ່​ນ້ອຍ​ກວ່າ​ໄດ້​ອອກ​
ຖະ​ແຫລ​ງການ​ຮ່ວມໂດຍ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ຕໍ່ສິ່ງ​ທີ່​ອິສຣາ​ແອ​ລ​ເວົ້າວ່າແມ່ນ
ການ​ຍິງຈະ​ຫລວດ ​ແລະ​ປືນຄົກ 70 ລູກ​ຈາກ​ເຂດ​ກາຊາ (Gaza) ​ໃນ​ວັນ​ອັງຄານ​ວານ​ນີ້.
ພວກ​ຫົວ​ຮຸນ​ແຮງເວົ້າວ່າ ພວກ​ເຂົາໄດ້ແກ້​ແຄ້ນຄືນ​ຕໍ່ອິສຣາ​ແອ​ລທີ່​ໄດ້​ໂຈມ​ຕີ​ຄ້າຍ​ຂອງ​
ພວກ​ເຂົາ.

ທາງ​ດ້ານອິສຣາ​ແອ​ລກໍ​ໄດ້​ລາຍ​ງານ​ວ່າ ທະຫານ​ຂອງ​ຕົນ 3 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ຂະ
ນະທີ່ລູກ​ສອນ​ໄຟ​ໄອ​ເອິນ​ໂດ​ມ (Iron Dome) ​ໄດ້​ສະກັດ​ລູກ​ສອນ​ໄຟທີ່​ພວກ​ຫົວ​ຮຸນ​ແຮງ​
ຍິງ​ໄປ​ນັ້ນໄດ້​ເກືອບໝົດທຸກ​ລູກ. ກຳລັງປ້ອງກັນໂຕ ຂອງອິສຣາ​ແອ​ລ ກໍ​ໄດ້​ຕອບ​ໂຕ້​ຄືນ​
ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ​ຫລາຍ​ກວ່າ 10 ຄັ້ງ ​ແລະ​ທ່ານ​ເບັ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ
(Benjamin Netanyahu) ນາຍົກລັດຖະມົນຕີອິສຣາ​ແອ​ລ ກໍ​ໄດ້​ນາບ​ຂູ່​ວ່າຈະ​ຕອບໂຕ້
ຕໍ່ການ​ໂຈມ​ຕີອິສຣາ​ແອ​ລ​ຄືນ "ຢ່າງໜັກ​ແບບ​ດຽວກັນນັ້ນ​ ​ບໍ່ຜິດ​ເລີຍ".

ປະທານາທິບໍດີມາ​ມຸດ ອາບ​ບັສ (Mahmoud Abbas) ຂອງ​ປາແລ​ສ​ໄຕ​ນ໌ ກ່າວ​ວ່າ ​ໃນ​
ຂະນະ​ທີ່​ຊາວປາແລ​ສ​ໄຕ​ນ໌ຢາກ​ມີແລະ​ຮຽກຮ້ອງ​ໃຫ້​ມີ​ສັນຕິພາບ, ການ​ໂຈມ​ຕີ​ຂອງອິສຣາ
​ແອ​ລ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ດັ່ງກ່າວ ​ບໍ່ຕ້ອງການ​ສັນຕິ ພາບ.

ຄວາມ​ເຄັ່ງ​ຕຶງ​ຢູ່​ລຽບຕາມ​ຊາຍ​ແດນແມ່ນສູງ​ຂຶ້ນ​ມາ​ໄດ້​ສອງ​ເດືອນ​ແລ້ວ ​ໂດຍ​ທີ່ຊາວປາ
ແລ​ສ​ໄຕ​ນ໌ພາ​ກັນ​ຈັດການ​ປະ​ທ້ວງ​ເພື່ອ​ຮຽກຮ້ອງ​ເອົາ​ສິດ​ກັບ​ຄືນ​ໄປ​ຢູ່ໃນ​ດິນ​ແດນ​ທີ່​ພວກ
​ເຂົາ​ເຈົ້າ​ໄດ້​ຫລົບໜີໄປ ຫລືບໍ່ກໍ​ຖືກ​ບັງຄັບ​ໃຫ້ໜີ​ໄປເມື່ອປະ​ເທດອິສຣາ​ແອ​ລຖືກ​ສ້າງຕັ້ງ
ຂຶ້ນ​ໃນ​ປີ 1948. ພວກ​ປະ​ທ້ວງ​ຍັງ​ໄດ້​ພາກັນ​ໂຮ​ມຊຸມນຸມ​ ຕ່ໍຕ້ານການປິດລ້ອມ​ເຂດ​ກາຊາ
ທີ່​ໄດ້​ມີຜົນບັງຄັບໃຊ້ດົນກວ່າທົດ​ສະ​ວັດ​ນຶ່ງ​ແລ້ວນັ້ນ ພ້ອມ​ທັງຕ້ານ​ຕໍ່ການ​ຍົກຍ້າຍ​ສະ
ຖານເອກ​ອັກຄະ​ລັດຖະທູດ​ຂອງ​ສະຫະລັດ​ຈາກ​ນະຄອນ​ແທລອາ​ວິບ (Tel Aviv) ​ໄປ​
ຢູ່​ນະຄອນ​ເຈຣູຊາ​ແລັມ (Jerusalem).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG