ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິສຣາແອລ ເປີດເຜີຍ ການກ່າວອ້າງ ສະຖານທີ່ ພັດທະນາອາວຸດ ນິວເຄລຍ ຂອງອີຣ່ານ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ສະແດງທ່າທີໃນຂະນະກ່າວຖະແຫລງ ໃນລະຫວ່າງ ພິທີ ຢູ່ສະຖານທີ່ສັກສິດ ຂອງເມືອງເຮບບຣອນ, ທີ່ຊາວຢິວຮູ້ຈັກດີ ຄື ສຸສານຂອງພະສັງຄະລາດ (Tomb of the Patriarchs) ແລະສຳລັບຊາວມຸສລິມ ຄື ວັດອິສລາມ ອີບຣາຮີມມີ (Ibrahimi) ໃນເມືອງເຮບບຣອນ, ວັນທີ 4 ກັນຍາ 2019.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ສະແດງທ່າທີໃນຂະນະກ່າວຖະແຫລງ ໃນລະຫວ່າງ ພິທີ ຢູ່ສະຖານທີ່ສັກສິດ ຂອງເມືອງເຮບບຣອນ, ທີ່ຊາວຢິວຮູ້ຈັກດີ ຄື ສຸສານຂອງພະສັງຄະລາດ (Tomb of the Patriarchs) ແລະສຳລັບຊາວມຸສລິມ ຄື ວັດອິສລາມ ອີບຣາຮີມມີ (Ibrahimi) ໃນເມືອງເຮບບຣອນ, ວັນທີ 4 ກັນຍາ 2019.

ອິສຣາແອລ ໄດ້ເບີດເຜີຍ ສິ່ງທີ່ຕົນກ່າວວ່າ ເປັນຄວາມລັບ ກ່ຽວກັບສະຖານທີ່ພັດທະນາ
ອາວຸດນິວເຄລຍຂອງອີຣ່ານ ຊຶ່ງເປັນສ່ວນນຶ່ງຂອງປຸກລະດົມ ຢ່າງຕໍ່ເນືອງ ເພື່ອຊຸກຍູ້
ນານາຊາດກົດດັນຕໍ່ອີຣ່ານ ໃຫ້ຍຸຕິໂຄງການອາວຸດນິວເຄລຍຂອງຕົນ ແລະຄວາມມັກ
ໃຫຍ່ໄຝ່ສູງຢູ່ໃນຂົງເຂດ.

ໃນການນຳສະເໜີ ຢູ່ທີ່ກະຊວງການຕ່າງປະເທດຂອງອິສຣາແອລ ທີ່ຖືກຖ່າຍທອດ
ຜ່ານ ທາງໂທລະພາບ ໃນວັນຈັນວານນີ້ ທ່ານ ນາຍົກລັດຖະມົນຕີ ເບັນຈາມິນ
ເນຕັນຢາຮູ ໄດ້ນຳສະແດງ ສິ່ງທີ່ທ່ານກ່າວວ່າ ເປັນພາບຖ່າຍຕ່າງໆ ຈາກດາວທຽມ
ແລະແຜນທີ່ລະບຸທີ່​ຕັ້ງຂອງສະຖານທີ່ນິວເຄລຍ ໃນເຂດເມືອງ ອາບາເດ ຢູ່ທາງພາກ
ກາງຂອງອີຣ່ານ. ທ່ານເນຕັນຢາຮູ ໄດ້ກ່າວວ່າ ຂໍ້ມູນດັ່ງ ກ່າວ ໄດ້ມາຈາກແຫລ່ງເກັບ
ກຳຂໍ້ມູນດ້ານນິວເຄລຍ ທີ່ບັນດາສາຍລັບຂອງອິສ ຣາແອລ ລັກມາໄດ້ ຈາກນະຄອນ
ຫຼວງ ເຕຫະຣ່ານ ຂອງອີຣ່ານ ໃນຕົ້ນປີ 2018. ກ່ອນໜ້ານີ້ ທ່ານກໍໄດ້ເປີດເຜີຍສະຖານ
ທີ່ ເກັບກຳຂໍ້ມູນທັງຫຼາຍ ທີ່ມີຢູ່ແລ້ວນັ້ນ.

ພາບຖ່າຍທາງອາກາດຂອງສະຖານທີ່ໃນເມືອງອາບາເດ ເມື່ອທ້າຍເດືອນມິຖຸນາ ປີນີ້
ສະແດງໃຫ້ເຫັນຕຶກອາຄານນ້ອຍຫຼາຍຫຼັງ ຈຸ້ມກັນຢູ່ໃນບໍລິເວນທີ່ເປັນພູຜາ. ຕໍ່ມາ ທ່ານ
ເນຕັນຢາຮູ ໄດ້ນຳສະແດງພາບຖ່າຍ ຂອງສະຖານທີ່ດັ່ງກ່າວໃນທ້າຍ ເດືອນກໍລະກົດ
ໂດຍທີ່ຕຶກອາຄານທັງໝົດ ໄດ້ຖືກທັບມ້າງຖິ້ມ. ທ່ານກ່າວວ່າ ອີຣ່ານ ບຸກເບີກສະຖານ
ທີ່ແຫ່ງນັ້ນ ຫຼັງຈາກທີ່ຮູ້ຕົວວ່າ ອິສຣາແອລ ໄດ້ພົບເຫັນ ສະຖານ​ທີ່​ດັ່ງ​ກ່າວ​ແລ້ວ.

ທ່ານເນຕັນຢາຮູ ໄດ້ກ່າວວ່າ ອີຣ່ານ ໃຊ້ສະຖານທີ່ດັ່ງກ່າວ ເພື່ອດຳເນີນ “ການທົດລອງ
ເພື່ອພັດທະນາອາວຸດນິວເຄລຍ” ຊຶ່ງທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆ ຕື່ມ. ອີຣ່ານ ໄດ້
ຢືນຢັດມາຍາວນານແລ້ວວ່າ ຄວາມໄຝ່ຝັນຢາກມີນິວເຄລຍ ຂອງ​ຕົນ ແມ່ນເພື່ອຈຸດ​
ປະ​ສົງ​ໃນ​ທາງ​ສັນ​ຕິ.

ທ່ານເນຕັນຢາຮູ ຮຽກຮ້ອງໃຫ້ປະຊາຄົມນານາຊາດ ເຂົ້າຮ່ວມກັບ ປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ໃນການປຸກລະດົບ ເພື່ອ “ກົດດັນຂັ້ນສູງສຸດ” ຕໍ່ອີຣ່ານ.
ທ່ານກ່າວວ່າ “ທາງດຽວເທົ່ານັ້ນ ທີ່ຈະຢຸດຢັ້ງ ການເດີນໜ້າໄປສູ່ລະ ເບີດ ແລະການ
ຮຸກຮານຢູ່ໃນຂົງເຂດຂອງອີຣ່ານ, ກໍຄື ການກົດດັນ ກົດດັນ ແລະກົດດັນຫຼາຍຂຶ້ນ.”

ໃນຂໍ້ຄວາມທວີດ ຕອບໂຕ້ຕໍ່ ການນຳສະເໜີຂອງທ່ານເນຕັນຢາຮູ ລັດຖະມົນຕີ ວ່າການ
ຕ່າງປະເທດຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ ໄດ້ອ້າງເຖິງ ສະຖານທີ່ ຕັ້ງ
ຂຶ້ນໃໝ່ ຕາມການລະບຸຂອງທ່ານເນຕັນຢາຮູນັ້ນ ວ່າ ເປັນ “ການກ່າວອ້າງ ສະຖານທີ່
ຖືກທັບມ້າງ”. ທ່ານຊາຣີຟ ຍັງໄດ້ພະຍາຍາມ ຈະທຳລາຍ ຄວາມບໍ່ໜ້າເຊື່ອຖື ຂອງຜູ້ນຳ
ອິສຣາແອລ ໂດຍການນຳເອົາວີດີໂອຕອນນຶ່ງຊຶ່ງມີ ທ່ານເນຕັນຢາຮູ ໃນບົດບາດເປັນ
ຜູ້ນຳຝ່າຍຄ້ານໃນເມື່ອກ່ອນ ໄດ້ກ່າວບອກ ລັດຖະສະພາ ສະຫະລັດ ໃນການພິຈາ
ລະນາຮັບຟັງ ເມື່ອຕົ້ນຊຸມປີ 2000 ວ່າ ການເອົາ ໃນເວລານັ້ນ ຊາດາມ ຮຸ​ສເຊນ ຜູ້ນຳ
ຂອງອີຣັກ ອອກຈາກອຳນາດ ຈະເຮັດໃຫ້ມີ “ຜົນສະທ້ອນທີ່ດີ” ຢູ່ໃນຂົງເຂດ. ໃນປີ
2003 ກອງກຳລັງປະສົມ ທີ່ນຳພາໂດຍສະຫະລັດ ໄດ້ບຸກເຂົ້າໄປໃນອີຣັກ ແລະໄດ້ຂັບ
ໄລ່ ຊາດາມ ອອກ ຈາກອຳນາດ ຈຶ່ງໄດ້ກໍ່ໃຫ້ເກີດບັນຫາຂັດແຍ້ງໃນປະເທດນັ້ນ ມາເປັນ
ເວລາຍາວນານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG