ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກອງທັບອິສຣາແອລ ໄດ້ທໍາການໂຈມຕີທາງອາກາດ ຕໍ່ເຂດກາຊາ ທີ່ເປັນເຂດ ຂອງປາແລສໄຕນ໌ຢູ່ນັ້ນ


ທົ່ງແຫ່ງນຶ່ງທີ່ເຫັນວ່າເກີດໄຟໄໝ້ ຫລັງຈາກຊາວປາແລສໄຕນ໌ໃນເຂດກາຊາໄດ້ປ່ອຍໝາກປູມເປົ້າທີ່ມີວັດຖຸວາງເພີງຂ້າມໄປຊາຍແດນຂັ້ນລະຫວ່າງເຂດກາຊາກັບອິສຣາແອລ, ວັນທີ 15 ມິຖຸນາ 2021
ທົ່ງແຫ່ງນຶ່ງທີ່ເຫັນວ່າເກີດໄຟໄໝ້ ຫລັງຈາກຊາວປາແລສໄຕນ໌ໃນເຂດກາຊາໄດ້ປ່ອຍໝາກປູມເປົ້າທີ່ມີວັດຖຸວາງເພີງຂ້າມໄປຊາຍແດນຂັ້ນລະຫວ່າງເຂດກາຊາກັບອິສຣາແອລ, ວັນທີ 15 ມິຖຸນາ 2021

ກອງທັບອິສຣາແອລໄດ້ທໍາການໂຈມຕີທາງອາກາດ ຕໍ່ເຂດກາຊາໃນຕອນເຊົ້າຂອງວັນພຸດມື້ນີ້ ໃນສິ່ງທີ່ປະເທດນັ້ນ ກ່າວວ່າ ເປັນການຕອບກັບຕໍ່ການປ່ອຍໝາກປູມເປົ້າທີ່ມີວັດຖຸວາງເພີງຂ້າມໄປຈາກເຂດແດນຂອງປາແລສໄຕນ໌ນັ້ນ.

ການໂຈມຕີດັ່ງກ່າວໄດ້ແນເປົ້າໝາຍໃສ່ສະຖານທີ່ຕ່າງໆ ທີ່ເຊື່ອມໂຍງໃສ່ກັບກຸ່ມຫົວຮຸນແຮງ ຮາມາສ ແລະເປັນຄັ້ງທຳອິດນັບຕັ້ງແຕ່ມີການຢຸດຍິງທີ່ໄດ້ເຮັດໃຫ້ການກໍ່ຄວາມຮຸນແຮງລະຫວ່າສອງຝ່າຍເປັນເວລາ 11 ມື້ໃນເດືອນແລ້ວນີ້ ສິ້ນສຸດລົງນັ້ນມາ.

ກຸ່ມຮາມາສໄດ້ເຕືອນວ່າຕົນຈະເອົາບາດກ້າວກະທໍາການ ຖ້າຫາກວ່າພວກຫົວຊາດນິຍົມ ອິສຣາແອລ ເຮັດຕາມແຜນການເດີນຂະບວນໄປຍັງພາກຕາເວັນອອກຂອງນະຄອນເຈຣູຊາແລັມ ໃນວັນອັງຄານວານນີ້.

ປະຊາຊົນຫຼາຍຮ້ອຍຄົນໄດ້ພາກັນອອກໄປເດີນຂະບວນ ໂດຍໄດ້ເຕົ້າໂຮມກັນເປັນໄລຍະນຶ່ງຢູ່ທີ່ປະຕູໂຂງດາມັສກັດຂອງເມືອງເກົ່ານະຄອນເຈຣູຊາແລັມ ກ່ອນທີ່ຈະເດີນທາງໄປສູ່ກຳແພງດ້ານຕາເວັນຕົກ.

ຄົນຈຳນວນນຶ່ງໃນພວກທີ່ເດີນຂະບວນນັ້ນ ໄດ້ຮ້ອງຄຳຂວັນທີ່ວ່າ "ຊາວອາຣັບຈົ່ງພົບກັບຄວາມຕາຍ", ເຊິ່ງໄດ້ເຮັດໃຫ້ມີຄຳຕຳໜິ ຈາກລັດຖະມົນຕີກະຊວງການຕ່າງປະເທດອິສຣາແອລ, ທ່ານ ແຢ ລາປິດ (Yair Lapid), ຜູ້ທີ່ຂຽນລົງໃນທວີດເຕີ (Twitter) ວ່າ ການກະທຳດັ່ງກ່າວເປັນສິ່ງ "ອັບປະໂຫຍດ" ແລະບໍ່ສອດຄ່ອງກັບສາສະໜາຢິວ ຫຼືຄວາມເປັນຄົນອິສຣາແອລ.

ກ່ອນຈະມີການເດີນຂະບວນນັ້ນ, ຕຳຫຼວດໄດ້ອະນຸຍາດເດີນໃຫ້ໄປຕາມເສັ້ນທາງກາຍໄປປະຕູດາມັສກັສຂອງເມືອງນັ້ນ, ແຕ່ບໍ່ໃຫ້ເຂົ້າໄປຜ່ານປະຕູນັ້ນ ແລະ ບໍ່ໃຫ້ເຂົ້າໄປໃນເຂດຄຸ້ມຂອງຊາວມຸສລິມ. ປະຕູໂຂງດັ່ງກ່າວ ແມ່ນຈຸດເກີດເຫດບ່ອນທີ່ຊາວອິສຣາແອລ ແລະປາແລສໄຕນ໌ໄດ້ປະທະກັນໃນເດືອນເມສາ ແລະພຶດສະພາຜ່ານມາ.

ການປະທະກັນຫລາຍຄັ້ງເຫລົ່ານັ້ນໄດ້ແຜ່ລາມໄປເຖິງເຂດຄຸ້ມວັດອິສລາມ ອາລ-ອັກຊາ (Al-Aqsa), ຊຶ່ງເປັນສະຖານທີ່ທີ່ຖືວ່າສັກສິດໂດຍຊາວຢິວ ແລະຊາວມຸສລິມ.

ໃນເດືອນພຶດສະພາຜ່ານມາ, ຄວາມເຄັ່ງຕຶງໃນທີ່ສຸດກໍໄດ້ເຮັດໃຫ້ກຸ່ມຮາມາສ ຍິງຈະຫລວດເຂົ້າໄປໃນອິສຣາແອລ, ເຊິ່ງກໍ່ໃຫ້ເກີດສົງຄາມເປັນເວລາ 11 ວັນ ທີ່ເຮັດໃຫ້ຊາວປາແລສໄຕນ໌ 250 ຄົນ ແລະຊາວອິສຣາແອລ 13 ຄົນເສຍຊີວິດ.

ເຖິງແມ່ນຈະມີຄວາມເປັນຫ່ວງວ່າການເດີນຂະບວນຈະເປັນການເກາະຜິດກໍຕາມ ແຕ່ການທີ່ຈະຍົກເລີກມັນ ກໍອາດຈະຖືວ່າເປັນເລື້ອງຍາກໃນດ້ານການເມືອງສຳ ລັບລັດຖະບານປະສົມຊຸດໃໝ່ຂອງອິສຣາແອລ, ເຊິ່ງລວມມີບັນດາພັກຝ່າຍທົ່ວວົງການການເມືອງ, ລວມທັງພັກອາຣັບທີ່ເປັນພັກນ້ອຍນໍາດ້ວຍ.

ອິສຣາແອລໄດ້ຍຶດເອົາພາກຕາເວັນອອກຂອງນະຄອນເຈຣູຊາແລັມໃນປີ 1967 ແລະຕໍ່ມາໄດ້ຍຶດເອົານະຄອນດັ່ງກ່າວເຂົ້າມາເປັນຂອງຕົນໃນການເຄື່ອນໄຫວທີ່ບໍ່ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ.

ອິສຣາແອລຖືວ່ານະຄອນເຈຣູຊາແລັມທັງໝົດເປັນນະຄອນຫຼວງຂອງຕົນ, ໃນຂະນະທີ່ປາແລສໄຕນ໌ ມີຄວາມຄິດເຫັນວ່າ ເຈຣູຊາແລັມຕາເວັນອອກຈະເປັນນະຄອນຫຼວງຂອງປະເທດຕົນ ໃນອະນາຄົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG