ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໑ ມີນາ ໒໐໒໕

ອິ​ສ​ຣາ​ແອ​ລ ​ປິດ​ກັ້ນ​ທາງ​ເຂົ້​າ​ຂອງ​ລົດ​ບັນ​ທຸກ​ຄວາມ​ຊ່ວຍ​ເຫຼືອ ​ໄປ​ເຂດ ກາ​ຊາ


​ລົດ​ບັນ​ທຸກ​ທີ່​ຂົນ​ສົ່ງ​ຂອງ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ຈອດ​ລຽນ​ແຖວ​ຢູ່​ເຂດ​ຊາຍ​ແດນ ຣາ​ຟາ ເພື່ອ​ຂ້າມ​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ, 2 ມີ​ນາ 2025.
​ລົດ​ບັນ​ທຸກ​ທີ່​ຂົນ​ສົ່ງ​ຂອງ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ຈອດ​ລຽນ​ແຖວ​ຢູ່​ເຂດ​ຊາຍ​ແດນ ຣາ​ຟາ ເພື່ອ​ຂ້າມ​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ, 2 ມີ​ນາ 2025.

ອິ​ສ​ຣາ​ແອ​ລ ໄດ້​ປິດ​ກັ້ນ​ທາງ​ເຂົ້​າ​ຂອງ​ລົດ​ບັນ​ທຸກ​ຄວາມ​ຊ່ວຍ​ເຫຼືອ​ໄປ​ເຂດ ກາ​ຊາ ເມື່ອ​ວັນ​ອາ​ທິດ​ວານນີ້ ເນື່ອງ​ຈາກ​ຄວາມ​ຂັດ​ແຍ້ງ​ເລື່ອ​ງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່​ຢຸດ​ການ​ສູ້​ລົບ​ໃນ​ຊ່ວງ 6 ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ໂດຍ​ກຸ່ມ​ກໍ່​ການ​ຮ້າຍ ຮາ​ມາ​ສ ຊຶ່ງ​ຖືກ ສະ​ຫະ​ລັດ ລະ​ບຸ​ນັ້ນ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ໄກ່​ເກ່ຍ​ຈາກ ອີ​ຈິບ ແລະ ກາ​ຕ້າ ເຂົ້າ​ແຊກ​ແຊງ.

ບັນ​ດາ​ຜູ້​ໄກ່​ເກ່ຍ ອີ​ຈິບ ແລະ ກາ​ຕ້າ ໄດ້​ກ່າວ​ຫາ ອີ​ສ​ຣາ​ແອ​ລ ວ່າ​ລ່ວງ​ລະ​ເມີດ​ກົດ​ໝາຍ​ມະ​ນຸດ​ສະ​ທຳ ດ້ວຍ​ການ​ໃຊ້​ຄວາມ​ອຶດ​ຫິວ​ເປັນ​ອາ​ວຸດ, ອີງ​ຕາມ​ອົງ​ການ​ຂ່າວ ເອ​ພີ ລາຍງານ.

ຫ້ອງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ກ່ອນ​ໜ້ານີ້​ວ່າ ເຂົາ​ເຈົ້າ​ຮັບ​ເອົາ​ຂໍ້​ສະ​ເໜີ​ໂດຍ ທ່ານ ສ​ຕີ​ຟ ວິດ​ຄອ​ຟ ​ທູດ​ພິ​ເສດ​ຂອງປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ສຳ​ລັບ​ການ​ຢຸດ​ຍິງ​ຊົ່ວ​ຄາວ​ໃນ​ເຂດ​ກາ​ຊາ ສຳ​ລັບ​ໄລ​ຍະ​ບຸນ​ຖື​ສິນ​ອົດ ຣາ​ມາ​ດານ ແລະ ​ເທດ​ສະ​ການ​ລະ​ດູ​ບານ​ໃໝ່, ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງ​ຈາກ​ໄລ​ຍະ​ທຳ​ອິດ​ຂອງ​ການ​ຢຸດ​ຍິງ​ທີ່​ໄດ້​ຕົກ​ລົງ​ກັນ​ກ່ອນ​ໜ້ານີ້​ໝົດ​ອາ​ຍຸ.

ສະ​ຫະ​ລັດ ບໍ່​ມີ​ຄຳ​ເຫັນ​ໃນ​ທັນ​ທີ, ອົງ​ການ​ຂ່າວ​ເອ​ພີ​ລາຍ​ງານ.

ຖ້າ​ມີ​ການ​ເຫັນ​ດີກັນ, ການ​ສະ​ຫງົບ​ເສິກ​ດັ່ງ​ກ່າວ​ຈະ​ຢຸດ​ການ​ຕໍ່​ສູ້​ໄປ​ຈົນ​ຮອດ​ການ​ສິ້ນ​ສຸດ​ຂອງ​ໄລ​ຍະ​ອົດ​ອາ​ຫານ ຣາ​ມາ​ດານ ປະ​ມານ​ວັນ​ທີ 31 ມີ​ນາ ແລະ ວັນ​ພັກ​ລະ​ດູ​ບານ​ໃໝ່​ຂອງ​ຊາວ​ຢິວ ປະ​ມານ​ວັນ​ທີ 20 ເມ​ສາ.

ການ​ສະ​ຫງົບ​ເສິກ​ຈະ​ເປັນ​ເງື່ອນ​ໄຂ​ໃຫ້​ກຸ່ມ​ຮາ​ມາ​ສ​ປ່ອຍ​ຕົວ​ປະ​ກັນ​ເຄິ່ງ​ນຶ່ງ​ທີ່​ມີ​ຊີ​ວິດ​ຢູ່ ແລະ ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ແລ້ວ​ໃນ​ວັນ​ທຳ​ອິດ, ດ້ວຍ​ຜູ້​ທີ່​ຍັງ​ເຫຼືອ​ຢູ່​ຈະ​ໄດ້​ຮັບ​ກ​ານ​ປ່ອຍ​ຕົວ​ໃນ​ໄລ​ຍະ​ສຸດ​ທ້າຍ, ຖ້າ​ຂໍ້​ຕົກ​ລົງ​ໄດ້​ຮັບ​ການ​ບັນ​ລຸ ກ່ຽວ​ກັບ​ ການ​ຢຸດ​ຍິງ​ຖາ​ວອນ.

ກຸ່ມ​ຮາ​ມາ​ສ​ເວົ້າ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ການ​ຢຸດ​ຍິງ​ທີ່​ໄດ້​ຕົກ​ລົງກັນ​ດັ້ງ​ເດີມ ທີ່​ມີ​ກຳ​ນົດ​ຈະ​ເຄື່ອນ​ເຂົ້າ​ສູ່​ໄລ​ຍະ​ທີ​ສອງ, ດ້ວຍ​ການ​ເຈ​ລະ​ຈາ​ທີ່​ແນ​ເປົ້າ​ໃສ່​ການ​ສິ້ນ​ສຸດ​ສົງ​ຄາມ​ຢ່າງ​ຖາ​ວອນ, ແລະ ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ຄວາມ​ຄິດ ກ່ຽວ​ກັບ ການ​ຕໍ່​ເວ​ລາ​ສະ​ຫງົບ​ເສິກ​ຊົ່ວ​ຄາວອອກ​ໄປ 42 ວັນ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ກຸ່ມ​ຮາ​ມາ​ສ​ຄົນ​ນຶ່ງ, ທ່ານ ມາກ​ມູດ ມາ​ດາ​ວີ, ກ່າວ​ຕໍ່​ອົງ​ການ​ຂ່າວ ອາ​ລ ຈາ​ຊີ​ຣາ ວ່າ​ກຸ່ມ​ດັ່ງ​ກ່າວ​ມີ​ແຕ່​ຈະ​ປ່ອຍ​ຕົວ​ປະ​ກັນ​ ອິ​ສ​ຣາ​ແອ​ລ ທີ່​ຍັງ​ເຫຼືອ​ຢູ່ພາຍ​ໃຕ້​ເງື່ອນ​ໄຂ​ຂອງ​ຂໍ້​ຕົກ​ລົງແບບ​ຂັ້ນ​ຕອນ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້​ແລ້ວ​ເທົ່າ​ນັ້ນ.

ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ໄດ້​ຮຽກ​ຮ້ອງ​ສຳ​ລັບ “ການ​ສົ່ງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ​ໃນ​ທັນ​ທີ,” ຮຽກ​ຮ້ອງ “ທຸກ​ຝ່າຍ​ເພື່ອ​ທຳ​ຄວາມ​ພະ​ຍາ​ຍາມ​ທີ່​ຈຳ​ເປັນ​ເພື່ອຫຼີກ​ລ່ຽງ​ການ​ກັບ​ມາ​ສູ້​ລົບ​ກັນ​ຄືນ​ອີກ​ໃນ​ເຂດ​ກາ​ຊາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Israel blocked the entry of aid trucks into Gaza on Sunday as a standoff over the truce that has halted fighting for the past six weeks escalated, with U.S.-designated terror group Hamas calling on Egyptian and Qatari mediators to intervene.

Mediators Egypt and Qatar accused Israel of violating humanitarian law by using starvation as a weapon, according to The Associated Press.

Israeli Prime Minister Benjamin Netanyahu's office said earlier that it had adopted a proposal by U.S. President Donald Trump's envoy, Steve Witkoff, for a temporary ceasefire in Gaza for the Ramadan and Passover periods, hours after the first phase of the previously agreed ceasefire expired.

The U.S. had no immediate comment, The Associated Press reported.

If agreed, the truce would halt fighting until the end of the Ramadan fasting period around March 31 and the Jewish Passover holiday around April 20.

The truce would be conditional on Hamas releasing half of the living and dead hostages on the first day, with the remainder released at the conclusion, if an agreement is reached on a permanent ceasefire.

Hamas says it is committed to the originally agreed ceasefire that had been scheduled to move into a second phase, with negotiations aimed at a permanent end to the war, and it has rejected the idea of a temporary extension to the 42-day truce.

A senior Hamas official, Mahmoud Mardawi, told Al Jazeera the group would only release the remaining Israeli hostages under the terms of the already agreed-upon phased deal.

U.N. Secretary-General Antonio Guterres called for "an immediate return of humanitarian aid to Gaza," urging "all parties to make the necessary efforts to avoid a return to hostilities in Gaza."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG