ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະນະຢູ່ຢ່າງໂດດດ່ຽວ ຈາກນາໆຊາດ ທ່ານໄບເດັນ ໄດ້ກ່າວຖະແຫລງໂຕ້ແຍ້ງ ຕໍ່ ທ່ານເນທັນຢາຮູ ນາຍົກລັດຖະມົນຕີອິສຣາແອລ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ແລະ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລນສ໌ກີ ຈັດກອງປະຊຸມຖະແຫລງຂ່າວຮ່ວມກັນ ຢູ່ໃນຫ້ອງສົນທິສັນຍາຂອງອິນເດຍແດງ ທີ່ຕຶກບໍລິຫານຂອງ ໄອເສັນຮາວເວີ (Eisenhower), ຕັ້ງຢູ່ຂ້າງທຳນຽບຂາວ, ໃນນະຄອນຫຼວງ ວໍຊິງຕັນ ດີຊີ, ວັນທີ 12 ທັນວາ 2023. (Photo by Mandel NGAN
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ແລະ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລນສ໌ກີ ຈັດກອງປະຊຸມຖະແຫລງຂ່າວຮ່ວມກັນ ຢູ່ໃນຫ້ອງສົນທິສັນຍາຂອງອິນເດຍແດງ ທີ່ຕຶກບໍລິຫານຂອງ ໄອເສັນຮາວເວີ (Eisenhower), ຕັ້ງຢູ່ຂ້າງທຳນຽບຂາວ, ໃນນະຄອນຫຼວງ ວໍຊິງຕັນ ດີຊີ, ວັນທີ 12 ທັນວາ 2023. (Photo by Mandel NGAN

ໃນສັນຍານທີ່ວ່າ ສະຫະລັດກຳລັງວິຕົກກັງວົນເພີ້ມຂຶ້ນກ່ຽວກັບລະດັບການເສຍຊີວິດຂອງພົນລະເຮືອນ ຍ້ອນປະຕິບັດການທາງທະຫານຂອງອິສຣາແອລຢູ່ໃນກາຊາ ຊຶ່ງປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວຖະແຫລງໂຕ້ແຍ້ງຢ່າງເປີດເຜີຍຕໍ່ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ ໃນວັນອັງຄານວານນີ້ ເຖິງຢ່າງນັ້ນກໍຕາມ ທ່ານກໍຍັງໃຫ້ການສະໜັບສະໜຸນ ແກ່ອິສຣາແອລຢ່າງແຂງຂັນຢູ່.

“ພວກເຮົາໄດ້ຊີ້ແຈງຢ່າງຈະແຈ້ງຕໍ່ຊາວອິສຣາແອລ ແລະພວກເຮົາກໍຮູ້ດີວ່າ...ຄວາມປອດໄພຂອງຊາວປາແລັສໄຕນ໌ຜູ້ບໍລິສຸດທັງຫຼາຍນັ້ນ ຍັງແມ່ນຄວາມເປັນຫ່ວງຢ່າງໃຫຍ່ຫຼວງ. ແລະສະນັ້ນ ມາດຕະການທັງຫຼາຍ ທີ່ພວກເຂົາເຈົ້າເອົາ ຕ້ອງສອດຄ່ອງກັບຄວາມພະຍາຍາມໃນທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອປ້ອງກັນບໍ່ໃຫ້ພົນລະເຮືອນຊາວປາແລັສໄຕນ໌ ຜູ້ບໍລິສຸດທັງຫຼາຍຖືກທຳຮ້າຍ ຄາດຕະກຳ ເຂັ່ນຂ້າ ສູນເສຍ ຕ່າງໆນາໆ...” ທ່ານໄບເດັນ ໄດ້ກ່າວຢູ່ທີ່ກອງປະຊຸມຖະ ແຫລງຂ່າວໃນລະຫວ່າງການຢ້ຽມຢາມທຳນຽບຂາວໂດຍປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ.

ທ່ານເຊເລນສ໌ກີ ພວມວິ້ງເຕັ້ນຢູ່ໃນສະຫະລັດ ເພື່ອຂໍການຊ່ອຍເຫຼືອດ້ານການທະຫານແລະເສດຖະກິດສຳລັບປະເທດຂອງທ່ານ ໃນການຕໍ່ສູ້ຕ້ານການບຸກລຸກຂອງຣັດເຊຍ. ການຊ່ອຍເຫຼືອແກ່ ຢູເຄຣນ ແລະອິສຣາແອລ ແມ່ນຖືກກີດກັນໂດຍບັນດາສະມາຊິກຈາກພັກຣີພັບບລີກັນ ຜູ້ທີ່ຮຽກຮ້ອງໃຫ້ປະນີປະນອມດ້ານນະໂຍບາຍຄົນເຂົ້າເມືອງຂອງສະຫະລັດ.

ທ່ານໄບເດັນໄດ້ມີປາກສຽງເພີ້ມຂຶ້ນດ້ວຍການກ່າວຕ້ອງຕິຢ່າງເປີດເຜີຍກ່ຽວກັບປະຕິບັດການດ້ານການທະຫານຂອງອິສຣາແອລ ທີ່ໃນປັດຈຸບັນນີ້ ກ້າວເຂົ້າເດືອນທີສາມແລ້ວ. ໃນການກ່າວຖະແຫລງຢູ່ນອກການຖ່າຍທອດກັບບັນດາຜູ້ບໍລິຈາກທີ່ນິຍົມພັກເດໂມແຄຣັດ ສຳລັບການລົງແຂ່ງຂັນເລືອກຕັ້ງປີ 2024 ຂອງທ່ານ ໃນຕອນເຊົ້າອັງຄານວານນີ້ ທ່ານໄບເດັນໄດ້ກ່າວວ່າ ອິສຣາແອລ ກຳລັງສູນເສຍການສະໜັບສະໜຸນໃນທົ່ວໂລກ ຍ້ອນວ່າ “ການຖິ້ມລະເບີດຢ່າງສະຊາຍ” ຂອງຕົນ ອີງຕາມບັນທຶກຄຳເວົ້າຂອງທຳນຽບຂາວໃນງານດັ່ງກ່າວ.

ຄວາມເຫັນຂອງທ່ານໄບເດັນ ແມ່ນທາທີທີ່ແຕງຕ່າງຕໍ່ຄວາມເຫັນທັງຫຼາຍຂອງບັນດາເຈົ້າໜ້າທີ່ທຳນຽບຂາວ ຜູ້ທີ່ກ່າວວ່າ ອິສຣາແອລ ໄດ້ເອົາມາດຕະການໂຈມຕີຂອງພວກເຂົາເຈົ້າຕໍ່ເປົ້າໝາຍຕ່າງໆ ເພື່ອຫລີກລ່ຽງການເສຍຊີວິດຂອງພົນລະເຮືອນ.

ທ່ານໄບເດັນເວົ້າອີກວ່າ “ທ່ານເນທັນຢາຮູ ເປັນເພື່ອນທີ່ດີ ແຕ່ຂ້າພະເຈົ້າຄິດວ່າ ທ່ານຕ້ອງປ່ຽນແປງ....ລັດຖະບານຊຸດນີ້ ໃນອິສຣາແອລ ເຮັດໃຫ້ມັນຍາກຫຼາຍສຳລັບທ່ານທີ່ຈະເຮັດຫຍັງໄດ້.”

ທ່ານປະທານາທິບໍດີ ໄດ້ບົ່ງບອກເຖິງທ່ານ ອີຕາມາຣ ເບັນ-ເຈີເວຍ ລັດຖະມົນ ຕີຄວາມໝັ້ນຄົງແຫ່ງຊາດຂອງອິສຣາແອລ ຫົວນິຍົມຂວາຈັດ.

In a sign that the United States is getting increasingly concerned over the scale of civilian casualties from Israel’s military campaign in Gaza, President Joe Biden delivered a public rebuke to Prime Minister Benjamin Netanyahu on Tuesday, even as he maintains staunch support for Israel.

“We have made it clear to the Israelis, and they are aware that … the safety of innocent Palestinians is still a great concern. And so, the actions they are taking must be consistent with attempting to do everything possible to prevent innocent Palestinian civilians from being hurt, murdered, killed, lost, etc,,” Biden said at a press conference during Ukrainian President Volodymyr Zelenskyy’s visit to the White House.

Zelenskyy is in the U.S. to lobby for military and economic aid for his country’s fight against Russia’s invasion. Aid to Ukraine and Israel are being blocked by Republican lawmakers who are demanding concessions on U.S. immigration policy.

Biden has grown more vocal with his public criticism of Israel’s military campaign that is now into its third month. Speaking off-camera to Democratic donors for his 2024 reelection bid earlier Tuesday, Biden said Israel is starting to lose support around the world because of its "indiscriminate bombings," according to a White House transcript of the event.

Biden's comment stands in contrast to those of White House officials who say Israel has taken measures to make their strikes more targeted to avoid civilian deaths.

“He’s [Netanyahu] a good friend, but I think he has to change. … This government in Israel is making it very difficult for him to move,” Biden said.

The president singled out Itamar Ben-Gvir, Israel’s far-right national security minister.

XS
SM
MD
LG