ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການດຳ​ເນີນຄະດີ ຕໍ່ສະມາຊິກຂອງກຸ່ມລັດ​ອິ​ສ​ລາມ ໄດ້ກາຍມາເປັນເສັ້ນທາງໄປສູ່ຄວາມຍຸຕິທໍາ ສໍາລັບຫຼາຍໆຄອບຄົວ


IS Trial Offers Families Path to Justice
please wait

No media source currently available

0:00 0:03:14 0:00

ແຟ້ມວີດີໂອ - ລາຍງານກ່ຽວກັບ ການພິຈາລະນາຄະດີຕໍ່ສະມາຊິກຂອງກຸ່ມ IS, ໄດ້ກາຍມາເປັນເສັ້ນທາງ ໄປສູ່ຄວາມຍຸຕິທໍາ ສໍາລັບຫຼາຍໆຄອບຄົວ.

ການຕັດສິນລົງໂທດຜູ້​ກໍ່​ການ​ຮ້າຍຫົວ​ຮຸນ​ແຮງ​ຈາກ​ກຸ່ມລັດອິສລາມ ພົບວ່າ ​ລາວມີຄວາມຜິດ ໃນສະຫະ ລັດ ສໍາລັບບົດບາດຂອງລາວໃນການຈັບໂຕປະກັນຊາວອາເມຣິກັນ ອັນໄດ້ສ້າງຄວາມສໍາຄັນ ໃຫ້ແກ່ຄອບຄົວອື່ນໆ ​ທີ່ສະ ແຫວງຫາຄວາມຍຸຕິທໍາ. ເຊີວານ ກັຈໂຈ (Sirwan Kajjo) ນັກຂ່າວຂອງ VOA ມີລາຍລະອຽດເພີ້ມເຕີມກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການພິຈາລະນາຄະດີເປັນເວລາສອງອາທິດ ຢູ່ທີ່ສານ​ໃນລັດເວີຈີເນຍ ໄດ້ນໍາເອົາຄວາມຍຸຕິທໍາມາສູ່ຄອບຄົວຊາວອາເມຣິກັນ ທີ່ຖືກລັກພາໂຕ ແລະຖືກຂ້າຕາຍຢູ່ໃນ ຊີເຣຍ. ຄະນະຕຸ​ລາ​ການ ພົບວ່າ ທ້າວເອລ ຊາຟີ ເອລຊິກ (El Shafee Elsheikh) ຄົນສັນຊາດອັງກິດ ມີຄວາມຜິດໃນຂໍ້ຫາທີ່ລາວໄດ້ຈັບ ໂຕປະກັນຊາວຕາເວັນຕົກ 26 ຄົນ ໃນນາມຂອງກຸ່ມລັດອິສລາມ ຫຼື IS.

ທ້າວ ເອລຊິກ ເຊິ່ງເຄີຍເປັນສ່ວນນຶ່ງຂອງກຸ່ມ IS ທີ່ຮູ້ກັນໃນອີກຊື່ນຶ່ງໂດຍໂຕປະກັນຂອງພວກເຂົາວ່າ “ເດິ ບີໂທລສ໌” ເນື່ອງຈາກສໍານຽງພາສາອັງກິດຂອງພວກເຂົາ. ລາວໄດ້ຖືກຈັບໂຕໃນປີ 2018 ພ້ອມກັບ ທ້າວອາເລັກຊານດາ ໂກເຕ (Alexanda Kotey), ແລະທັງສອງກໍໄດ້ຖືກນໍາໂຕມາຍັງ ສະຫະລັດໃນປີ 2020 ເພື່ອພິຈາລະນາຄະດີ.

ທ້າວ ໂກເຕ ຖືກຕັກສິນວ່າ ມີຄວາມຜິດໃນປີ 2021.

ໃນວັນທີ 14 ເມສາ, ຄະນະຕຸ​ລາ​ການໄດ້ພາກັນພົບວ່າ ທ້າວເອລ​ຊິກ ມີຄວາມຜິດໃນ 8 ຂໍ້ຫາ ທີ່ພົວພັນກັບບົດບາດຂອງລາວໃນການຈັບໂຕປະກັນ ແລະສັງສານນັກຂ່າວຊາວອາເມຣິກັນ ເຈມ​ສ໌ ໂຟລີ (James Foley) ແລະທ່ານສຕີເວັນ ຊັອດລອຟ (Steven Sotloff), ແລະພະນັກງານຜູ້ຊ່ວຍ ທ້າວປີເຕີ ຄັສຊິງ (Peter Kassing) ແລະ ນາງເຄລາ ມູເອລເລີ (Kayla Mueller).

ຄອບຄົວຂອງພວກໂຕປະກັນເຫຼົ່ານັ້ນ ມີຄວາມຍິນດີກັບຄໍາຕັດສິນຂອງສານ, ໂດຍກ່າວວ່າ ຄວາມຍຸຕິທໍານັ້ນ ມີໄຊທີ່ເໜືອກວ່າ.

ໃນລະຫວ່າງທີ່ການພິຈາລະນາຄະດີໄດ້ເລີ້ມຂຶ້ນ, ຍານາງໄດແອນ ໂຟ​ລີ (Diane Foley) ຜູ້ທີ່ລູກຊາຍຂອງເພິ່ນ ທ່ານເຈມ​ສ໌ ຖືກລັກພາໂຕໃນປີ 2012 ນັ້ນ, ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການພິຈາລະນາຄະດີທີ່ຍຸຕິທໍາ, ເຊິ່ງ ຍານາງໄດ້ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງດໍາເນີນການໃນສິ່ງທີ່ກົງກັນຂ້າມກັບສິ່ງທີ່ໄດ້ເຮັດໄປແລ້ວນັ້ນ. ນັ້ນ, ສໍາລັບຂ້າພະເຈົ້າແລ້ວ ມັນແມ່ນຄວາມແຕກຕ່າງຢ່າງຫຼວງຫຼາຍ. ຂ້າພະເຈົ້າໝາຍເຖິງ, ໂຕປະກັນຊາວອັງກິດ ແລະອາເມຣິກັນ ແມ່ນບໍ່ໄດ້ໃຫ້ຫຍັງເລີຍ. ພວກເຂົາເຈົ້າຖືກຂົ່ມເຫັງຄືກັບສັດ, ພວກເຂົາເຈົ້າໄດ້ຮັບຄວາມທໍລະມານ, ອຶດຫິວ, ພວກເຂົາເຈົ້າບໍ່ໄດ້ຮັບຄວາມເປັນທໍາເລີຍແມ່ນແຕ່ໜ້ອຍນຶ່ງ. ຂ້າພະເຈົ້າຄິດວ່າ ມັນມີຄວາມສໍາຄັນຫຼາຍທີ່ພວກເຮົາຈະສະແດງໃຫ້ເຫັນວ່າ ຄົນທີ່ມີຄວາມສີວິໄລແລ້ວຄວນຈະປະຕິບັດຕົນເອງຕໍ່ຜູ້ອື່ນແນວໃດ.”

ແລະດ້ວຍເຫດນີ້ເອງ ທີ່ນັກຊ່ຽວຊານກ່າວວ່າ ການພິຈາລະນາຄະດີອັນນີ້ ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງ.

ທ່ານນາງສເຕຟານີ ຟັອກແກັຕ (Stephanie Foggett), ນັກຊ່ຽວຊານປະຈໍາອົງ​ການບໍ່ສະແຫວງຜົນກໍາໄລ ທາງດ້ານຄວາມໝັ້ນຄົງຂອງໂລກ ຊູຟານ ກ່າວຜ່ານທາງຊູມວ່າ:

“ດັ່ງນັ້ນ, ຄອບຄົວຂອງພວກໂຕປະກັນຊາວອາເມຣິກັນຈຶ່ງໄດ້ສົ່ງສຽງໃນຄວາມປາຖະໜາຂອງພວກເຂົາເຈົ້າ ໃຫ້ບຸກຄົນຕ່າງໆທີ່ກ່ຽວຂ້ອງກັບການລັກພາໂຕ ແລະສັງຫານລູກຂອງພວກເຂົາເຈົ້າ ຕ້ອງຮັບຜິດຊອບຕໍ່ການກະທໍາຢູ່ໃນສານຍຸຕິທໍາຂອງສະຫະລັດ. ສະນັ້ນ, ໃນກໍລະນີນີ້ຈຶ່ງສະແດງໃຫ້ເຫັນຢ່າງແທ້ຈິງວ່າ ຄອບຄົວເຫຼົ່ານີ້ແມ່ນອອກມາຮຽກຮ້ອງແນວໃດ ແລະຍັງຄົງຕໍ່ສູ້ເພື່ອລູກຫຼານຂອງພວກເຂົາເຈົ້າຕໍ່ໄປແນວໃດ.”

ພວກທີ່ກ່ຽວຂ້ອງກັບເຫດການກໍ່ການຮ້າຍທີ່ເປັນຕາຢ້ານເຫຼົ່ານັ້ນ ອັນລວມມີ ການລັກພາໂຕແລະການສັງຫານ, ແມ່ນນ້ອຍຫຼາຍທີ່ຈະໄດ້ປະເຊີນກັບການ ພິຈາລະນະຄະດີຈາກປະເທດຂອງພວກເຄາະຮ້າຍທັງຫຼາຍເຫຼົ່ານັ້ນ.

ທ່ານຣານດອລ ໂຣແກນ (Randall Rogan), ເຊິ່ງເປັນສາດສະດາຈານທາງດ້ານການສື່ສານ ແຫ່ງມະຫາວິທະຍາໄລ Wake Forest ໃນລັດ ຄາໂຣໄລນາເໜືອ ກ່າວຜ່ານທາງຊູມວ່າ:

“ສໍາລັບສະຫະລັດ, ຂ້າພະເຈົ້າຄິດວ່າ ສໍາລັບຄົນອື່ນທີ່ບໍ່ໄດ້ອາໄສຢູ່ໃນສະຫະ ລັດ ມັນໄດ້ສະແດງໃຫ້ເຫັນເຖິງໄລຍະເວລາທີ່ລັດຖະບານຂອງສະຫະລັດແລະເຈົ້າໜ້າທີ່ຄົນອື່ນໆ ຈະດໍາເນີນຄວາມຮັບຜິດຊອບກັບຄົນອື່ນ ສໍາລັບການເສຍຊີວິດຂອງຊາວອາເມຣິກັນທີ່ຢູ່ນອກປະເທດ, ໂດຍສະເພາະຢ່າງຍິ່ງ ຢູ່ໃນສະຖານະການທີ່ຮ້າຍແຮງດັ່ງກ່າວນີ້.”

ທ່ານໂຣແກນກ່າວວ່າ ການພິຈາລະນາຄະດີຂອງທ້າວ ເອລຊິກ ເປີດໂອກາດໃຫ້ໜ່ວຍງານຮັກສາກົດໝາຍຂອງສະຫະລັດ ສາມາດດໍາເນີນຄະດີກັບຊາວຕ່າງປະເທດທີ່ເຮັດຜິດກົດໝາຍທີ່ຄ້າຍຄືກັນນີ້ ເພື່ອຮັບຜິດຊອບໃນການກໍ່ອາຊະຍາກໍາຕໍ່ພົນລະເມືອງຂອງສະຫະລັດທີ່ອາໄສຢູ່ຕ່າງປະເທດ.

ມັນຍັງເປັນຊ່ອງທາງສໍາລັບຄອບຄົວອື່ນໆທີ່ໄດ້ຮັບຜົນກະທົບໂດຍການກະທໍາຂອງພວກກໍ່ການຮ້າຍຢູ່ຕ່າງປະເທດ ທີ່ຕ້ອງການຄວາມຍຸຕິທໍານໍາອີກດ້ວຍ.

ອີກຄັ້ງນຶ່ງ, ທ່ານນາງສເຕຟານີ ຟອກແກັຕ ຈາກສູນກາງ ຊູຟານ ກ່າວຜ່ານທາງຊູມວ່າ:

“ສິ່ງນີ້ອາດເປັນເຄື່ອງພິສູດໄດ້ຢ່າງດີ ໃນການເປັນຕົວຢ່າງສໍາລັບຫຼາຍໆຄອບ ຄົວ ແລະຜູ້ລອດຊີວິດຫຼາຍໆຄົນໃນອະນາຄົດ. ພວກເຂົາເຈົ້າອາດຈະເລືອກທີ່ຈະເບິ່ງກໍລະນີນີ້ ແລະເປັນແບບວ່າ ‘ນີ້ຄືສິ່ງທີ່ພວກເຮົາຕ້ອງການ, ສິ່ງນີ້ຄືຄວາມຍຸຕິທໍາທີ່ພວກເຮົາຕ້ອງການສໍາລັບຄົນທີ່ພວກເຮົາຮັກ.’”

ທ່ານນາງຟອກແກັຕ ກ່າວວ່າ ນັ້ນສໍາລັບທີ່ຈະເກີດຂຶ້ນໃນສະຫະລັດອີກຄັ້ງ, ການຮ່ວມມືຫຼາຍ​ຝ່າຍ ກັບພັນທະມິດ ແລະຄູ່ຮ່ວມມືຂອງຊາວອາເມຣິກັນ ຢູ່ໃນທົ່ວໂລກຕ້ອງດໍາເນີນຢູ່ຕໍ່ໄປ.

The conviction of an Islamic State militant found guilty in the U.S. for his role in taking Americans hostage carries significance for other families seeking justice. VOA’s Sirwan Kajjo has more.

A two-week trial at this Virginia courthouse has brought a measure of justice to the families of Americans kidnapped and killed in Syria. A jury found British national El Shafee Elsheikh guilty for his role in holding captive 26 Western hostages on behalf of the Islamic State (IS) group.

Elsheikh was part of an IS cell known by their hostages as “The Beatles” because of their British accents. He was captured in 2018 along with Alexanda Kotey, and both were brought to the United States in 2020 to stand trial.

Kotey pleaded guilty in 2021.

On April 14, a jury found Elsheikh guilty on eight counts related to his role in the hostage taking and killing of American journalists James Foley and Steven Sotloff and aid workers Peter Kassig and Kayla Mueller.

The families of those hostages welcomed the court ruling, saying that justice has prevailed.

As the trial opened, Diane Foley, whose son James was kidnapped in 2012, underscored the importance of a fair trial.

Diane Foley, Mother of James Foley

“I think we must do the opposite of what was done. That to me is the huge contrast. I mean, the British and American hostages were given nothing. They were treated like animals, they were tortured, starved, they received no bit of justice. I think it is important that we show how civilized people should react to others.”

And that is why, experts say, this trial carried major significance.

Stephanie Foggett, The Soufan Center (Zoom)

“So the U.S. hostage families have been vocal in their wishes for the individuals involved in the abduction and the killing of their children to be held accountable for their actions in a U.S. court of law. So this case really demonstrates how these families were at the forefront and how they've been persistently fighting for their children.”

Those involved in terror activity including kidnappings and killings rarely face trial in the country where their victims were from.

Randall Rogan, Wake Forest University (Zoom)

“For the U.S., I think for others outside of the U.S., it demonstrates the lengths to which the U.S. government and the authorities will go to hold others accountable for the death of Americans outside of the United States, particularly in such egregious circumstances.”

Elsheikh’s trial opens the possibility for U.S. law enforcement agencies to pursue similar cases against foreign nationals responsible for crimes against U.S. citizens abroad, Rogan says.

It also offers a path to the families of others impacted by terror activity overseas who want justice.

Stephanie Foggett, The Soufan Center (Zoom)

“This may very well prove to be a model for families and survivors in the future. They may choose to look at this case and be like ‘This is what we want. This is the justice that we want for our loved ones.’”

For that to happen in the U.S. again Foggett says, an effective multilateral cooperation with American allies and partners around the world must continue.

XS
SM
MD
LG