ຊີ້ນມັງສາວິລັດໃນປັດຈຸບັນນີ້ ທີ່ມີລົດຊາດ ແລະ ປຸງແຕ່ງຄືຊີ້ນງົວແທ້ນັ້ນ ທັງໝົດແມ່ນ
ໄດ້ເກີດຂຶ້ນໃນ ສະຫະລັດ. ແຕ່ມັນກໍຍັງມີຕະຫຼາດສຳລັບຊີ້ນທີ່ເຕີບຜະລິດຂຶ້ນຢູ່ໃນຫ້ອງ
ທົດລອງນຳ, ເຊິ່ງຈະສະໜອງທາດໂປຣຕີນທຸກຊະນິດ ໂດຍປາສະຈາກການເຮັດສິ່ງທີ່
ໂຫດຮ້າຍ ແລະ ສ້າງມົນລະພິດ. ແຕ່ມັນໄດ້ພິສູດໃຫ້ເຫັນວ່າ ມັນຍາກທີ່ຈະຊັກຊວນໃຫ້
ຄົນຊື້ ຫລາຍກວ່າຜະລິດຕະພັນອື່ນໆທີ່ເຮັດຈາກພືດ. ນັກຂ່າວວີໂອເອ ເຄວິນ ອີນິກສ໌
ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ຊີ້ນມັງສາວິລັດ ໄດ້ປາກົດຢູ່ໜ້າລາຍການອາຫານໃນທົ່ວໂລກແລ້ວ.
ຈຸດຂາຍຂອງເຂົາເຈົ້າກໍແມ່ນວ່າ ເຖິງແມ່ນມັນຈະມາຈາກພືດ, ມັນກໍເບິ່ງ ແລະ ມີລົດ
ຊາດຄືຊີ້ນໄກ່, ປາ ຫຼື ງົວແທ້, ໂດຍບໍ່ຕ້ອງໄດ້ສ້າງຄວາມໂຫດຮ້າຍ, ຫຼື ສົ່ງຜົນກະທົບ
ຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດ.
ແຕ່ຜູ້ປະກອບການປຸງແຕ່ງອາຫານລຸ້ນຕໍ່ໄປເຊື່ອວ່າ ຜູ້ບໍລິໂພກສາມາດກິນຊີ້ນທີ່ເຂົາ
ເຈົ້າຕ້ອງການ, ແຕ່ປາສະຈາກຄວາມເປັນຫ່ວງໃດໆທຸກຢ່າງທີ່ມາກັບອຸດສາຫະກຳຊີ້ນ.
“ອູ…. ມັນຫອມຫຼາຍ.”
ໄກ່ໂຕນີ້ແມ່ນຂອງແທ້, ແຕ່ມັນໄດ້ໃຫຍ່ຢູ່ໃນຫ້ອງວິໄຈ, ບໍ່ແມ່ນຟາມ, ແລະ ມັນກໍບໍ່
ແມ່ນໄກ່, ແຕ່ມັນແມ່ນແຊລທີ່ຖືກສະສົມຂຶ້ນມາ.
ທ່ານ ອູມາ ວາເລຕີ, ຈາກບໍລິສັດ Memphis Meat ກ່າວວ່າ “ພວກເຮົາເອົາແຊລ
ຕ່າງໆຈາກສັດທີ່ມີຄຸນນະພາບສູງ. ພວກເຮົາເກືອມັນດ້ວຍແຊລທີ່ມີທາດບຳລຸງ ທີ່
ແຊລພວກນີ້ຕ້ອງການເພື່ອໃຫ້ມັນກາຍເປັນຊີ້ນ. ແລະ ເມື່ອມັນກາຍເປັນຊີ້ນ, ພວກ
ເຮົາກໍເກັບກ່ຽວມັນ ແລະ ພວກເຮົາກໍຈະປຸງແຕ່ງມັນເປັນຜະລິດຕະພັນທີ່ເຮົາມັກກິນ.”
ບັນດາເຈົ້າໜ້າທີ່ລັດຖະບານ ສະຫະລັດ ກຳລັງກະກຽມທີ່ຈະເປີດເຜີຍກົດລະບຽບ
ທີ່ຈະອະນຸຍາດໃຫ້ຊີ້ນທີ່ເຕີບໃຫຍ່ຢູ່ໃນຫ້ອງທົດລອງມີຂາຍຢູ່ໃນຕະຫຼາດ.
ແລະ ທ່ານ ອູມາ ວາເລັນຕີ ຈາກບໍລິສັດ Memphis Meat ເວົ້າວ່າ ບໍລິສັດຂອງລາວ
ພ້ອມແລ້ວທີ່ຈະໂດດເຂົ້າໄປ.
ທ່ານ ອູມາ ກ່າວວ່າ “ແທ້ຈິງແລ້ວ ພວກເຮົາຢາກຮັກສາໄວ້ທັງຊີ້ນທີ່ຄົນເຄີຍມາ. ແທນ
ທີ່ຈະວ່າ ເຊົາກິນຊີ້ນນັ້ນຊະ ຫຼື ມາກິນຊີ້ນແນວໃໝ່ແທນ, ພວກເຮົາເວົ້າວ່າສືບຕໍ່ກິນ
ຊີ້ນທີ່ທ່ານມັກ, ມາໃຫ້ເຮົາສະແດງໃຫ້ທ່ານເບິ່ງ ວິທີທີ່ພວກເຮົາສາມາດສືບຕໍ່ຜະລິດ
ມັນ ແລະ ຈຳໜ່າຍໃນວິທີທີ່ທ່ານຈະໃຫ້ການສະໜັບສະໜູນ.”
ມັນເປັນແນວຄິດທີ່ງ່າຍໆ, ຄືພຽງແຕ່ປູກແຊລກ້າມເນື້ອ ແລະ ໄຂມັນຢູ່ໃນຫ້ອງວິໄຈ,
ແລະ ສ້າງເອິກໄກ່ ຫຼື ຊີ້ນສະເຕັກ, ໂດຍບໍ່ຕ້ອງສ້າງໂຕສັດໝົດໂຕຂຶ້ນມາ. ສິ່ງທ້າທາຍ
ກໍແມ່ນການເຮັດແຊລໃຫ້ກາຍເປັນຊີ້ນ, ແລະ ຫຼັງຈາກນັ້ນກໍຂະຫຍາຍເພື່ອສ້າງຜະ
ລິດຕະພັນ ທີ່ມີຂະໜາດ ແລະ ລາຄາດຽວກັບທີ່ອຸດສາຫະກຳຊີ້ນງົວຂາຍ.
ທ່ານ ຣິຄາໂດ ແຊນ ມາຕິນ ຈາກໂຄງການຊີ້ນທົດແທນ UC Berkeley ກ່າວວ່າ
“ເຈົ້າຈະສາມາດພັດທະນາຈາກລູກຊີ້ນກ້ອນນ້ອຍໆ ໄປເປັນຜະລິດຕະພັນ ທີ່ມີປະລິ
ມານເທົ່າກັບງົວໂຕນຶ່ງ, ຊຶ່ງໜັກປະມານ 360 ກິໂລກຣາມ ໄດ້ແນວໃດ? ນັ້ນແມ່ນສິ່ງ
ທ້າທາຍທີ່ແທ້ຈິງ.”
ນອກນັ້ນມັນຍັງມີເລື່ອງທີ່ເປັນຕາສະອິດສະອຽນ… ຜູ້ບໍລິໂພກທັງຫຼາຍມີຈິດໃຈທີ່ບໍ່
ມັກຢູ່ແລ້ວໂດຍທົ່ວໄປ ສຳລັບສິ່ງທີ່ເຂົາເຈົ້າເຫັນວ່າ ເປັນອາຫານທີ່ຖືກດັດແປງຈາກ
ພັນທຸກຳ.
ທ່ານ ຣິຄາໂດ ກ່າວວ່າ “ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ຜູ້ບໍລິໂພກຈະມີແນວເລືອກ ທີ່
ເຂົາເຈົ້າຈະເລືອກເອົາຊີ້ນທີ່ເຕີບໃຫຍ່ຢູ່ຫ້ອງທົດລອງ ຫຼືບໍ່.”
ແຕ່ແມ່ນກະທັ່ງ ສິ່ງທີ່ທ້າທາຍພວກນີ້ ແມ່ນມີໃຫ້ເຫັນຢ່າງຊັດເຈນຢູ່ແລ້ວນັ້ນ, ລາຍ
ງານສະບັບນຶ່ງທີ່ໄດ້ເປີດເຜີຍໃນເດືອນມິຖຸນາທີ່ຜ່ານມາ ໄດ້ສະເໜີວ່າ ຊີ້ນທີ່ເຕີບ
ໃຫຍ່ຢູ່ໃນຫ້ອງວິໄຈ ອາດຈະປະກອບເປັນນຶ່ງສ່ວນສາມຂອງຊີ້ນທັງໝົດ ທີ່ຖືກບໍລິ
ໂພກຢູ່ໃນໂລກ ພາຍໃນປີ 2040.
ບັນດາບໍລິສັດທີ່ວ່ານີ້ ກຳລັງຕັ້ງເດີມພັນໄວ້ແນວນັ້ນ.