ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຈີນ​ເອນ​ອຽງ ໄປທາງ​ສະ​ຫະ​ລັດ ແທ້​ບໍ່ ​ຫຼື​ເຮັດຄື​ຊື່ໆ


ປະ​ນາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ​ປູ​ຕິນ​ຂອງ​ຣັດເຊຍ ແລະ​ປະ​ທາ​ນາ​ທິ​ບໍ​ດີສີ ຈິ້ນ​ຜິງຂອງ​ຈີນ ​ຖ່າຍ​ຮູບ​ຮ່ວມ​ກັນ ​ກ່ອນການ​ພົບ​ປະ​ກັນ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 4 ກຸມ​ພາ, 2022.
ປະ​ນາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ​ປູ​ຕິນ​ຂອງ​ຣັດເຊຍ ແລະ​ປະ​ທາ​ນາ​ທິ​ບໍ​ດີສີ ຈິ້ນ​ຜິງຂອງ​ຈີນ ​ຖ່າຍ​ຮູບ​ຮ່ວມ​ກັນ ​ກ່ອນການ​ພົບ​ປະ​ກັນ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 4 ກຸມ​ພາ, 2022.

ນາຍົກລັດຖະມົນຕີຈີນ, ທ່ານຫລີ ເກີ້​ຈຽງ ກ່າວ​ໃນ​ວັນ​ສຸກ ແລ້ວນີ້​ວ່າ ສະຫະລັດ ​ແລະ​ຈີນ​ບໍ່​ຄວນ “ປິດ” ປະຕູ​ວັດທະນະທຳ​ລະຫວ່າງປະ​ເທດເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ການ​ລົງ​ໂທດ​ທາງ​ເສດຖະກິດ​ຕໍ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຣັດ​ເຊຍ​ເພີ່ມ​ທະວີ​ຂຶ້ນ.

ທ່ານຫລີກ່າວວ່າ, "ຍ້ອນ​ວ່າ ທັງສອງຝ່າຍໄດ້ເປີດປະຕູໃຫ້ກັນແລະກັນ [50 ປີກ່ອນນັ້ນ] ພວກເຂົາເຈົ້າບໍ່ຄວນປິດມັນ, ປ່ອຍໃຫ້ຢູ່ຄົນດຽວ," ໂດຍອ້າງ ເຖິງວັນຄົບຮອບ 50 ປີ ຂອງການພົວພັນທາງການທູດລະຫວ່າງສະຫະລັດ ແລະຈີນທີ່ເລີ້ມຕົ້ນຂຶ້ນໂດຍການ​ເດີນ​ທາງ​ໄປ​ປັກ​ກິ່ງໃນປີ 1972 ​ຂອງປະທານາທິ ບໍດີ ຣີ​ຊາດ ນິ​ກສັນ​ ຂອງສະ​ຫະ​ລັດ​ໃນ​ເວ​ລາ​ນັ້ນ​.

​ໂດຍ​ອີງ​ຕາມ​ຖະ​ແຫຼ​ງການ​ທີ່​ເປັນ​ເອກະສັນ​ກັນ​ຫຼາຍ​ສະບັບ​ຂອງ​ບັນ​ດາຜູ້ນຳ​ຈີນ​ນັບ​ຕັ້ງແຕ່​ມີການ​ບຸກ​ໂຈມ​ຕີ​ຂອງຣັດ​ເຊຍ​ຕໍ່​ຢູ​ເຄ​ຣນໃນ​ທ້າຍ​ເດືອນ​ກຸມພາ​ຜ່ານ​ມາ, ທ່ານຫລີຍອມຮັບ​ວ່າ ວໍ​ຊິງ​ຕັນແລະປັກ​ກິ່ງ​ມີ​ຄວາມ​ຮັບ​ຮູ້​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ວິ​ກິດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ໃນຢູ​ໂຣບ​ຕາ​ເວັນ​ອອກ.

ທ່ານຫລີ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ເວລາ​ສິ້ນ​ສຸດ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ວ່າ "ພວກ​ເຮົາ​ເຊື່ອ​ວ່າ ​ການ​ຮ່ວມ​ມືກັນ​ຄວນ​ເປັນ​ເສັ້ນທາງ​ຫລັກ ເພາະ​ສັນຕິ ພາບ​ແລະ​ການ​ພັດທະນາ​ຂອງ​ໂລກ​ແມ່ນ​ຂຶ້ນ​ຢູ່​ກັບ​ສິ່ງ​ນັ້ນ." "ເຖິງແມ່ນວ່າ ພວກ ເຮົາຈະເປັນຄູ່ແຂ່ງໃນຕະຫຼາດດ້ານເສດຖະກິດ ແລະການຄ້າກໍ​ຕາມ, ມັນຄວນ ຈະມີຄວາມປະ​ນີ​ປະ​ນອມ ແລະເທົ່າທຽມກັນ."

ທ່ານຫລີ ເກີ້​ຈຽງ, ນາ​ຍົກ​ຈີນກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວພາ​ຍ​ຫລ​ັງ​ສິ້ນ​ສຸດກອງ​ປະ​ຊຸມ​ຫລວງ​ຂອງ​ພັກ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ (NPC) ທີ່​ປັກ​ກິ່ງ, 11 ມີ​ນາ, 2022.
ທ່ານຫລີ ເກີ້​ຈຽງ, ນາ​ຍົກ​ຈີນກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວພາ​ຍ​ຫລ​ັງ​ສິ້ນ​ສຸດກອງ​ປະ​ຊຸມ​ຫລວງ​ຂອງ​ພັກ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ (NPC) ທີ່​ປັກ​ກິ່ງ, 11 ມີ​ນາ, 2022.

ວັນ​ທີ 8 ມີນາຜ່ານ​ມາ​ນີ້ ທ່ານ​ສີ​ ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານພ້ອມ​ແລ້ວ​ທີ່​ຈະ "ທຳ​ງານ​ຢ່າງ​ຕັ້ງໜ້າ" ກັບ​ປະຊາ​ຄົມ​ໂລກ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ຢູ​ເຄ​ຣນ.
​ແນວ​ໃດ​ກໍ​ດີ, ນັກ​ສັງ​ເກດ​ການ​ບາງ​ຄົນ​ກ່າວ​ວ່າ ປັກ​ກິ່ງ​ອາດ​ຈະ​ຕົກ​ລົງ​ໄປ​ຍ້ອນ​ເຫດຜົນ​ດ້ານ​ການ​ເງິນ ​ແລະ​ທາງ​ການ​ເມືອງ.

"ຂ້າພະເຈົ້າຄິດວ່າປະທານປະເທດສີ ແລະຜູ້ນໍາຂອງຈີນບໍ່ພໍໃຈ ເລັກນ້ອຍກ່ຽວ ກັບສິ່ງທີ່ພວກເຂົາເຈົ້າເຫັນຢູ່ໃນຢູເຄຣນ," ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້ອໍານວຍການອົງ ການສືບ​ລັບ CIA , ທ່ານ​ວິ​ລ​ລຽມ​ ເບີນ​ສ໌ ທີ່ກ່າວຢູ່​ໃນ​ຄຳ​ໃຫ້​ການຕໍ່ບັນດາສະ ມາຊິກສະພາສະຫະລັດເມື່ອບໍ່ດົນມານີ້. ທ່ານ​ກ່າວ​ອີກວ່າ "ພວກເຂົາເຈົ້າບໍ່ຄາດວ່າ ພວກຣັດ​ເຊຍຈະປະ​ເຊີນ​ກັບ​ຄວາມຫຍຸ້ງຍາກອັນ​ຫລວງ​ຫລາຍ."

ທຸງ​ຣັດ​ເຊຍ ແລະ​ຈີນ​ຕັ້ງ​ຢູ່​ໂຕະກ່ອນ​ພິ​ທີ​ເຊັນ​ສັນ​ຍາ​ສະ​ບັບ​ນຶ່ງ​ໃນ​ນ​ະ​ຄອນ​ຫລວງ​ປັກ​ກິ່ງ, 8 ມິ​ຖຸ​ນາ, 2018.
ທຸງ​ຣັດ​ເຊຍ ແລະ​ຈີນ​ຕັ້ງ​ຢູ່​ໂຕະກ່ອນ​ພິ​ທີ​ເຊັນ​ສັນ​ຍາ​ສະ​ບັບ​ນຶ່ງ​ໃນ​ນ​ະ​ຄອນ​ຫລວງ​ປັກ​ກິ່ງ, 8 ມິ​ຖຸ​ນາ, 2018.

ທ່ານເບີນ​ສ໌ ກ່າວ​ວ່າ ຈີນ​ຍັງ​ມີ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ຜົນ​ກະ​ທົບ​ດ້ານພູ​ມີສາດ​ທາງການ​ເມືອງ​ຂອງ​ການ​ບຸກ​ໂຈມ​ຕີ​ຂອງ​ຣັດ​ເຊຍ, ລວມ​ທັງ "ວິ​ທີການ​ທີ່ [ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ] ທ່ານວ​ລາ​ດິ​ເມຍ ປູຕິນ ໄດ້ຜັກ​ດັນຊາວ​ຢູ​ໂຣບ ແລະ​ອາ​ເມ​ຣິ​ກັນ​ໃຫ້ມີ​ຄວາມ​ໃກ້​ຊິດ​ກັນຂຶ້ນຫລາຍ."

XS
SM
MD
LG