ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນຳ ສັນຍາ ຈະໃຫ້ການຊ່ວຍເຫຼືອ ຜູ້ໄດ້ຮັບເຄາະ ຈາກ ເຮີຣິເຄນ ເອີມາ ເພີ່ມເຕີມ


US Military Helps Rescue and Relief Efforts for Hurricane Victims
please wait

No media source currently available

0:00 0:02:13 0:00

ກອງທັບ ສະຫະລັດ ຊ່ວຍເຫຼືອໃນການກູ້ໄພ ແລະ ບັນເທົາທຸກສຳລັບຜູ້ຖືກເຄາະຮ້າຍຈາກເຮີຣິເຄນ.

ເຈົ້າໜ້າທີ່ໜ່ວຍສຸກເສີນ ແລະ ກອງກຳລັງຮັກສາດິນແດນແຫ່ງຊາດ ແມ່ນກຳລັງເຮັດ
ວຽກ ເພື່ອຊອກຫາຜູ້ທີ່ຍັງຕົກຄ້າງ ຢູ່ໃນເຂດ Keys ລອງລັດ ຟລໍຣິດາ ຍ້ອນພາຍຸເຮີຣິ
ເຄນ ເອີມາ, ໃນຂະນະທີ່ ຝຣັ່ງ ແລະ ອັງກິດ ໄດ້ສັນຍາວ່າຈະເພີ່ມການຊ່ວຍເຫຼືອຂອງ
ເຂົາເຈົ້າ ຕໍ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໂດຍພາຍຸໃນດິນແດນຂອງເຂົາເຈົ້າໃນເຂດ
ທະເລ ຄາຣິບຽນ.

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ໄດ້ເດີນທາງໄປຢ້ຽມຢາມເກາະ
ແຊັງ ມາກແຕັງ ແລະ ແຊັງ ບາກເຕເລມີ ໃນວັນພຸດມື້ນີ້, ນຶ່ງມື້ຫຼັງຈາກໄດ້ເດີນທາງ
ຮອດເກາະ ກົວດາລູບເປ ບ່ອນທີ່ທ່ານໄດ້ຮັບຮູ້ເຖິງການສະແດງຄວາມບໍ່ພໍໃຈຂອງ
ປະຊາຊົນບາງຄົນ ຕໍ່ສິ່ງທີ່ເຂົາເຈົ້າເຫັນວ່າ ບໍ່ໄດ້ຮັບການຊ່ວຍເຫຼືອຢ່າງພຽງພໍຈາກປະ
ເທດ ຝຣັ່ງ. ທ່ານ ມາຄຣົງ ໄດ້ສັນວ່າຈະສົ່ງວັດຖຸສິ່ງຂອງເພີ່ມເຕີມ ແລະ ກອງກຳລັງ
ຮັກສາຄວາມປອດໄພ ໄປບັນດາເກາະຕ່າງໆ.

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ໂບຣິສ ຈອນສັນ ແມ່ນກຳລັງເດີນທາງໄປ
ເກາະ ອັງກີຢາ ແລະ ໝູ່ເກາະ ເວີຈິນ ຂອງອັງກິດ, ສອງສະຖານທີ່ໆໄດ້ຮັບຜົນກະທົບ
ຢ່າງໜັກຈາກພາຍຸ ເອີມາ ໃນສັບປະດາທີ່ຜ່ານມາ ເຊິ່ງເປັນພາຍຸທີ່ມີຄວາມແຮງລະ
ດັບ 5. ທ່ານຍັງໄດ້ກ່າວວ່າ ກອງກຳລັງຮັກສາຄວາມປອດໄພ ແລະ "ວັດຖຸສິ່ງຂອງຈຳ
ນວນຫຼວງຫຼາຍ”
ແມ່ນກຳລັງມຸ່ງໜ້າໄປບັນດາເກາະທີ່ວ່ານີ້, ແລະ ທ່ານຄາດວ່າ ນາຍົກ
ລັດຖະມົນຕີ ທ່ານນາງ Theresa May ຈະປະກາດໃຫ້ການຊ່ວຍເຫຼືອເພີ່ມເຕີມໃນວັນ
ພຸດມື້ນີ້.

ອົງການສະຫະປະຊາຊາດ ໄດ້ໃຊ້ເຮືອບິນສົ່ງອາຫານ ແລະ ສິ່ງຂອງຊ່ວຍເຫຼືອທີ່ສຳຄັນ
ອື່ນໆໄປເກາະ ອານຕິກົວ, ເກາະ ແຊັງ ມາກແຕັງ ແລະ ເກາະ ເທີກສ ແລະ ໄຄຄອສ.

ພາຍຸເຮີຣິເຄນ ເອີມາ ໄດ້ສັງຫານປະຊາຊົນເຂດທະເລ ຄາຣິບຽນ ຢ່າງໜ້ອຍ 37 ຄົນ
ແລະ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃນເກາະຕ່າງໆ ລວມທັງເກາະ Barbuda,
ເຊິ່ງໄດ້ຍົກຍ້າຍປະຊາຊົນຂອງເຂົາເຈົ້າທຸກຄົນໄປເກາະ ອານຕິກົວ.

ການຕາຍເພີ່ມເຕີມຂອງ 12 ຄົນ ແມ່ນໄດ້ມີ​ການເຊື່ອມໂຍງໃສ່ພາຍຸ ເອີມາ ໃນລັດ
ຟລໍຣິດາ ຂອງ ສະຫະລັດ ແລະອີກ 6 ຄົນໃນລັດ ຈໍເຈຍ ແລະ ຄາໂຣລາຍນາໃຕ້.

ເຂດ Keys ​ຂອງ​ລັດ ຟລໍຣິດາ ແມ່ນເຂດທີ່ໄດ້ຮັບຜົນກະທົບໜັກສຸດໃນແຜ່ນດິນໃຫຍ່
ຂອງ ສະຫະລັດ. ນອກຈາກການປະຕິບັດການຊ່ວຍເຫຼືອກູ້ໄພຢູ່ທີ່ນັ້ນແລ້ວ, ກອງກຳ
ລັງຮັກສາດິນແດນແຫ່ງຊາດຍັງໄດ້ເຮັດວຽກເພື່ອປັດກວາດຫົນທາງ ແລະ ທາງຂຶ້ນລົງ
ຂອງເຮືອບິນແຫ່ງຕ່າງໆ ເພື່ອເຮັດໃຫ້ສາມາດຂົນສົ່ງການຊ່ວຍເຫລືອ ແລະ ສະບຽງອາ
ຫານໄປໝູ່ເກາະພວກນັ້ນ ບ່ອນທີ່ບັນດາເຈົ້າໜ້າທີ່ໄດ້ອະນຸຍາດໃຫ້ຜູ້ຄົນເຂົ້າໄປເຖິງ
ໄດ້ໃນພາກເໜືອສຸດຂອງເຂດ Keys ເທົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG