ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກມີສິດອອກສຽງ ຊາວໄອຣ໌ແລນ ລົງຄະແນນສຽງ ປະຕິເສດ ກົດໝາຍ ຈຳກັດການແທ້ງລູກ


Ireland Abortion Referendum
please wait

No media source currently available

0:00 0:01:29 0:00

ຊາວໄອຣ໌ແລນ ໄດ້ພາກັນໄປປ່ອນບັດລົງຄະແນນສຽງ ເປັນຈຳນວນຫຼວງຫຼາຍ ເພື່ອລົບ
ລ້າງກົດໝາຍທີ່ຈຳກັດການແທ້ງລູກ ຫຼືເອົາລູກອອກຂອງປະເທດ ເຊິ່ງໄດ້ສົ່ງຜົນກະທົບ
ຢ່າງໜັກ ຕໍ່ຂະບວນການຕໍ່ຕ້ານການແທ້ງລູກ.

ບັນດາເຈົ້າໜ້າທີ່ເລືອກຕັ້ງ ໄດ້ເປີດເຜີຍຜົນການປ່ອນບັດ ຂອງວັນເສົາວານນີ້ ທີ່ກ່ຽວກັບ
ຄຳຖາມ ທີ່ວ່າ ຈະຮັກສາໄວ້ ຫຼື ຍົກເລີກ ບົດແກ້ໄຂລັດຖະທຳມະນູນທີ່ຫ້າມບໍ່ໃຫ້ແທ້ງລູກ
ຫຼືເອົາລູກອອກ ໃນເກືອບທຸກໆກໍລະນີ ນັ້ນ ຫຼືບໍ່.

ຜົນການນັບຄະແນນສຽງສຸດທ້າຍ ໄດ້ສະແດງໃຫ້ເຫັນວ່າ ພວກມີສິດອອກສຽງຫຼາຍ
ກວ່າ 66 ເປີເຊັນ ໄດ້ເຫັນດີນຳການຍົກເລີກ ກົດໝາຍການຫ້າມດັ່ງກ່າວ ໃນຂະນະທີ່
33 ເປີເຊັນ ໄດ້ລົງຄະແນນສຽງ ເຫັນດີໃຫ້ຮັກສາໄວ້ກົດໝາຍໃນປັດຈຸບັນ. 1 ລ້ານ 4
ແສນ ບັດຄະແນນສຽງ ໄດ້ຖືກປ່ອນອອກສຽງ ເພື່ອໃຫ້ຍົກເລີກ ໃນຂະນະດຽວກັນ ພວກ
ຄົນ ຈຳນວນ 724,000 ຄົນ ກໍໄດ້ລົງຄະແນນສຽງ ເພື່ອໃຫ້ຮັກສາ ມາດຕະການດັ່ງກ່າວ
ໄວ້ຄືເກົ່າ.

ນາຍົກລັດຖະມົນຕີ ລີໂອ ວາຣາດກາຣ ໄດ້ບອກບັນດານັກຂ່າວ ໃນນະຄອນຫຼວງ
ດັບບລິນ ເມື່ອວັນເສົາວານນີ້ ວ່າ ການນັບຄະແນນສຽງໃນເບື້ອງຕົ້ນ ແມ່ນອຽງໄປໃນ
ທາງການຍົກເລີກ ຢ່າງຫຼວງຫຼາຍ ເຊິ່ງເປັນແບບຢ່າງຈຸດສູງສຸດຂອງ “ການປະຕິວັດ
ແບບງຽບໆ.”

“ມະຫາຊົນໄດ້ສົ່ງສຽງອອກມາແລ້ວ” ທ່ານ ວາຣາດກາຣ ໄດ້ກ່າວ ແລະເວົ້າຕື່ມວ່າ
“ສິ່ງທີ່ ພວກເຮົາເຫັນ ແມ່ນຈຸດສູງສຸຸດຂອງການປະຕິວັດ ທີ່ໄດ້ເກີດຂຶ້ນ ຢູ່ໃນໄອຣ໌ແລນ
ໃນໄລຍະສອງທົດສະວັດຜ່ານມາ.”

ຜົນທີ່ອອກມານັ້ນ ເປັນຂີດໝາຍແຫ່ງໄຊຊະນະ ໃນການຕໍ່ສູ້ເພື່ອສິດໃນການແທ້ງລູກ
ຂອງພວກແມ່ຍິງໄອຣ໌ແລນ ເຊິ່ງຢູ່ໃນປະເທດທີ່ສ່ວນໃຫຍ່ນັບຖືສາສະໜາແຄໂທລິກ
ແຕ່ກຸ່ມຕໍ່ຕ້ານການແທ້ງລູກທີ່ສຳຄັນ ກຸ່ມນຶ່ງ ໄດ້ກ່າວໃນວັນເສົາວານນີ້ ກ່ອນໜ້າຜົນນັບ
ຄະແນນສຽງ ຢ່າງເປັນທາງການຈະຖືກປະກາດອອກມາ ວ່າ ການລົງປະຊາມະຕິ ນັ້ນ
ເປັນ“ໂສກນາດຕະກຳ ຂອງປະຫວັດສາດ ທີ່ບໍ່ສາມາດຄຳນວນໄດ້.”

ທ່ານ ຈອນ ແມັກເກີກຄ໌ (John McQuirk) ໂຄສົກຂອງກຸ່ມ Save the 8th ເຊິ່ງໝາຍ
ເຖິງ ບົດແກ້ໄຂທີ 8 ໃນລັດຖະທຳມະນູນ ທີ່ຫ້າມບໍ່ໃຫ້ເຮັດແທ້ງ, ໄດ້ຄາດຄະເນໄວ້ເມື່ອ
ຕອນເຊົ້າ ໃນການອອກອາກາດຜ່ານທາງໂທລະພາບ ວ່າ ຈະ “ບໍ່ມີຄວາມຫວັງ” ທີ່ການ
ຫາມແທ້ງລູກຂອງປະເທດ ທີ່ໄດ້ວາງອອກໃນປີ 1983 ໃນການລົງປະຊາມະຕິ ນັ້ນ ຈະ
ຖືກຮັກສາໄວ້ຄືເກົ່າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Irish citizens have voted by a large margin to repeal the country's restrictive abortion law, dealing a serious blow to the anti-abortion movement.

Election officials released results Saturday of ballots cast the previous day on the question of whether to keep or overturn a constitutional amendment banning abortions in most cases.

The final results showed more than 66 percent of voters were in favor of repealing the ban while 33 percent voted to keep the current law.One-point-four-million ballots were cast for repeal while some 724,000 voted to keep the measure in place.

Prime Minister Leo Varadkar told reporters in Dublin Saturday that early vote counts leaning heavily toward repeal represented the pinnacle of a "quiet revolution."

"The public have spoken," Varadkar said, and added, "What we see is the culmination of a quite revolution that has been taking place in Ireland over the last couple of decades."

The outcome is a landmark victory in Irish women's fight for abortion rights in a predominantly Catholic nation, but a leading anti-abortion group said Saturday before the official results were announced the referendum was a "tragedy of historic proportions.''

John McGuirk, spokesman for the Save the 8th group, which refers to the eighth amendment in the constitution that bans abortion, predicted in an Irish television morning broadcast that there was "no prospect" the country's abortion ban, imposed in a 1983 referendum, would be retained.

XS
SM
MD
LG