ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການເລືອກຕັ້ງ ຢູ່ໄອແລນ ອາດພາໃຫ້ ມີການປ່ຽນແປງ ທີ່ສຳຄັນ ຄັ້ງປະຫວັດສາດ


ການນັບບັດຄະແນນສຽງ ໃນການເລືອກຕັ້ງ ສະມາຊິກສະພາ ກຳລັງດຳເນີນຢູ່ ທີ່ນະຄອນ Dublin ປະເທດໄອແລນ. (27​ ກຸມພາ 2016)
ການນັບບັດຄະແນນສຽງ ໃນການເລືອກຕັ້ງ ສະມາຊິກສະພາ ກຳລັງດຳເນີນຢູ່ ທີ່ນະຄອນ Dublin ປະເທດໄອແລນ. (27​ ກຸມພາ 2016)

ການ​ຢັ່ງ​ຫາ​ງສຽງ ​ພວກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​
ໄອ​ແລນສະ​ແດງ​ໃຫ້​ເຫັນ​ວ່າພັກ​ລັດຖະບານ​ປະສົມ​ທີ່​ປົກຄອງ
​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ອາດ​ພັງ​ທະລາ​ຍ ຍ້ອນ​ສູນ​ເສຍ​ບ່ອນ​ນັ່ງ
​ຢູ່​ໃນ​ສະພາ ​ໃນ​ການ​ປ່ອນ​ບັດ​ ​ວັນ​ສຸກ​ວານ​ນີ້.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ທີ່​ການ​ນັບ​ບັດ​ມີ​ກຳນົດ​ຈະ​ເລີ້ມຂຶ້ນ​ໃນ​
ວັນ​ເສົາ​ມື້ນີ້ອົງການອອກ​ອາກາດສາທາລະນະ RTE ລາຍ​ງານ​ວ່າພັກ Fine Gael ຂອງ
ນາຍົກລັດຖະມົນຕີ Enda Kenny ​ໄດ້​ຮັບຄະ​ແນນ​ສຽງ​ ແຕ່​ພຽງ​ 23.8 ເປີ​ເຊັນ ຄືໜ້ອຍ​
ກວ່າ​ທີ່​ຄາດ​ຄິດ​ໄວ້.​ ສ່ວນ​ພັກ​ທີ່​ເປັນ​ຄູ່​ຮ່ວມ ຄື​ພັກ​ແຮງ​ງານ ແມ່ນ​ຄາດ​ວ່າ ຈະ​ໄດ້​ຮັບ​ຄະ​
ແນນ​ສຽງ​ປະມານ 7 ​ເປີ​ເຊັນ ​ຂອງ​ການ​ປ່ອນ​ບັດ ​ເຮັດ​ໃຫ້​ລັດຖະບານ​ປະສົມ ​ໄດ້​ຮັບ​ຄະ
​ແນນ​ສຽງ​ບໍ່​ພຽງພໍ ​ເພື່ອ​ຄວບ​ຄຸມ​ສຽງ​ສ່ວນ​ຫລາຍ​ຢູ່​ໃນ​ສະພາ.

ສ່ວນ​ພັກ Fianna Fail ທີ່​ເປັນ​ຄູ່​ແຂ່ງ​ ຄາດ​ວ່າ ຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ທັງ​ໝົດ ​ປະມານ
21.1 ​ເປີ​ເຊັນ.

ພັກ​ການ​ເມືອງ​ທີ່​ສຳຄັນ​ທັງ​ສອງ​ພັກ​ ​ໄດ້​ຄ່ອຍ​ໆ​ພັດທະນາ​ມາ​ຈາກ​ສອງ​ຝ່າຍ​ທີ່​ເປັນ​ປໍ​ລະ​
ປັກ​ກັນ​ຢູ່​ໃນ​ສົງຄາມ​ກາງ​ເມືອງ ທີ່​ດຳ​ເນີນ​ມາ​ ເປັນ​ເວລາ​ເກືອບ​ນຶ່ງ​ສັດຕະວັດ​ນັ້ນ ບໍ່​ເຄີຍ​

ເຮັດ​ວຽກ​ຮ່ວມ​ກັນ​ມາ​ກ່ອນຢູ່​ໃນ​ສະພາ​ແຫ່ງ​ຊາດ ​ເຮັດ​ໃຫ້ການ​ດຳ​ເນີນ​ບາດກ້າວ​ໃນ​ຂັ້ນ
ຕໍ່​ໄປ​ຂອງ​ສະມາຊິກ​ສະພາ​ໄອ​ແລນຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ. ການ​ເລືອກ​ຕັ້ງຄັ້ງ​ໃໝ່ອາດ​ຈັດ​
ໃຫ້​ມີ​ຂຶ້ນ​ໄດ້ ​ຫລື​ພັກ​ທັງສອງ​ອາດ​ຈະເລືອກ​ເອົາ​ການຈັດຕັ້ງລັດຖະບານ​ປະສົມ​ຮ່ວມ​ກັນ
​ເປັນ​ເທື່ອ​ທຳ​ອິດ​ ໃນ​ປະຫວັດສາດ​ຂອງ​ລະບອບ​ປະຊາທິປະ​ໄຕ​ຢູ່​ໃນ​ໄອ​ແລນ​ກໍ​ເປັນ​ໄດ້.

Exit polls in Ireland's parliamentary election indicate the country's ruling coalition may fall apart due to loss of legislative seats in Friday's vote.

Just hours before the ballot count was due to start Saturday, public broadcaster RTE reported that Prime Minister Enda Kenny's Fine Gael party got far fewer votes than expected, at 23.8 percent. Fine Gael's junior partner, the Labour party, is expected to get about seven percent of the vote, leaving the coalition short of a workable majority in parliament.

Rival party Fianna Fail is expected to garner about 21.1 percent of the vote.

The two major parties — which evolved from the two opposing sides in Ireland's civil war nearly a century ago — have never worked together in parliament, leaving the next step for Irish lawmakers unclear. A new election could be held, or they could choose to form a coalition for the first time in the history of Irish democracy.

Results are based on a survey of 4,283 Irish voters exiting polling stations Friday in 225 polling stations. The poll involved respondents from all 40 of Ireland's constituencies and had a margin of error of 1.5 percentage points.

XS
SM
MD
LG