ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນ​ດາ​ຜູ້​ປ່ອນ​ບັ​ດໃນ​ ໄອ​ຣ໌​ແລນ ຈະ​ເຮັດ​ໃຫ້​ ການ​ຢ່າ​ຮ້າງ​ ງ່າຍ​ຂຶ້ນ


ບັນ​ດາ​ຜູ່​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໃນ​ການເລືອກ​ຕັ້ງ​ຢູ​ໂຣ​ບ ແລະການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ໃນໄອ​ຣ໌​ແລນ ທີ່​ນະ​ຄອນ​ ດັ​ບລິນ ວັນ​ທີ 24 ພຶດ​ສະ​ພາ 2019.
ບັນ​ດາ​ຜູ່​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໃນ​ການເລືອກ​ຕັ້ງ​ຢູ​ໂຣ​ບ ແລະການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ໃນໄອ​ຣ໌​ແລນ ທີ່​ນະ​ຄອນ​ ດັ​ບລິນ ວັນ​ທີ 24 ພຶດ​ສະ​ພາ 2019.

ໄອ​ຣ໌​ແລນ ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ​ເພື່ອ​ຜ່ອນ​ຜັນ​ກົດ​ໝາຍ​ຢ່າ​ຮ້າງ.

ພວກ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ໄດ້​ກ່າວໃນ​ວັນ​ອາ​ທິດມ​ມື້​ນີ້​ວ່າ ຜູ້​ປ່ອນ​ບັດ 82 ເປີ​ເຊນ​
ໄດ້ລົງ​ຄະ​ແນນ​ສຽງຂອງເຂົາ​ເຈົ້າ ເພື່ອ​ລົບ​ລ້າງ​ຂໍ້​ກຳ​ນົດ​ໃນ​ລັດ​ຖະ​ທຳ​ມະ​ນູນ ທີ່​ຮຽກ​ຮ້ອງ
ໃຫ້​ຄູ່​ຜົ​ວ​ເມຍ​ຢູ່​ແຍກ​ກັນ​ເປັນ​ເວ​ລ​າ​ສີ່​ປີ ກ່ອນ​ການ​ແຕ່ງ​ງານ​ເຂົາ​ເຈົ້າຈະ​ສາ​ມາ​ດສິ້ນ​ສຸດ
​ລົງ​ໄດ້.

ສະ​ພາ​ຕ້ອງ​ສະ​ເໜີ​ຮ່າງ​ກົດ​ໝາຍ​ຂຶ້ນມາໃໝ່ ເພື່ອ​ຄວບ​ຄຸມການ​ຢ່າ​ຮ້າງ. ມີສັນ​ຍານ
​ອອກ​ມາ​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາ ຈະ​ຮຽກ​ຮ້ອງ​ໃຫ້ຄູ່​ຜົວ​ເມຍ​ແຍກ​ກັນ​ຢູ່​ພຽງ​ສອງ​ປີ
​ເທົ່າ​ນັ້ນ.

ຂໍ້​ກຳ​ນົດ​ການ​ຢ່າ​ຮ້າງ​ຂອງ ​ໄອ​ຣ໌​ແລນ ໃນ​ປັດ​ຈຸ​ບັນ​ນີ້ ໄດ້​ຖືກພິ​ຈາ​ລະ​ນາ​ວ່າ​ເປັນ​ມີ​ລະ
ບຽບ​ຂໍ້​ບັງ​ຄັ​ບ​ທີ່​ເຄັ່ງ​ຄັດ​ທີ່​ສຸດ​ໃນ ຢູ​ໂຣບ.

ປີ​ກາຍ​ຍີ້ ປະ​ຊາ​ຊົນ ​ໄອ​ຣ໌​ແລນ ໄດ້ລົງ​ຄະ​ແນນ​ສຽງ​ຢ່າງ​ຫຼວງ​ຫຼາຍ ​ເພື່ອ​ຍົກ​ເລີກກົດ
​ໝາຍ​ແທ້ງ​ລູກທີ່​ເຄັ່ງ​ຄັດ​ຂອງ​ປະ​ເທດ.


Irish voters have overwhelmingly endorsed a plan to liberalize the country’s constitution to make it easier for couples to divorce.

Election officials said Sunday a constitutional requirement that couples be separated for four years before being allowed to divorce will be removed.

It will fall to Ireland’s Parliament to come up with new legislation to govern divorce.

Officials say more than 82% of voters endorsed the change, which follows liberalization of abortion laws approved in a referendum last year.

Culture Minister Josepha Madigan told RTE News voters had shown compassion by “humanizing the system.”

Voter turnout on the referendum vote was just more than 50%.

Local election results are still being tallied.

XS
SM
MD
LG