ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄອຣ໌ແລນ ລົງປະຊາມະຕິ ກ່ຽວກັບວ່າ ຈະຮັກສາ ຫຼືຍົກເລີກ ການເຮັດແທ້ງ


ແມ່ຍິງຄົນນຶ່ງກຳລັງປ່ອນບັດ ລົງຄະແນນສຽງ ໃນຂະນະທີ່ພວກ ລູກຂອງລາວ ນອນຢູ່ໃນລໍ້ຍູ້.
ແມ່ຍິງຄົນນຶ່ງກຳລັງປ່ອນບັດ ລົງຄະແນນສຽງ ໃນຂະນະທີ່ພວກ ລູກຂອງລາວ ນອນຢູ່ໃນລໍ້ຍູ້.

ບັນດາຜູ້ມີສິດປ່ອນບັດໃນໄອຣ໌ແລນ ໄດ້ພາກັນໄປປ່ອນບັດໃນວັນສຸກມື້ນີ້ ເພື່ອຕັດ
ສິນໃຈວ່າ ຈະຍົກເລີກບົດແກ້ໄຂລັດຖະທຳມະນູນທີ່ອະນຸຍາດໃຫ້ມີການເຮັດແທ້ງຫຼື
ເອົາລູກອອກໄດ້ ໃນເກືອບທຸກກໍລະນີນັ້ນຫຼືບໍ່.

ບົດແກ້ໄຂລັດຖະທຳມະນູນ ທີ່ມີຜົນບັງຄັບໃຊ້ຢູ່ໃນປັດຈຸບັນນີ້ ແມ່ນໄດ້ຖືກຮັບຮອງ
ເອົາໃນປີ 1983 ແລະຕົ້ນຕໍນັ້ນແມ່ນໄດ້ຫ້າມການເຮັດແທ້ງທັງໝົດກ່ອນມີການປ່ຽນ
ແປງ ເມື່ອ 5 ປີກ່ອນ ຊຶ່ງມີການອະນຸຍາດໃຫ້ເອົາລູກອອກໄດ້ໃນກໍລະນີ ທີ່ຊີວິດຂອງ
ແມ່ຕົກຢູ່ໃນອັນຕະລາຍ.

ຖ້າບັນດາຜູ້ມີສິດປ່ອນບັດຫາກຕັດສິນໃຈ ໃຫ້ມີການຜ່ອນຜັນຫຼາຍຂຶ້ນກ່ຽວກັບລະບຽບ
ການດັ່ງກ່າວໃນວັນສຸກມື້ນີ້ແລ້ວ ລັດຖະບານຂອງນາຍົກລັດຖະມົນຕີ ລີໂອ ວາຣາດ
ກາ ກໍຈະນຳສະເໜີຮ່າງກົດໝາຍ ພາຍໃນທ້າຍປີນີ້ ອະນຸຍາດໃຫ້ເຮັດແທ້ງລູກໄດ້ແບບ
ບໍ່ມີການຈຳກັດ ຫລັງຈາກມີລູກແລ້ວເຖິງ 12 ອາທິດ.

ການຢັ່ງຫາງສຽງເມື່ອໄວໆມານີ້ ສະແດງໃຫ້ເຫັນວ່າ ປະຊາຊົນສ່ວນໃຫຍ່ ທີ່ຖືກສຳ
ຫຼວດຄວາມເຫັນນັ້ນແມ່ນເຫັນພ້ອມໃຫ້ຍົກເລີກການຫ້າມບໍ່ໃຫ້ເອົາລູກອອກ.

ໃນປັດຈຸບັນນີ້ ມີພວກແມ່ຍິງຫຼາຍໆພັນຄົນ ພາກັນເດີນທາງຈາກໄອຣ໌ແລນໄປຍັງອັງ
ກິດໃນແຕ່ລະປີ ເພື່ອເຮັດແທ້ງຫຼືເອົາລູກອອກ.

ການນັບບັດຄະແນນສຽງຈະເລີ້ມຂຶ້ນໃນຕອນເຊົ້າວັນເສົາມື້ອື່ນ.

Voters in Ireland are going to the polls Friday to decide whether to keep or repeal a constitutional amendment banning abortions in most cases.

The existing amendment has been in place since 1983 and originally banned all abortions before a change was made five years ago to allow abortions in cases where the mother's life is in danger.

If voters decide in Friday's referendum to further loosen the rules, Prime Minister Leo Varadkar's government intends to put forth legislation by the end of the year allowing abortions with no restrictions up to 12 weeks into a pregnancy.

Recent opinion polls indicate most people surveyed favor lifting the abortion ban.

Currently thousands of women travel each year from Ireland to Britain in order to have abortions.

XS
SM
MD
LG