ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານອີຣັກ ຍົກລະດັບ ການສືບສວນສອບສວນ ໃນການລອບສັງຫານ ພວກປະທ້ວງ ແລະ ນັກຂ່າວ


ພວກຄົນໄວ້ທຸກ ເຂົ້າຮ່ວມໃນພິທີສົ່ງສະການ ຂອງນັກເຄື່ອນໄຫວ ກຸ່ມສັງຄົມພົນລະເຮືອນຂອງອີຣັກ ທ່ານອີຮັບ ອາລ-ວາສນີ (Ehab al-Wazni), ຜູ້ທີ່ຖືກຂ້າຕາຍ ໂດຍພວກມືປືນ ທີ່ບໍ່ສາມາດລະບຸໂຕໄດ້ ຢູ່ໃນເມືອງຄາຣບາລາ ຂອງອີຣັກ, ວັນທີ 9 ພຶດສະພາ 2021.
ພວກຄົນໄວ້ທຸກ ເຂົ້າຮ່ວມໃນພິທີສົ່ງສະການ ຂອງນັກເຄື່ອນໄຫວ ກຸ່ມສັງຄົມພົນລະເຮືອນຂອງອີຣັກ ທ່ານອີຮັບ ອາລ-ວາສນີ (Ehab al-Wazni), ຜູ້ທີ່ຖືກຂ້າຕາຍ ໂດຍພວກມືປືນ ທີ່ບໍ່ສາມາດລະບຸໂຕໄດ້ ຢູ່ໃນເມືອງຄາຣບາລາ ຂອງອີຣັກ, ວັນທີ 9 ພຶດສະພາ 2021.

ສື່ມວນຊົນຂອງອີຣັກ ລາຍງານກ່ຽວກັບຄວາມພະຍາຍາມທີ່ມີເພີ້ມຂຶ້ນ ເພື່ອຊອກຫາບຸກຄົນທີ່ໄດ້ສັງຫານຜູ້ປະທ້ວງຄົນນຶ່ງ ແລະພະຍາຍາມຈະຂ້ານັກຂ່າວອີກຄົນນຶ່ງ ໃນແລງວັນອາທິດຜ່ານມາ. ຝູງຄົນໂດຍສ່ວນໃຫຍ່ແມ່ນຊາຍໜຸ່ມໄດ້ພາກັນຈູດໄຟເຜົາ ໃນບໍລິເວນອ້ອມແອ້ມສະຖານກົງສຸນຂອງອີຣ່ານຢູ່ເມືອງຄາບາລາ ຫຼັງຈາກທີ່ເກີດການໂຈມຕີນັ້ນ ດັ່ງທີ່ນາຍົກລັດຖະມົນຕີ ມຸສຕາຟາ ອາລ-ຄາດີມີ ຂອງອີຣັກ ໄດ້ປະຕິຍານວ່າ ຈະຊອກຫາແລະຈັບກຸ່ມພວກຜູ້ກະທຳຜິດ. ແອດວອດ ເຢຣານຽນ ມີລາຍງານໃຫ້ວີໂອເອ ຈາກນະຄອນຫຼວງໄຄໂຣ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ການລອບສັງຫານຜູ້ປະທ້ວງຄົນນຶ່ງຢູ່ໃນເມືອງຄາບາລາທີ່ມີວັດສັກສິດຂອງຊາວອີຣັກນິກາຍຊີໄອ້ ໃນແລງວັນອາທິດຜ່ານມາ ພ້ອມດ້ວຍການພະຍາຍາມທີ່ຈະລອບສັງຫານນັກຂ່າວໃນເມືອງດີວານີຢາ (Diwaniya) ທີ່ສົງຜົນໃຫ້ພວກປະທ້ວງຈູດໄຟເຜົາຫຼາຍແຫ່ງຢູ່ດ້ານດອກ ກົງສຸນຂອງອີຣ່ານ ຈຶ່ງກະຕຸ້ນໃຫ້ມີສຽງຮ້ອງໂວຍວາຍຈາກເຕຫະຣ່ານ. ພວກປະທ້ວງ ໄດ້ຈູດໄຟເຜົາກົງສຸນແຫ່ງດຽວກັນນີ້ ໃນເດືອນພະຈິກ ປີ 2019.

ນາຍົກລັດຖະມົນຕີອີຣັກ ທ່ານມຸສຕາຟາ ອາລ-ຄາດີມີ ເອງ ກໍເຄີຍເປັນນັກຂ່າວ ໄດ້ປະຕິຍານວ່າ ຈະເປີດໂປງແລະດຳເດີນຄະດີຕໍ່ພວກຜູ້ທີ່ຢູ່ເບື້ອງຫຼັງການໂຈມຕີຄັ້ງຫຼ້າສຸດ ພ້ອມກັບການເຂັ່ນຂ້າພວກປະທ້ວງ ໃນເມື່ອກ່ອນນຳດ້ວຍ.

ນາຍົກລັດຖະມົນຕີ ມຸສຕາຟາ ຄາດີມີ ກ່າວເປັນພາສາອາຣັບວ່າ:

ທ່ານບອກພວກນັກຂ່າວວ່າ ຄະນະສືບສວນ ໄດ້ຖືກຈັດຕັ້ງຂຶ້ນ ລວມທັງກຸ່ມບັນ ດາຜູ້ພິພາກສາ ທີ່ໄດ້ກະສຽນແລ້ວ ໂດຍມີປະສົບການທີ່ຈະສືບສວນແລະສອບຖາມພວກພະຍານ ເພື່ອລົງຄວາມເຫັນວ່າ ແມ່ນຫຍັງໄດ້ເກີດຂຶ້ນ ແລະໄດ້ຂໍ້ສະ ຫລຸບໃນທີ່ສຸດ.

ບັນດາຜູ້ນຳຂັ້ນສູງຂອງນິກາຍຊີໄອ ທ່ານອຳມາຣ ຮາຄິມ ແລະທ່ານມຸກຕາດາ ຊາເດີ ທັງສອງທ່ານນີ້ ໄດ້ປະທ້ວງຕໍ່ການຍິງສັງຫານນັ້ນ. ທ່ານຮາຄິມ ໄດ້ກ່າວວ່າ “ການພະຍາຍາມລອບສັງຫານພວກປະທ້ວງແລະພວກນັກຂ່າວເພື່ອປິດປາກປິດສຽງຂອງພວກເຂົາເພື່ອບໍ່ໃຫ້ໄດ້ຍິນນັ້ນ ຄືວ່າມີຈຸດປະສົງເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຢູ່ໃນປະເທດ.” ທ່ານຊາເດີ ໄດ້ເອີ້ນການສັງຫານວ່າ “ເປັນກົນລະຍຸດ ທີ່ຂີ້ຂາດຕາຂາວ” ແລະຮຽກຮ້ອງໃຫ້ຊາວອີຣັກ “ຢູ່ຢ່າງສະຫງົບ.”

ທ່ານຊາເລມ ມັສຄາວ ນັກວິເຄາະຊາວອີຣັກ ກ່າວຕໍ່ວີໂອເອ ວ່າ ຄວາມຮຸນແຮງທີ່ເກີດຂຶ້ນໃນປັດຈຸບັນນີ້ ແມ່ນສ່ວນນຶ່ງຂອງ “ບັນຫາຂັດແຍ້ງ ດ້ານການເມືອງລະຫວ່າງ ອີຣ່ານ ຢູ່ເບື້ອງນຶ່ງ ແລະສະຫະລັດ ກັບຊາອຸດີອາຣາເບຍ ຢູ່ອີກເບື້ອງນຶ່ງ” ແລະວ່າ ອີຣັກ ແມ່ນ “ຢູ່ໃນລະຫວ່າງກາງ.”

ປະເທດດັ່ງກ່າວກຳລັງກະກຽມສຳລັບການເລືອກຕັ້ງສະມາຊິກສະພາ ໃນວັນທີ 6 ມິຖຸນາ ຈະມາເຖິງນີ້ ແລະທ່ານມັສຄາວ ໂຕ້ແຍ້ງວ່າ ກຸ່ມບາງສ່ວນ ກໍາລັງພະຍາຍາມບັງຄັບໃຫ້ລັດຖະບານເລື່ອນການເລືອກຕັ້ງອອກໄປ.

ທ່ານຊາເລມ ມາສຄາວ ກ່າວວ່າ “ມີເປົ້າໝາຍທີ່ຈະທ່ວງເວລາໃນການເລືອກຕັ້ງ. ບາງຄົນຢາກເລື່ອນການເລືອກຕັ້ງອອກໄປ. ອັນນັ້ນເປັນສາເຫດທີ່ພວກເຂົາກໍ່ໃຫ້ເກີດຄວາມຮຸນແຮງຢູ່ໃນຖະໜົນຫົນທາງ ເພື່ອເຮັດໃຫ້ສະຖານະການດ້ານຄວາມປອດໄພຫຍຸ້ງຍາກ ຊຶ່ງຈະເຮັດໃຫ້ບໍ່ມີການເລືອກຕັ້ງ.”

ທ່ານຄາດຕາຣ ອາບູ ດຽບ ຜູ້ທີ່ສອນລັດຖະສາດ ຢູ່ມະຫາວິທະຍາໄລ ຂອງປາຣີ ໃຫ້ຂໍ້ສັງເກດວ່າ ພວກຊາວໜຸ່ມອີຣັກຫຼາຍຄົນ ທັງນິກາຍຊູນີ ແລະຊີໄອ້ ຢາກຈະເຫັນປະເທດມີເອກະລາດ ແລະ ຈຸດປະສົງອັນນັ້ນ ໄດ້ນຳເອົາພວກປະທ້ວງທີ່ສ່ວນໃຫຍ່ເປັນຊາວໜຸ່ມລົ່ງສູ່ຖະໜົນຫົນທາງ.

ທ່ານຄາດຕາຣ ອາບູ ດຽບ ກ່າວເປັນພາສາຝຣັ່ງວ່າ:

ທ່ານກ່າວວ່າ ພວກທະຫານບ້ານທີ່ນິຍົມອີຣ່ານ ຊຶ່ງເປັນພາກສ່ວນນຶ່ງຂອງ “ກໍາລັງປຸກລະດົມປະຊານິຍົມ” ທີ່ຮູ້ຈັກກັນຄື ອາລ-ຮູສດ໌ ອາລ-ຊາ’ອາບີ (Al-Hushd al-Sha'abi) ໃນພາສາອາຣັບ ມີເຫດມີຜົນຂອງຄວາມຮຸນແຮງ ແລະນັບຕັ້ງແຕ່ພວກເຂົາບໍ່ສາມາດຢຸດຢັ້ງ ການປະທ້ວງຢູ່ໃນຖະໜົນ ພວກເຂົາໄດ້ພະຍາຍາມກຳຈັດພວກຜູ້ນຳຂອງການເຄື່ອນໄຫວຫຼາຍຄົນ.

ການປະທ້ວງຂອງມະຫາຊົນຕໍ່ຕ້ານລັດຖະບານອີຣັກ ໄດ້ເລີ້ມຂຶ້ນໃນລະດູຮ້ອນຂອງປີ 2019 ຢູ່ທີ່ເມືອງທ່າບາສຣາ ທ່າມກາງການຂາດແຄນນ້ຳສະອາດ ນ້ຳ ມັນເຊື້ອໄຟ ແລະໄຟຟ້າ. ໃນເວລາຕໍ່ມາການປະທ້ວງໄດ້ແຜ່ຂະຫຍາຍເຂົ້າໄປໃສ່ນະຄອນຫຼວງແບກແດດ ແລະຫົວເມື່ອງອື່ນໆ ໃນເດືອນຕຸລາ ປີ 2019. ອະດີດນາຍົກລັດຖະມົນຕີ ອາແດລ ອັບດູລ ເມີດີ ໄດ້ລາອອກຈາກຕຳແໜ່ງ ໃນເດືອນພຶດສະພາ 2020 ໂດຍເປີດທາງໃຫ້ທ່ານຄາດີມີ ຜູ້ທີ່ບໍ່ຢູ່ໃນຖັນແຖວກັບ ສະຫະລັດ ຫຼື ອີຣ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG