ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີ​ຣັກ ສັ່ງ​ປິດ​ສະ​ຖາ​ນີ ​ໂທະ​ພາບ ອາ​ລ​ຮູ​ຣາ ​ຊົ່ວ​ຄາວ ຍ້ອນອອກ​ຂ່າວ​ ການ​ສໍ້​ລາດ ​ບັງ​ຫລວງ ຢູ່​ໃນ​ປະ​ເທດນັ້ນ


ກຳ​ມະ​ກອນ​ຜູ້​ນຶ່ງ​ໃນ​ເດ​ຂ​ຕາ​ເວັນ​ອອ​ກາກງ ຍ່າງ​ຜ່ານການ​ສາຍ​ແຜນ​ທີ່​ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ Alhurra ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ໃນ​ເມືອງ Springfield, ລັດ​ເວ​ຈີ​ເນຍ​ຂອງ​ສະ​ຫະ​ລັດ​ໃນ​ວັນ​ທີ 15 ສິງ​ຫາ, 2004.
ກຳ​ມະ​ກອນ​ຜູ້​ນຶ່ງ​ໃນ​ເດ​ຂ​ຕາ​ເວັນ​ອອ​ກາກງ ຍ່າງ​ຜ່ານການ​ສາຍ​ແຜນ​ທີ່​ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ Alhurra ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ໃນ​ເມືອງ Springfield, ລັດ​ເວ​ຈີ​ເນຍ​ຂອງ​ສະ​ຫະ​ລັດ​ໃນ​ວັນ​ທີ 15 ສິງ​ຫາ, 2004.

ໃນ​ວັນ​ຈັນ ວານ​ນີ້ ອີ​ຣັກ ໄດ້​ງົດ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖາ​ນີ​ໂທະ​ພາບອາ​ລ​ຮູ​ຣາ (Alhurra) ທີ່​ໄດ້​ຮັບ​ທຶນ​ຈາກ​ສະ​ຫະ​ລັດ ພາຍ​ຫລັງ​ທີ່​ໄດ້​ອອກ​ຂ່າວ​ກ່ຽວ​ກັບ ການ​ສໍ້​ລາດ​ບັງ​ຫລວງຂອງ​ສະ​ຖາ​ບັນ​ສາ​ສະ​ໜານິ​ກາຍຊູນ​ນິ ແລະ ນິ​ກາຍຊີ​ໄອ​ຂອງ​ປະ​ເທດ ​ທີ່​ຖືກ​ກ່າວ​ຫານັ້ນ​.

ຮູບ​ເງົາ​ສາ​ລະ​ຄະ​ດີ​ທີ່​ມີ​ຄວາມ​ຍາວ 12 ນາ​ທີ ໄດ້ນຳ​ໄປອອກ​ອາ​ກາດ​ໃນ​ວັນ​ເສົາ​ຜ່ານ​ມາ ໂດ​ຍ​ໄດ້​ກ່າວ​ອ້າງວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ສະ​ໜາ​ໄດ້​ໃຊ້​ທຶນ​ງົບ​ປະ​ມານ​ຂອງລັດ​ຖະ​ບານສຳ​ລັບ​ການ​ບໍ​ລິ​ຫານ​ສະ​ຖານ​ທີ່​ ແລະ​ທີ່​ດິນ​ທາງ​ສາ​ສະ​ໜາ ໄປ​ໃນ​ທາງ​ຜິດ.

ຄະ​ນະ​ກຳ​ມະ​ການ​ດ້ານ​ການ​ສື່​ສານ ແລະ​ຂ່າວ​ສານ​ຂອງ​ປະ​ເທດ ໄດ້​ກ່າວ​ຫາ​ໂທ​ລະ​ພາບ​ດັ່ງ​ກ່າວ​ວ່າ​ລຳ​ອຽງ ແລະໃສ່​ຮ້​າຍ​ປ້າຍ​ສີ, ໂດຍ​ເວົ້າ​ວ່າ ລາຍງານ​ດັ່ງ​ກ່າວ​ຂາ​ລັກ​ສະ​ນະ​ວິ​ຊາ​ການ, ຂາດ​ຄວາມ​ເປັນ​ກາງ ແລະ​ບໍ່​ມີ​ຫລັກ​ຖານ​ທີ່​ໜ້າ​ເຊື່ອ​ຖື​ໄດ້. ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວໄດ້​ສັ່ງ​ໃຫ້ສະ​ຖາ​ນີ​ໂທ​ລະ​ພາບ​ຜ່ານ​ດາວ​ທຽມທີ່​ອອກ​ຂ່າວ​ເປັນ​ພາ​ສາ​ອາ​ຣັບຢູ່​ໃນ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ ແລະ ອາ​ຟ​ຣິ​ກາ​ເໜືອ ງົດ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ໄວ້ ຈົນ​ກວ່າ​ວ່າສະ​ຖາ​ນີ​ໂທ​ລະ​ພາບ​ທີ່​ວ່ານີ້ ​ຈະ​ແກ້​ໄຂ​ທ່າ​ທີ​ຂອງ​ຕົນ ແລະ​ຂໍ​ຄະ​ມາ​ໂທດ​ເສຍ​ກ່ອນ.

"ບາດ​ກ້າວ​ເຫລົ່າ​ນີ້ ກໍ​ເທົ່າໆ​ກັນ​ກັບ​ເປັນ​ການ​ເຕືອນ​ຄັ້ງ​ສຸດ​ທ້າຍ​ຕໍ່​ສະ​ຖາ​ນີ​ດັ່ງ​ກ່າວ ແລະ​ຈະມີ​ການ​ລົງ​ໂທດ​ທີ່​ໜັກ​ຂຶ້ນກວ່າ​ເກົ່າ ຖ້າ​ຫາກ​ມີ​ການ​ກະ​ທຳ​ຜິດ​ແບບ​ດຽວ​ກັນ​ນີ້​ອີກ," ອີງ​ຕາມຄຳ​ເວົ້າ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ.

​ເຈົ້າ​ໜ້າ​ທີ່ທັງ​ຈາກ​ສາ​ສະ​ໜານິ​ກາຍຊຸນ​ນີ ແລະນິ​ກາຍ​ຊີ​ໄອພາ​ກັນ​ໂຈມ​ຕີ​ການ​ລາຍ​ງານ​ຂອງໂທ​ລະ​ພາບ​ດັ່ງ​ກ່າວໂດຍ​ການ​ໃຊ້​ກຳ​ລັງຮາ​ເຊດ ອາ​ລ-ຊາ​ບີ (Hashed al-Shaabi) ທີ່​ເປັນ​ກຳ​ລັງເກິ່ງ​ທະ​ຫານເກິ່ງ​ພົນ​ລະ​ເຮືອນທີ່​ສ້າງຕັ້ງ​ຂຶ້ນ​ໃນ​ປີ 2014 ຕາມຄຳ​ສັ່ງ​ຈາກ​ຫົວ​ໜ້າສາ​ສະ​ໜາຊີ​ໄອ​ຢູ່​ໃນ​ອີ​ຣັກ, ແກ​ຣນ ອາ​ຢາ​ໂຕ​ລາ ອາ​ລີ ຊິ​ສ​ຕາ​ນີ (Grand Ayatollah Ali Sistani) ໂດຍ​ກ່າວ​ຫາໂທະ​ພາບອາ​ລ​ຮູ​ຣາ (Alhurra) ວ່າມີ "ນະ​ໂຍ​ບາຍ​ຂ່າວ​ທີ່​ບໍ່​ເປັນ​ມິດ."

ອົງ​ການ​ຈັດ​ຕັ້ງ​ຂອງ​ສາ​ສະ​ໜາ​ນິ​ກາຍຊຸນ​ນິ​ກ່າວອ້າງວ່າ ລາຍ​ງານດັ່ງ​ກ່າວ ເຕັມ​ໄປ​ດ້ວຍ “ຄວາມ​ຂີ້​ຕົວະ.”

ອົງ​ການ​ຂ່າວສານ​ໂລກ​ຂອງ​ສະ​ຫະ​ລັດ ຫລື U.S. Agency for Global Media, ທີ່​ມີການ​ດຳ​ເນີນ​ງານ​ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິ​ງ​ຕັນທີ່​ລວມ​ມີ ໂທລະ​ພາບອາ​ລ​ຮູ​ຣາ (Alhurra) ຢູ່ນຳ​ນັ້ນ ໄດ້​ກ່າວ​ປ້ອງ​ກັນ​ວ່າ ບົດ​ລາຍ​ງານ​ດັ່ງ​ກ່າວ "ເປັນ​ລາຍ​ງານທີ່​ມີ​ຄວາມເປັນ​ທຳ, ເປັນ​ກາງ, ບໍ່​ເຂົ້າ​ຂ້າງ​ໃຜ, ແລະມີ​ລັກ​ສະ​ນະ​ວິ​ຊາ​ການ​ ກ່ຽວ​ກັບ​ການ​ກ່າວ​ຫາ​ວ່າ​ ມີ​ການ​ສໍ້​ລາດ​ບັງ​ຫລວງ” ຢູ່​ໃນ​ອີ​ຣັກ.

Iraq on Monday suspended the operations of U.S.-funded Alhurra television after it broadcast a report alleging corruption in the country's Sunni and Shi'ite religious institutions.

The 12-minute documentary aired Saturday, claiming that the religious authorities were misusing state funds in administering religious sites and real estate.

The country's Communications and Media Commission accused the network of bias and defamation, saying the report lacked professionalism, balance and reliable evidence. It ordered the satellite network, which broadcasts reports in Arabic in the Middle East and North Africa, to halt its activities "until it corrects its position" and apologizes.

"These steps are tantamount to a final warning to the station, and a tougher punishment will be taken in case this offense is repeated," the statement said.

Both Sunni and Shi'ite officials attacked the television report. The Hashed al-Shaabi paramilitary force, founded in 2014 by an edict from the top Shi'ite religious authority in Iraq Grand Ayatollah Ali Sistani, accused Alhurra of having "a hostile news policy."

Iraq's Sunni religious establishment claimed the report was full of "lies."

U.S. response

The U.S. Agency for Global Media, the Washington-based news operation that includes Alhurra, defended the report as a "fair, balanced and professional report on the allegations of corruption" in Iraq.

It said that "during the extensive preparations of the report over time, individuals and institutions involved were given the right of reply, which they declined. We still offer those same institutions the opportunity to reply."

USAGM said the television network "is committed to fair and professional journalism in Arabic throughout the region. Given the major political, economic and social challenges the region faces, there is a need for greater transparency and honesty, not less."

Iraq is currently ranked near the bottom of Reporters Without Borders' media freedom index, 156th out of 180 countries, because of arbitrary detention and intimidation of journalists by militias and pro-government groups.

XS
SM
MD
LG