ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜົນການເລືອກຕັ້ງ ຢູ່ອີຣັກ ອາດຈະສ້າງ ຄວາມບໍ່ແນ່ນອນ ໃຫ້ແກ່ ສຫລ

ພວກສະໜັບສະໜຸນ ນັກສອນສາສະໜາ ຊີໄອທ໌ ທ່ານມຸກຕາດາ ອາລ-ຊາເດີ້, ເຊິ່ງເຫັນໄດ້ ຢູ່ໃນພາບຖ່າຍ ຂະໜາດໃຫຍ່, ກຳລັງພາກັນ ສະເຫຼີມສະຫຼອງ ຢູ່ ຈະຕຸລັດ ຕາຫະຣີກ ໃນນະຄອນຫຼວງແບກແດດ ຂອງອີຣັກ, ວັນທີ 14 ພຶດສະພາ 2018.
ພວກສະໜັບສະໜຸນ ນັກສອນສາສະໜາ ຊີໄອທ໌ ທ່ານມຸກຕາດາ ອາລ-ຊາເດີ້, ເຊິ່ງເຫັນໄດ້ ຢູ່ໃນພາບຖ່າຍ ຂະໜາດໃຫຍ່, ກຳລັງພາກັນ ສະເຫຼີມສະຫຼອງ ຢູ່ ຈະຕຸລັດ ຕາຫະຣີກ ໃນນະຄອນຫຼວງແບກແດດ ຂອງອີຣັກ, ວັນທີ 14 ພຶດສະພາ 2018.

ໃນຂະນະທີ່ກຸ່ມ ຊຶ່ງເປັນຜູ້ຊະນະການເລືອກຕັ້ງໃນອີຣັກ ພວມຢູ່ໃນລະຫວ່າງ ການເຈ
ລະຈາ ຢ່າງຂຸ້ນຂ້ຽວ ເພື່ອສ້າງຕັ້ງລັດຖະບານ ຫຼັງຈາກໄດ້ມີການປະກາດຜົນການເລືອກ
ຕັ້ງ ແລ້ວນັ້ນສະຫະລັດພວມປະເຊີນໜ້າກັບບັນຫາທ້າທາຍໃໝ່ ທີ່ຈະຮັກສາຄວາມຄືບ
ໜ້າ ຕໍ່ກຸ່ມລັດອິສລາມ ທີ່ຕົນໄດ້ຮັບ ແລະປ້ອງກັນບໍ່ໃຫ້ ອີຣ່ານ ຂະຫຍາຍອິດທິພົນຂອງ
ຕົນ ໂດຍຜ່ານກຸ່ມທະຫານບ້ານ ຊີໄອທ໌ ຢູ່ໃນລັດຖະບານຊຸດໃໝ່ ຂອງອີຣັກ ນັ້ນຄື ຄຳ
ເຕືອນຂອງພວກນັກຊ່ຽວຊານ.

ອີຣັກໄດ້ຈັດໃຫ້ມີການເລືອກຕັ້ງ ເພື່ອເລືອກເອົາສະພາແຫ່ງຊາດ ແລະລັດຖະບານ ຊຸດ
ໃໝ່ ເມື່ອວັນທີ 12 ພຶດສະພາຜ່ານມາເປັນເທື່ອທຳອິດ ນັບຕັ້ງແຕ່ ກຸ່ມລັດອິສລາມ ໄດ້
ປາກົດຕົວຂຶ້ນມາຢູ່ໃນປະເທດ ເມື່ອປີ 2014.

ໃນພາບນີ້ ສະໜອງໂດຍ ລັດຖະບານ ອີຣັກ, ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ ອີຣັກ ທ່ານ ໄຮເດີ້ ອາລ ອາບາດີ, ຂວາ, ແລະ ນັກສອນສາສະໜາ ຊີໄອທ໌ ທ່ານ ມຸກຕາດາ ອາລ-ຊາເດີ້ກຳລັງຮ່ວມກັນ ຈັດກອງປະຊຸມຖະແຫລງຂ່າວ ໃນເຂດສີຂຽວທີ່ມີການຄຸມກັນຢ່າງໜາແໜ້ນ ໃນນະຄອນຫຼວງ ແບກແດດ ຂອງອີຣັກ, ວັນທີ 20 ພຶດສະພາ 2018.

ຜົນການນັບຄະແນນສຽງຂັ້ນສຸດທ້າຍ ໄດ້ປະກາດໃນວັນສຸກແລ້ວນີ້ ໂດຍຄະນະກຳມາ
ທິການເລືອກຕັ້ງ ໂດຍເປີດເຜີຍໃຫ້ຊາບ ກ່ຽວກັບການໄດ້ຮັບໄຊຊະນະ ຢ່າງບໍ່ຄາດຄິດ
ຂອງກຸ່ມນັກສອນສາສະໜາ ຊີໄອທ໌ ທີ່ເປັນຂ່າວນອງນັນ ແລະສັດຕູເກົ່າ ຂອງສະຫະລັດ
ທ່ານມຸກຕາດາ ອາລ-ຊາເດີ້ ທີ່ໄດ້ຊະນະທັງໝົດ 54 ບ່ອນນັ່ງຂອງສະພາແຫ່ງຊາດທີ່ມີ
ທັງໝົດ 328 ບ່ອນນັ່ງ. ກຸ່ມພັນທະມິດແຫ່ງ ຄວາມມີໄຊ ທີ່ໄດ້ຮັບການໜຸນຫລັງ ຈາກ
ອີຣ່ານ ໄດ້ຮັບບ່ອນນັ່ງຫຼາຍເປັນອັນດັບ 2 ໂດຍຊະນະ 47 ບ່ອນນັ່ງ ໃນຂະນະທີ່ ກຸ່ມ
ພັນທະມິດແຫ່ງໄຊຊະນະ ທີ່ນຳພາໂດຍນາຍົກລັດຖະມົນຕີໄຮເດີ້ ອາລ ອາບາດີທີ່ໄດ້
ຮັບການໜຸນຫລັງຈາກສະຫະລັດ ໄດ້ຮັບບ່ອນນັ່ງຫຼາຍເປັນອັນດັບ 3 ຄືໄດ້ທັງໝົດ
42 ບ່ອນ.

ທ່ານ ຮາດີ ອາລ-ອາມີຣີ, ກາງ, ກ່າວຕໍ່ບັນດາຜູ້ສະໜັບສະໜຸນທ່ານ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ໃນກຸ່ມການເມືອງຂອງທ່ານ ທີ່ນະຄອນຫຼວງ ແບກແດດ ຂອງອີຣັກ, ວັນທີ 7 ພຶດສະພາ 2018.
ທ່ານ ຮາດີ ອາລ-ອາມີຣີ, ກາງ, ກ່າວຕໍ່ບັນດາຜູ້ສະໜັບສະໜຸນທ່ານ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ໃນກຸ່ມການເມືອງຂອງທ່ານ ທີ່ນະຄອນຫຼວງ ແບກແດດ ຂອງອີຣັກ, ວັນທີ 7 ພຶດສະພາ 2018.

ທ່ານເຈມສ໌ ແຈັຟຟຣີ ທີ່ເຄີຍເປັນເອກອັກຄະລັດຖະທູດ ສະຫະລັດ ປະຈຳ ອີຣັກ ແຕ່ປີ
2010 ຫາ 2012 ກ່າວວ່າ “ບໍ່ມີທາງເປັນໄປໄດ້ເລີຍ ທີ່ແນວໂຮມສະໜັບສະໜຸນ
ສະຫະລັດ ຈະໄດ້ຮັບໄຊຊະນະຢູ່ໃນອີຣັກ. ບໍ່ມີການແກ້ໄຂເລີຍ.”

ທ່ານແຈັຟຟຣີ ເວົ້າວ່າ ພວກຜູ້ນຳສາສະໜາຊີໄອທ໌ທີ່ຕໍ່ຕ້ານສະຫະລັດແຮງທີ່ສຸດ 3 ຄົນ
ຄືທ່ານອາລ ຊາເດີ້ ທ່ານຮາດີ ອາລ ອາມີຣີ ຂອງກຸ່ມພັນທະມິດແຫ່ງຄວາມມີໄຊ ແລະ
ອະດີດນາຍົກລັດຖະມົນຕີອີຣັກ ທ່ານນູຣີ ອາລມາລີກີ ຊຶ່ງບ່ອນນັ່ງທັງໝົດ ເມື່ອຮວມ
ກັນແລ້ວ ແມ່ນມີກາຍ 120 ບ່ອນ ຈຶ່ງມີທ່າທາງວ່າ ຈະເປັນຜູ້ມີອິດທິພົນ ໃນການສ້າງ
ຕັ້ງ ລັດຖະບານຊຸດຕໍ່ໄປ.

“ສຳຄັນຍິ່ງໄປກວ່ານັ້ນ ເຂົາເຈົ້າໄດ້ຮັບສຽງສ່ວນຫຼາຍຂອງຊາວຊີໄອທ໌ ທີ່ໄປລົງ
ຄະແນນສຽງ. ລະບຽບຂໍ້ທຳອິດແມ່ນໄດ້ເຮັດຂຶ້ນຢ່າງເປັນທີ່ຈະແຈ້ງສຳລັບ ຂ້າ
ພະເຈົ້າ ໃນປີ 2010 ຢູ່ໃນອີຣັກ ກໍແມ່ນວ່າ ນາຍົກລັດຖະມົນຕີ ຊີໄອທ໌ ແມ່ນຊະ
ຕາກຳ ຂອງປະເທດຊາດ. ພວກເຮົາສາມາດຕ້ອງຕິແລະຊີ້ໃຫ້ເຫັນເຖິງທ່າທີ ຂອງ
ກຸ່ມສາສະໜາຕ່າງໆ ທີ່ມີຕໍ່ປະເທດດັ່ງກ່າວ ແຕ່ນັ້ນມັນກໍຄືຄວາມຈິງ”
ທ່ານແຈັຟຟຣີ
ກ່າວ ໃນວັນອັງຄານວານນີ້ ທີ່ສະຖາບັນຮັດສັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG