ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ເຄັ່ງ​ຕຶງ ຂອງ​ອີ​ຣ່ານ ກັບ ສ​ຫລ ຂົ່ມ​ຂູ່​ຈະບົດ​ບັງ​ ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ


ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ​ແອນ​ໂທ​ນີ ກິວ​ເຕ​ເຣ​ສ (ຂວ​າ) ຕ້ອນ​ຮັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ເມື່ອ​ວັນ​ທີ 20 ສິງ​ຫາ 2019 ທີ່​ນະ​ຄອນ​ນິວຢອກ.
ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ​ແອນ​ໂທ​ນີ ກິວ​ເຕ​ເຣ​ສ (ຂວ​າ) ຕ້ອນ​ຮັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ເມື່ອ​ວັນ​ທີ 20 ສິງ​ຫາ 2019 ທີ່​ນະ​ຄອນ​ນິວຢອກ.

ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ໂລກ​ພາ​ກັນ​ກະ​ກຽມເພື່ອເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄໝສາ​ມັນ
ປະ​ຈຳ​ປີ ​ຢູ່ອົງ​ການສ​ະ​ຫະ​ປະ​ຊາ​ຊາດ ເພື່ອ​ແກ້​ໄຂບັນ​ຫາ ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສະ
​ຫະ​ລັດ ແລະອີ​ຣ່ານ ທີ່​ຂົ່ມ​ຂູ່ຈະ​ບົດ​ບັງກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ສະພາບ​ອາ​ກາດ
​ຮ້ອນ​ເອົ້າຢູ່​ໃນ​ທົ່ວ​ໂລກ.

ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກິ​ວ​ເ​ຕ​ເຣັ​ສ ກ່າວ​ຕໍ່​ບັນ​ດາ​
ນັກ​ຂ່າວ ໃນ​ວັ​ນ​ພຸດ​ທີ່​ຜ່ານ​ມານີ້​ວ່າ “ມາ​ປະ​ເຊີນ​ໜ້າ​ກັນ ພວກ​ເຮົາ​ບໍ່​ມີ​ເວ​ລາ​ທີ່​ຈະ​ເສຍ
ພວກ​ເຮົາ​ສູນ​ເສຍ​ການ​ແຂ່ງ​ຂັນຕໍ່ຕ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ. ຄວາມ​ຈຳ​ເປັນ​
ອັນ​ຮີບ​ດ່ວນ​ທີ່​ຈະ​ເຮັດ​ບໍ່​ສາ​ມາດ​ຈະ​ແຈ້ງ​ໄປ​ກວ່າ​ນີ້ແລະ​ນີ້​ແມ່ນ​ສິ່ງທີ່​ຂ້າ​ພະ​ເຈົ້າ​ໄດ້
​ຮຽກຮ້ອງ ໃຫ້​ເປີດກອງ​ປະ​ຊຸມ​ສຸດຍອດເພື່ອ​ເອົາບາດ​ກ້າວ​ຮັບ​ມື​ກັບການ​ປ່ຽນ​ແປງ
​ດິນ​ຟ້າ​ອາ​ກາດ.”

ກອງ​ປະ​ຊຸມ​ສຸດຍອດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ ແລະປະ​ມຸກ​ຂອງປະ​ເທດ ແລະ​
ລັດ​ຖະ​ບານ​ຫຼາຍກວ່າ 100 ທ່ານ ຄາດ​ວ່າ​ຈະ​ເຂົ້າ​ຮ່ວມ. ມີແຕ່​ບັນ​ດາ​ຜູ້​ທີ່​ນຳ​ທີ່​ມີ​ແຜນ​
ການແລະ​ແກ້​ໄຂ​ຜົນ​ກະ​ທົບກ່ຽວ​ກັບ​ສະ​ພາບ​ຮ້ອນ​ເອົາ​ຂອງໂລກ​ເທົ່ານັ້ນ ຈະ​ຖືກ​ເຊີນ​
ໃຫ້ຂຶ້ນ​ໄປກ່າວ.

ທ່ານ​ກິວເຕ​ເຣັ​ສ ຜູ້​ທີ່​ໄດ້ຖື​ເອົາ​ການປ່ຽນ​ແປງດິນ​ຟ້າ​ອາ​ກາດເປັນ​ລາຍ​ເຊັນ​ຂອງ​ທ່ານ​
ນັ້ນ ກ່າວ​ວ່າ ທ່ານຄາດ​ວ່າມີ​ຫຼາຍໆ “ແຜ​ນມີ​ຄວາມ​ໝາຍ” ຕໍ່​ການ​ຫລຸດ​ຜ່ອນແກັສ​
ເຮືອນ​ແກ້ວ​ຢ່າງວ່ອງ​ໄວ​ລະ​ຫວ່າງ​ທົດ​ສະ​ວັດ​ຕໍ່​ໄປແລະ​ບັນ​ລຸການ​ເຮັດ​ໃຫ້​ທາດ​ຄາ​
ບອນ​ຢູ່​ຕົວ​ພາຍ​ໃນ​ປີ 2050.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ສະ​ແດງ​ຂໍ້​ລິ​ເລີ້ມ​ໃນຄຳ​ໝັ້ນ​ສັນ​ຍາ ແນ​ໃສ່​ການ​ເຄື່ອນ
​ຍ້າ​ຍ​ໄປ​ຈາກການ​ໃຊ້ຖ່ານ​ຫີນ ໂດຍ​ສະ​ແດງ​ໃຫ້​ເຫັນ​ລາ​ຄາ​ ຂອງການ​ໃຊ້​ທາດ​ຄາ​
ບອນ ຢຸດ​ການ​ຊ່ວຍ​ເຫຼືອ​ເຊື້ອ​ໄຟ​ທີ່​ມາ​ຈາກ​ຊາກ​ພືດ​ແລະ​ສັດ ແລ​ຕັດ​ມົນ​ລະ​ພິດ​ທີ່​
ທຳ​ລາຍ​ສຸ​ຂະ​ພາບ​ຂອງ​ພວກ​ເຮົາລົງ ແລະ​ພວກ​ເຮົາ​ຈະ​ເນັ້ນ​ໜັກ​ໃຫ້​ເຫັນ​ຄວາມ​ສຳ
​ຄັນ ຂອງ​ການ​ແກ້​ໄຂ​ບັນ​ຫາແບບ​ທຳ​ມະ​ຊາດ ​ເຮັດ​ໃຫ້​ຊ່ອງ​ທາງ ​ໃນ​ການ​ເຮັດວຽກ​
ແລະ​ການ​ຄົງ​ຕົວ​ຢູ່​ຂອງ​ສັງ​ຄົມ ສະ​ອາດ​ຕື່ມ​ຂຶ້ນ ​ເຮັດ​ໃຫ້​ການ​ປົກ​ປ້ອງ​ຄຸ້ມ​ຜູ້​ຄົນສາ
​ມາດ​ປັບ​ຕົວ​ໄດ້​ຫຼາຍ​ຂຶ້ນ ລະ​ດົມ​ການ​ເງິນ ແລະ​ສົ່ງ​ເສີມ​ວຽກ​ເຮັດ​ງານ​ທຳ​ ທີ່​ເໝາ​ະ
ສົມສຳ​ລັບ​ໄລ​ຍະ​ຂ້າມ​ຜ່ານ."

ສະ​ຫະ​ປະ​ຊາ​ຊາດ​ຕ້ອງ​ການ​ຢາກ​ເລັ່ງ​ລັດການ​ປະ​ຕິ​ບັດຂໍ້​ຕົກ​ລົງດິນ​ຟ້າ​ອາ​ກາດປາ​
ຣີ ​ສະ​ບັບປີ 2015 ທີ່​ແນ​ໃສ່ເພື່ອຈຳ​ກັດ​ການ​ສູງ​ຂຶ້ນ​ຂອງ​ອຸນ​ຫະ​ພູມ​ໃນ​ໂລກໃນ​ທົດ
​ສະ​ວັດ​ນີ້ ໃຫ້​ຕ່ຳ​ກວ່າ 2 ອົງ​ສາແຊ​ລ​ເຊີ​ສ ສູງ​ກວ່າ​ລະ​ດັບ​ໃນ​ຍຸ​ກ​ກ່ອນອຸດ​ສາ​ຫະ​ກຳ.
ບັນ​ດາ​ຜູ້​ຊ່ຽວ​ຊານ​ເຕືອນ​ວ່າ ຄວາມໝາຍ​ໝັ້ນ ​ຕໍ່​ຂໍ້​ຕົກ​ລົງ​ປາ​ຣີ​ເທົ່າ​ນັ້ນ ແມ່ນ​ບໍ່​ເປັນ​
ທີ່​ພຽງ​ພໍ​ເພື່ອ​ຫລີກ​ລ່ຽງ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ​ສຸດ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ
ແລະ​ແຜນການ​ປະ​ຕິ​ບັດ​ງານ​ທີ່ກະ​ຕື​ລື​ລົ້ນກວ່ານີ້ ຈຳ​ເປັນ​ຕ້ອງ​ໄດ້​ມີ​ຂຶ້ນ.

ທ່ານ​ເດ​ວິດ ວາ​ສ​ໂກ ຜູ້​ອຳ​ນວຍ​ການ​ຂໍ້​ລິ​ເລີ້ມ​ດິນ​ຟ້າ​ອາ​ກາດ​ສາ​ກົນທີ່​ສະ​ຖາ​ບັນ​ຊັບ
ພະ​ກອນ​ໂລກ ກ່າວ​ວ່າ "ພວກ​ເຮົາ​ກຳ​ລັງ​ມອງ​ເຫັນ​ສະ​ພາບ​ການ​ຕົວ​ຈິງ ຂ້າ​ພະ​ເຈົ້າ
ຄິດ ບົນ​ພື້ນ​ຖານ ​ໃນ​ເວ​ລາ​ທີ່​ແທ້​ຈິງ. ພວກ​ເຮົາ​ໄດ້​ເຫັນນ້ຳ​ຖ້ວມ ເຫັນ​ສະ​ພາບ​ອາ​
ກາດ​ທີ່​ຮ້າຍ​ແຮງ​ຕ່າງໆ ພວກ​ເຮົາ​ມີ​ສະ​ພາບ​ແຫ້ງ​ແລ້ງ ທີ່​ສະ​ແດງ​ໃຫ້​ພວກ​ເຮົາ​ເຫັນ
ວ່າ ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ."


As world leaders prepare to gather for their annual meetings at the U.N. General Assembly, heightened tensions between the United States and Iran threaten to overshadow a summit on global warming.

"Let's face it, we have no time to lose, we are losing the race against climate change," U.N. Secretary-General António Guterres told reporters Wednesday. "The imperative to act could not be more clear, and this is exactly why I am convening the Climate Action Summit."

The summit will take place Sept. 23, and more than 100 heads of state and government are expected to attend. Only those who bring dynamic and concrete plans to mitigate the effects of global warming will be invited to speak.

Guterres, who has made slowing climate change his signature issue, said he expects a number of "meaningful plans" for drastically reducing emissions during the next decade and on reaching carbon neutrality by 2050.

"We will showcase promising initiatives aiming at moving away from coal, putting a price on carbon, stopping subsidies for fossil fuels, and cutting the pollution that damages our health," he said. "And we will highlight the importance of scaling up nature-based solutions, creating cleaner ways in the way we work and societies function, building resilience, protecting people, mobilizing finance and promoting decent jobs for a just transition."

The U.N. wants to accelerate action on the 2015 Paris Climate Agreement, which aims to limit the Earth's temperature rise this century to well below 2 degrees Celsius above pre-industrial levels. Experts warn that the Paris commitments are inadequate to avoid the worst impacts of climate change and more ambitious action needs to happen.

XS
SM
MD
LG