ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ສອບ​ສວນ ອີ​ຣ່ານ ກ່າວ​ວ່າ ເຮືອ​ບິນ ຢູ​ເຄ​ຣນ ຖືກ​ໄຟ​ໄໝ້ ກ່ອນ​ຕົກ


ຍາດ​ຕິ​ພີ່​ນ້ອງ​ຂອງ​ສະ​ມາ​ຊິກ​ຈຸ​ບິນ ຂອງເຮືອ​ບິນ ໂບ​ອິ້ງ 737-800 ຂອງ​ສາຍ​ການ​ບິນ ຢູ​ເຄ​ຣນ ສາ​ກົນ ທີ່​ໄດ້​ຕົກ​ຢູ່​ໃນ ອີ​ຣ່ານ, ໄວ້​ອາ​ໄລ​ຢູ່​ອະ​ນຸ​ສອນ​ສະ​ຖານ ທີ່​ສະ​ໜາມ​ບິນສາ​ກົນ ​ບໍຣິ​ສ​ປິ​ລ, ນອກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ. 8 ມັງ​ກອນ, 2020. REUTERS/Valentyn Ogirenko
ຍາດ​ຕິ​ພີ່​ນ້ອງ​ຂອງ​ສະ​ມາ​ຊິກ​ຈຸ​ບິນ ຂອງເຮືອ​ບິນ ໂບ​ອິ້ງ 737-800 ຂອງ​ສາຍ​ການ​ບິນ ຢູ​ເຄ​ຣນ ສາ​ກົນ ທີ່​ໄດ້​ຕົກ​ຢູ່​ໃນ ອີ​ຣ່ານ, ໄວ້​ອາ​ໄລ​ຢູ່​ອະ​ນຸ​ສອນ​ສະ​ຖານ ທີ່​ສະ​ໜາມ​ບິນສາ​ກົນ ​ບໍຣິ​ສ​ປິ​ລ, ນອກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ. 8 ມັງ​ກອນ, 2020. REUTERS/Valentyn Ogirenko

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ ອີ​ຣ່ານ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ພວກ​ຈຸ​ບິນ​ ​ຂອງ​ເຮືອ​ບິນ​ໂດຍ​ສານ ຢູ​ເຄ​ຣນ ທີ່​ໄດ້​ຕົກ ​ບໍ່​ດົນຫຼັງ​ຈາກ​ບິນໄດ້ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ນັ້ນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ບິນ​ກັບ​ຄືນ, ແລະ ວ່າ​ຄົນ​ຂັບ​ເຮືອ​ບິນບໍ່​ໄດ້​ທຳ​ການ​ສື່​ສານ​ທາງວິ​ທະ​ຍຸ ກ່ຽວ​ກັບ ບັນ​ຫາ​ໃດໆ.

ລາຍ​ງານ​ເບື້ອງ​ຕົ້ນ​ຈາກ​ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ຂອງ ອີ​ຣ່ານ ຍັງ​ໄດ້ອ້າງ ວ່າ​ຜູ້​ເຫັນ​ເຫດ​ການ​ຢູ່​ພື້ນ​ດິນ ແລະ ໃນ​ເຮືອ​ບິນ​ທີ່​ບິນ​ຜ່ານ​ເວົ້າ​ວ່າ ເຮືອ​ບິນ​ຂອງ​ສາຍ​ການ​ບິນ​ສາ​ກົນ ຢູ​ເຄ​ຣນ ຖືກ​ໄຟ​ໄໝ້​ກ່ອນ​ທີ່​ມັນ​ຈະ​ຕົກ​ລົງ​ດິນ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ​ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ ໄດ້​ປະ​ກາດ​ວັນ​ພະ​ຫັດ​ມື້ນີ້​ເປັນ​ວັນ​ໄວ້​ອາ​ໄລ​ໃຫ້​ຜູ້​ໂດຍ​ສານ 167 ຄົນ ແລະ ພວກ​ຈຸ​ບິນ 9 ຄົນ​ຜູ້ ​ທີ່​ໄດ້​ເສຍ​ຊີ​ວິດ​ ເມື່ອ​ເຮືອ​ບິນ​ທີ່​ຈະ​ມຸ່ງ​ໜ້າ​ໄປ​ນະ​ຄອນຫຼວງ ກີ​ຢິບ ນັ້ນ​ໄດ້​ຕົກ​ໃນ​ຕອນ​ເຊົ້າ​ຂອງວັນ​ພຸດ​ວານນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ວາ​ດິມ ພ​ຣິ​ສ​ໄຕ​ໂກ ໄດ້​ກ່າວ​ວ່າ ຜູ້​ເສຍ​ຊີ​ວິດ​ລວມ​ມີ​ຊາວ ອີ​ຣ່ານ 82 ຄົນ, ແລະ ກາ​ນາ​ດາ 63 ຄົນ ພ້ອມ​ກັບ​ຊາວ ຢູ​ເຄ​ຣນ, ສວີ​ເດັນ, ອັ​ຟ​ກາ​ນິ​ສ​ຖານ, ເຢຍ​ຣະ​ມັນ ແລະ ອັງ​ກິດ.

ທຸງ​ຊາດ​ຢູ່​ເທິງ​ສະ​ພາ​ແຫ່ງ​ຊາດ​ຂອງ ກາ​ນາ​ດາ ໃນ​ນະ​ຄອນຫຼວງ ອັອຕ​ຕາ​ວາ ໄດ້​ຖືກຊັກ​ລົງ​ເຄິ່ງ​ເສົາ​ໃນ​ວັນ​ພຸດ​ວານນີ້. ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຈັ​ສ​ຕິນ ທ​ຣູ​ໂດ ໄດ້​ກ່າວ​ວ່າ ທົ່ວ​ປະ​ເທດ “ຕົກ​ໃຈ ແລະ ໂສກ​ເສົ້າ” ກັບ​ການ​ສູນ​ເສຍ​ຊີ​ວິດ​ ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ພາຍ​ໃນ​ວັນ​ດຽວ​ໃນ​ຮອບຫຼາຍ​ປີ.

ທ່ານ ທ​ຣູ​ໂດ ກ່າວ​ວ່າ ຜູ້​ໂດຍ​ສານ 138 ຄົນ​ໄດ້​ມີ​ແຜນ​ທີ່​ຈະ​ໄປ​ຕໍ່​ຖ້ຽວ​ບິນ​ຈາກ​ນະ​ຄອນຫຼວງ ກີ​ຢິບ ຫາ​ນະ​ຄອນ ໂຕ​ຣອນ​ໂຕ, ຫຼາຍ​ຄົນ​ໃນ​ນັ້ນ ​ແມ່ນ​ນັກ​ຮຽນ​ຊາວ ອີ​ຣ່ານ ຜູ້​ທີ່​ຫວັງ​ວ່າ​ຈະ​ກັບ​ໄປ​ເຂົ້າ​ໂຮງ​ຮຽນຫຼັງ​ຈາກ​ພັກຮຽນ​ລະ​ດູ​ໜາວ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ ອີ​ຣ່ານ. ທ່ານ​ໄດ້​ສັນ​ຍາ​ວ່າ​ຈະ​ເຮັດ​ວຽກ​ສຳ​ລັບ​ການ​ສືບ​ສວນ​ສອບ​ສວນ​ຢ່າງ​ຮອບ​ຄອບ ກ່ຽວ​ກັບ ອຸ​ບັດ​ຕິ​ເຫດ​ນັ້ນ.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ຂອງ​ທ່ານ​ຜ່ານ​ໂຄ​ສົກ​ຄົນ​ນຶ່ງ, ຕໍ່​ຄອບ​ຄົວ​ຂອງ​ຜູ້​ເຄາະ​ຮ້າຍ ແລະ ຫຼາຍ​ປະ​ເທດ​ທີ່​ເຂົາ​ເຈົ້າ​ມາ​ຈາກ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ແດງ​ຄວາມ​ເສຍ​ໃຈ​ເຊັ່ນ​ກັນ ແລະ ໄດ້​ກ່າວ​ວ່າ ວໍ​ຊິງ​ຕັນ ແມ່ນ​ໄດ້​ກຽມ​ພ້ອມ ​ທີ່​ຈະ​ສະ​ເໜີ ຢູ​ເຄ​ຣນ “ສຳ​ລັບ​ການ​ຊ່ວຍ​ເຫຼືອ ​ທີ່​ເປັນ​ໄປ​ໄດ້​ທຸກ​ຢ່າງ.” ທ່ານ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ກໍ​ໄດ້​ຮຽກ​ຮ້ອງໃຫ້​ມີ “ການ​ຮ່ວມ​ມື​ຢ່າງ​ຄົບ​ຖ້ວນ​ກັບ​ການ​ສືບ​ສວນ​ສອບ​ສວນ​ທຸກ​ຢ່າງ” ກ່ຽວ​ກັບ ສາ​ເຫດ​ຂອງ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຕົກ​ນັ້ນ.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ ອີ​ຣ່ານ ເວົ້າ​ວ່າ ເຄື່ອງ​ອັດ​ສຽງ ແລະ ຂໍ້​ມູນ​ຈາກ​ເຮືອ​ບິນ ໂບ​ອິ້ງ 737 ແມ່ນ​ໄດ້​ຖືກ​ກອບ​ກູ້​ຈາກ​ສະ​ຖານ​ທີ່​ເກີດ​ອຸ​ບັດ​ຕິ​ເຫດ, ​ເຊິ່ງ​ແມ່ນດິນ​ນາ ​ບໍ​ລິ​ເວນກວ້າງ ​ຢູ່​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG