ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ກ່າວວ່າ ຕົນຈະບໍ່ຢຸດເຊົາ ໃນການກັ່ນ ທາດຢູເຣນຽມ


ທ່ານ Rouhami ກ່າວ​ໃນ​ການໃຫ້​ສໍາພາດ​ຕໍ່​ໂທລະພາບ IRIB ວ່າ
ອີຣ່ານມີ​ສິດ ​​ໃນ​ການ​ກັ່ນ​ທາດຢູ​ເຣນຽມ ​ແລະ​ຈະ​ບໍ່​ມີ​ວັນ​ຢຸດ.
ທ່ານ Rouhami ກ່າວ​ໃນ​ການໃຫ້​ສໍາພາດ​ຕໍ່​ໂທລະພາບ IRIB ວ່າ ອີຣ່ານມີ​ສິດ ​​ໃນ​ການ​ກັ່ນ​ທາດຢູ​ເຣນຽມ ​ແລະ​ຈະ​ບໍ່​ມີ​ວັນ​ຢຸດ.
ປະທາ​ນາ​ທິບໍດີອີຣ່ານ ທ່ານ Hassan Rouhani ກ່າວ​ວ່າ ປະ​
ເທດ​ຂອງ​ທ່ານ ຈະ​ບໍ່​ຢຸດ​ກິດຈະການກັ່ນ​ທາດ​ຢູເຣນຽມ​ຂອງ​ຕົນ
​ໃນ​ຂະນະ​ທີ່ໃຫ້ຄຳ​ໝັ້ນສັນຍາ​ວ່າ ຈະ​ມີ “​ການ​ພົວພັນ​ແບບ​ສ້າງ
ສັນ” ກັບ​ປະຊາ​ຄົມນາໆ​ຊາດ.

ທ່ານ Rouhami ກ່າວ​ໃນ​ການ​ສໍາພາດ​ຕໍ່​ໂທລະພາບ IRIB ວ່າ
ອີຣ່ານມີ​ສິດໃນ​ການ​ກັ່ນ​ທາດຢູ​ເຣນຽມ ​ແລະ​ຈະ​ບໍ່​ມີ​ວັນ​ຢຸດ.

ທ່ານ Rouhami ​ເວົ້າວ່າ “ຂ້າພະ​ເຈົ້າ​ຢາກ​ຄໍ້າປະກັນ ປະຊາຊົນ
​ຂອງ​ເຮົາ​ວ່າ ຫລັກການ​ທີ່​ຕັ້ງ​ຂື້ນ​ມາ​ໂດຍ​ປະຊາ​ຊົນ ສິດທິ​ທີ່​ເປັນ
​ຂອງ​ປະຊາຊົນ ຂອບ​ຮ່າງທີ່ ຜູ້​ນໍາ​ສູງ​ສຸດ​ໄດ້​ກຳນົດ​ໄວ້ ທັງ​ໝົດ​ນີ້
ຈະຖືກນໍ​າ​ໃຊ້​ຈົນ​ກວ່າ​ການເຈລະຈາສີ້​ນສຸດ ລົງ. ຊຶ່ງ​ມີ​ຄວາມ​
ໝາຍວ່າ ຢູ່​ໃນ​ປະ​ເທດ ສິດ​ທິ​ໃນການນຳ​ໃຊ້​ນິວ​ເຄລຍຂອງ​ເຮົາ
ຈະ​ດຳ​ເນີນ​ການ​ຕໍ່​ໄປດ້ວຍ​ຄວາມ​ເຂັ້ມ​ແຂງແລະ​ຈະ​ແຈ້ງ. ​ແມ່ນ
​ແຕ່ສິດ​ທິ​ໃນການ​ກັ່ນທາດ​ຢູ​ເຣນຽມ ອັນ​ເປັນ​ພາກສ່ວນນຶ່ງ​ໃນ
ສິດທິດ້ານນິວ​ເຄລຍຂອງ​ພວກ​ເຮົານັ້ນ ກໍຈະ​ດໍາ​ເນີນ​ຕໍ່ນັ້ນ. ການ​
ກັ່ນທາດ​ຢູ​ເຣນຽມ ຊຶ່ງກຳລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ປັດຈຸ ບັນ​ນີ້ ຈະ​ດໍາ​ເນີນຕໍ່ໄປ​ໃນ​ມື້​ອຶ່ນ ​ແລະ
ການ​ກັ່ນ​ທາດ​ຢູ​ເຣນຽມ​ຂອງ​ພວກ​ເຮົາ​ຈະ​ບໍ່​ມີ​ວັນຢຸດ​. ນີ້​ແມ່ນ​ຂີດ​ແດງ​ຂອງ​ພວກເຮົາ.
ການ​ກັ່ນ​ທາດ​ຢູ​ເຣນຽນ​ ​ໃນ​ອີຣ່ານ ຈະ​ບໍ່​ມີ​ວັນຍຸຕິ ​ແລະ​ນີ້​ແມ່ນ​ຂີດ​ແດງ​ຂອງ​ພວກ​ເຮົາ.
ການກັ່ນ​ທາດ​ຢູ​ເຣນຽມແມ່ນ ເສັ້ນກຳນົດ​ທີ່​ແຈ້​ງຂາວ​ຂອງ​ພວກ​ເຮົາ ​ເຖິງ​ແມ່ນ​ວ່າ ບາງ
​ຄົນ​ອາດ​ຈະມັກ ​ແລະ​ບໍ່​ມັກກໍ​ມີ.”

ທ່ານ​ໄດ້ໃຫ້​ຄວາມ​ເຫັນ​ດັ່ງກ່າວ ບໍ່ເທົ່າ​ໃດ​ມື້​ຫລັງ​ຈາກອີຣ່ານຮັບ​ເອົາຂໍ້​ຕົກລົງ​ຂັ້ນ ຕົ້ນກັບ​
ຫ້າ​ປະ​ເທດ ສະມາຊິກ​ຖາວອນຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ ຊາດ ​ແລະ​ເຢຍ
ຣະ​ມັນ ​ເພື່ອ​ຈໍາກັດ​ບາງສ່ວນ ​ຂອງໂຄງການ​ນິວ​ເຄລຍຂອງ​ຕົນ ​ສຳລັບ​ແລກປ່ຽນ​ກັບ​ການ
ຜ່ອນ​ຜັນການ​ລົງ​ໂທດທີ່​ມີ​ເປົ້າໝາຍຈາກ​ນາໆຊາດ.

ພາຍໃຕ້​ຂໍ້​ຕົກລົງນີ້ ​ອີຣ່ານຈະສາມາດດໍາ​ເນີນກັ່ນ​ທາດ​ຢູ​ເຣນຽມ​ໄດ້ ​ແຕ່ເຖິງພຽງ​ 5 ​ເປີ​ເຊັນ
​ເທົ່ານັ້ນ ຊຶ່ງ​ເປັນລະດັບ​ທີ່ເໝາະ​ສົມ​ສຳລັບການ​ຜະ​ລິດ​ພະ​ລັງງານ. ອີຣ່ານຕ້ອງ​ທຳລາຍ
​ທາດ​ຢູ​ເຣນຽມ​ທີ່​ກັ່ນ​ແລ້ວ​ໃນ​ລະດັບ 20 ​ເປີ​ເຊັນ ຂອງ​ຕົນທີ່ ​ສາມາດ​ນໍາ​ໃຊ້ໃນການ​ຄົ້ນ​ຄວ້າ​
ດ້ານ​ການ​ແພດ ​ແຕ່ກໍເປັນ​ບາດກ້າວອັນສັ້ນໆ​ເທົ່າ ນັ້ນ ທີ່​ຈະ​ສ້າງ​ລະ​ເບີດ​ນິວ​ເຄລຍ​ໄດ້.
XS
SM
MD
LG