ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ອາຣາເບຍ ຕັດສາຍສຳພັນ ທາງການທູດ ກັບອີຣ່ານ ຊຶ່ງໄດ້ເພີ້ມຄວາມເຄັ່ງຕຶງ ຂຶ້ນອີກ


Saudi Iran Relations
please wait
Embed

No media source currently available

0:00 0:03:06 0:00

ເຊີນຊົມ ວີດີໂອ ລາຍງານນີ້

ອີຣ່ານ ໄດ້ຕຳນິຊາອຸດີ ອາຣາເບຍ ສຳລັບ ການເຄື່ອນໄຫວຕັດ
ຄວາມສຳພັນທາງການທູດ ລະຫວ່າງສອງປະເທດ ໂດຍກ່າວ
ໃນວັນຈັນມື້ນີ້ວ່າ ການກະທຳຂອງຊາອຸດີນັ້ນ ແມ່ນເປັນການ
ເພີ້ມຄວາມເຄັ່ງຕຶງ ຢູ່ໃນຂົງເຂດ.

ໂຄສົກກະຊວງການຕ່າງປະເທດຂອງອີຣ່ານ ທ່ານ Hossein
Jaber Ansari ຍັງໄດ້ກ່າວຢູ່ທີ່ການສະລຸບຕອນເຊົ້າວັນຈັນມື້ນີ້
ວ່າ ບັນດານັກການທູດຂອງອີຣ່ານ ບໍ່ໄດ້ເດີນທາງອອກຈາກ
ຊາອຸດີ ອາຣາເບຍເທື່ອ ແລະວ່າ ການຈັດແຈງ ນຳເອົາພວກເພິ່ນ
ກັບຄືນປະເທດ ກຳລັງດຳເນີນການຢູ່.

ລັດຖະມົນຕີການຕ່າງປະເທດຂອງຊາອຸດີ ອາຣາເບຍ ທ່ານ Adel al-Jubeir ໄດ້ປະກາດ
ເມື່ອຕອນຄ່ຳວັນອາທິດວານນີ້ວ່າ ພ້ອມກັນກັບການຕັດສິນໃຈ ຕັດສາຍສຳພັນແລ້ວ
ບັນດານັກການທູດຈະຕ້ອງໄດ້ເດີນທາງອອກຈາກປະເທດພາຍໃນ 48 ຊົວໂມງ.

ການເຄືອນໄຫວນັ້ນ ມີຂຶ້ນ ເພື່ອເປັນການຕອບໂຕ້ ຕໍ່ການບຸກເຂົ້າໄປໃນສະຖານທູດ ຂອງຊາອຸດີ ຢູ່ທີ່ນະຄອນຫຼວງເຕຫະຣ່ານ ໂດຍພວກປະທ້ວງທີ່ໂກດແຄ້ນ ກ່ຽວກັບການປະ
ຫານຊີວິດ ທ່ານ Sheikh Nimr al-Nimr ນັກສອນສາສະໜາ ນິກາຍຊີໄອຜູ້ມີຊື່ສຽງ ຂອງ
ຊາອຸດີ ອາຣາເບຍນັ້ນ.

ທ່ານ Jubeir ໄດ້ກ່າວອີກວ່າ ຊາວມຸສລິມນິກາຍຊຸນນີ ທີ່ເປັນຊົນກຸ່ມໃຫຍ່ ໃນຊາອຸດີ
ອາຣາເບຍ ຈະບໍ່ອະນຸຍາດໃຫ້ພວກນິກາຍຊີໄອ ທີ່ຄອບງຳອີຣ່ານ ເປັນບ່ອນທຳລາຍ
ຄວາມໝັ້ນຄົງຂອງປະເທດຂອງທ່ານ ຫຼື ຢູ່ໃນຂົງເຂດ.

ທ່ານເວົ້າວ່າ “ການບຸກໂຈມຕີສະຖານກົງສຸນທີ່ສືບຕໍ່ໄປນັ້ນ ແມ່ນເປັນການລະເມີດສົນ
ທິສັນຍາສາກົນທັງໝົດ ຢ່າງຊັດເຈນ. ພວກເຮົາຢາກໃຫ້ຊາບຢ່າງຈະແຈ້ງທີ່ສຸດ ວ່າ
ບໍ່ມີບ່ອນໃດໃນປະຊາຄົມ ປະຊາຊາດ ທີ່ສົ່ງເສີມການກໍ່ການຮ້າຍ, ທີ່ສະໜັບສະໜູນ
ການກໍ່ການຮ້າຍ ແລະ ທີ່ດຳເນີນການ ການກໍ່ການຮ້າຍ.”

ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ສະແດງທ່າທີ ໃນລະຫວ່າງ ເຂົ້າຮ່ວມກອງປະຊຸມ ກັບບັນດາຜູ້ບັນຊາການໜ່ວຍກອງທັບປົດປອຍ ຫຼື Revolutionary Guard ໃນນະຄອນຫຼວງ ເຕຫະຣ່ານ, ວັນທີ 25 ພະຈິກ 2015.
ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ສະແດງທ່າທີ ໃນລະຫວ່າງ ເຂົ້າຮ່ວມກອງປະຊຸມ ກັບບັນດາຜູ້ບັນຊາການໜ່ວຍກອງທັບປົດປອຍ ຫຼື Revolutionary Guard ໃນນະຄອນຫຼວງ ເຕຫະຣ່ານ, ວັນທີ 25 ພະຈິກ 2015.

ຮອງລັດຖະມົນຕີການຕ່າງປະເທດ ຂອງອີຣ່ານທ່ານ Hossein Amir Abdollahian
ໄດ້ກ່າວໃນພາຍຫຼັງວ່າ ການຕັດສິນໃຈຂອງຊາອຸດີນັ້ນ ບໍ່ຄວນດຶງເອົາຄວາມສົນໃຈ ໄປທາງອື່ນ ຈາກອັນທີ່ວ່າ ເປັນ “ຄວາມຜິດພາດໃຫຍ່” ທີ່ໄດ້ປະຫານຊີີວິດ ທ່ານ Nimr
ຜູ້ທີ່ໄດ້ຕຳນິຕິຕຽນການປົກຄອງຊາອຸດີ ອາຣາເບຍ ຂອງພະຣາຊະວົງ. ຜູ້ກ່ຽວ ໄດ້ຖືກຕັດ
ສິນເມື່ອປີ 2014 ວ່າ ມີຄວາມຜິດ ໃນຂໍ້ຫາປຸກລະດົມ ແລະ ຂໍ້ຫາອື່ນໆອີກ ແລະ ໃນປີ
2011 ເປັນຜູ້ນຳພາພວກປະທ້ວງນິກາຍຊີໄອ ທີ່ສຳຄັນ ໃນພາກຕາເວັນອອກຂອງຊາອຸດີ
ອາຣາເບຍ.ຫາລືກັນໂດຍກົງ ຍັງຄົງມີຄວາມຈຳເປັນຢູ່” ເພື່ອແກ້ໄຂວິກິດການນີ້.

ສ່ວນອີກ 46 ຄົນກໍຍັງໄດ້ຖືກປະຫານຊີວິດ ໃນຣາຊະອານາຈັກ ເມື່ອວັນເສົາຜ່ານມາ ຊຶ່ງ
ໄດ້ກໍ່ໃຫ້ເກີດຄວາມບໍ່ພໍໃຈຈາກນານາຊາດ ແລະ ເຕືອນເຖິງຜົນສະທ້ອນອັນຮ້າຍແຮງ
ຕໍ່ພະຣາຊະວົງຊາອຸດີ.

ໃນຖະແຫລງການສະບັບໜຶ່ງຂອງກະຊວງການຕ່າງປະເທດສະຫະລັດ ທີ່ກ່າວວ່າ ວໍຊິງຕັນ
“ຈະສືບຕໍ່ຮຽກຮ້ອງ ບັນດາຜູ້ນຳທົ່ວຂົງເຂດ ໃຫ້ເອົາບາດກ້າວຕ່າງໆ ເພື່ອຜ່ອນຄາຍ
ຄວາມເຄັ່ງຕຶງ.”
ຖະແຫລງການຍັງໄດ້ກ່າວອີກວ່າ ລັດຖະບານທ່ານໂອບາມາ ເຊື່ອວ່າ
“ການດຳເນີນການທາງດ້ານການທູດ ແລະ ການປຶກສາລືກັນ ໂດຍກົງຍັງຄົງມີຄວາມ
ຈຳເປັນຢູ່”
ເພື່ອແກ້ໄຂວິກິດການນີ້.

Muslim World Reacts to Saudi Executions
please wait

No media source currently available

0:00 0:02:19 0:00

XS
SM
MD
LG