ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ອີຣ່ານ ຕອບວ່າ ‘ບໍ່’ ຫຼັງຈາກ ສຫລ ກ່າວວ່າ ທ. ທຣຳ ຈະເປີດ ສໍາລັບ ທໍາການ ເຈລະຈາ ຢູ່ ສປຊ


ປະທານາທິບໍດີ ຂອງອີຣ່ານ ທ່ານ ຮາຊານ ຣູຮານີ ກ່າວຖະແຫລງ ຕໍ່ກອງປະຊຸມສຸດຍອດ ສັນຕິພາບ ໃນນາມ ທ່ານ ແນລສັນ ມັນແດລາ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ, ຢູ່ທີ່ສຳນັກງານໃຫຍ່ ສປຊ, ເມື່ອວັນຈັນ ທີ 24 ກັນຍາ 2018.
ປະທານາທິບໍດີ ຂອງອີຣ່ານ ທ່ານ ຮາຊານ ຣູຮານີ ກ່າວຖະແຫລງ ຕໍ່ກອງປະຊຸມສຸດຍອດ ສັນຕິພາບ ໃນນາມ ທ່ານ ແນລສັນ ມັນແດລາ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ, ຢູ່ທີ່ສຳນັກງານໃຫຍ່ ສປຊ, ເມື່ອວັນຈັນ ທີ 24 ກັນຍາ 2018.

ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ ກ່າວວ່າ ທ່ານບໍ່ມີແຜນການ ທີ່ຈະພົບປະ
ກັບຄູ່ຕຳແໜ່ງຂອງທ່ານ ຈາກສະຫະລັດ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາ
ຊາດ ໃນສັບປະດານີ້ ຢູ່ທີ່ນະຄອນ ນິວຢອກ ໂດຍເປັນການປະຕິເສດຕໍ່ຄຳເຫັນທີ່ວ່າ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແມ່ນເປີດກວ້າງເພື່ອການເຈລະຈາ.

ໃນການໃຫ້ສຳພາດ ເມື່ອວັນຈັນວານນີ້ ກັບຕາໜ່າງຂ່າວໂທລະພາບ NBC ຂອງ
ສະຫະລັດ ທ່ານຣູຮານີ ໄດ້ກ່າວວ່າ “ບໍ່ມີລາຍການເພື່ອພົບປະກັນ ເຊັ່ນນັ້ນເລີຍ”
ກັບ ທ່ານ ທຣຳ ຜູ້ທີ່ໄດ້ຖອນໂຕ ອອກຈາກ ຂໍ້ຕົກລົງນິວເຄລຍ ປີ 2015 ລະຫວ່າງ
ອີຣ່ານ ແລະ ບັນດາ 6 ປະເທດມະຫາອຳນາດ ໃນເດືອນພຶດສະພາ ແລະ ໄດ້ເລີ້ມຕົ້ນ
ຂັ້ນຕອນ ການວາງມາດຕະການລົງໂທດ ທາງດ້ານເສດຖະກິດຄືນ ຕໍ່ເຕຫະຣ່ານ.

ການເຄື່ອນໄຫວ ຂອງສະຫະລັດ ແມ່ນສ່ວນນຶ່ງຂອງ​ການປະຕິບັດການເພື່ອກົດດັນ
ອີຣ່ານ ໃຫ້ຍົກເລີກຄວາມ​ໄຝ່​ຝັນ ຢາກມີອາວຸດນິວເຄລຍ ​ຕາມ​ທີ່ຮູ້ກັນນັ້ນ. ສ່ວນອີຣ່ານ
ກໍໄດ້ປະຕິເສດ ຕໍ່ການສະແຫວງຫາລະເບີດນິວເຄລຍ.

ປະທານາທິບໍດີ ຂອງອີຣ່ານ ທ່ານ ຮາຊານ ຣູຮານີ ກຳລັງຖືກນຳພາເພື່ອຂຶ້ນກ່າວຖະແຫລງ ໃນກອງປະຊຸມສຸດຍອດ ສັນຕິພາບ ໃນນາມ ທ່ານ ແນລສັນ ມັນແດລາ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ, ຢູ່ສຳນັກງານໃຫຍ່ ຂອງ ສປຊ, ເມື່ອວັນຈັນ ທີ 24 ກັນຍາ 2018.
ປະທານາທິບໍດີ ຂອງອີຣ່ານ ທ່ານ ຮາຊານ ຣູຮານີ ກຳລັງຖືກນຳພາເພື່ອຂຶ້ນກ່າວຖະແຫລງ ໃນກອງປະຊຸມສຸດຍອດ ສັນຕິພາບ ໃນນາມ ທ່ານ ແນລສັນ ມັນແດລາ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ, ຢູ່ສຳນັກງານໃຫຍ່ ຂອງ ສປຊ, ເມື່ອວັນຈັນ ທີ 24 ກັນຍາ 2018.

ທ່ານຣູຮານີ ໄດ້ກ່າວ ໂດຍອ້າງອີງເຖິງທ່ານ ທຣຳ ວ່າ “ຕາມທຳມະຊາດແລ້ວ ຖ້າຜູ້ໃດ
ຜູ້ນຶ່ງ ຢາກຈະມີກອງປະຊຸມ ແລະຈັດການສົນທະນາ ແລະ ສ້າງຄວາມກ້າວໜ້າ ໃນ
ສາຍສຳພັນ ຄົນຜູ້ນັ້ນ ຈະບໍ່ໃຊ້ເຄື່ອງມືຂອງການວາງມາດຕະການລົງໂທດ ແລະ
ຂົ່ມຂູ່ທີ່ຈະໃຊ້ທຸກອຳນາດຂອງຕົນ ຕໍ່ລັດຖະບານ ແລະປະເທດ ອື່ນໆ. ອັນນັ້ນ ກໍ
ໝາຍຄວາມວ່າ ອຳນາດທາງຈິດໃຈທີ່ຈຳເປັນ ແມ່ນບໍ່ມີເລີຍ ເພື່ອທີ່ຈະແກ້ໄຂ
ບັນຫາຕ່າງໆທີ່ມີຢູ່.”

ບັນດາເຈົ້າໜ້າທີ່ສະຫະລັດໄດ້ກ່າວວ່າ ທ່ານທຣຳ ແມ່ນເປີດກວ້າງທີ່ຈະພົບປະ ກັບ
ທ່ານຣູຮານີ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ແຕ່ບໍ່ໄດ້ກຳນົດການເຈລະ ຈາໂດຍກົງ
ໄວ້ໃນຕາຕະລາງໃດໆເທື່ອ.

ທ່ານ ທຣຳ ໄດ້ກ່າວວ່າ ທ່ານ ເຕັມໃຈທີ່ຈະເຈລະຈາກັບ ອີຣ່ານ ເພື່ອບັນລຸຂໍ້ຕົກລົງໃໝ່
ທີ່ຈະຫລຸດຜ່ອນໂຄງ​ການນິວເຄລຍ ​ຂອງອີຣ່ານ ແລະກິດຈະກຳ ປອງຮ້າຍໃດໆ ທີ່ໄດ້
ຮັບຮູ້ກັນນັ້ນ. ແຕ່ທ່ານຣູຮານີ ໄດ້ກ່າວຕໍ່ໂທລະພາບ NBC ວ່າ ວໍຊິງຕັນ ຕ້ອງຟື້ນຟູ ​ໃນ
ອັນທີ່ທ່ານ ເອີ້ນວ່າ “ຂົວເຊື່ອ​ມຕໍ່” ຂໍ້ຕົກລົງນິວ ເຄລຍ ປີ 2015 ເພື່ອທີ່ໃຫ້ມີການ
ເຈລະຈາ ເກີດຂຶ້ນໄດ້.

ໃນການກ່າວ ທີ່ກອງປະຊຸມຖະແຫລງຂ່າວຢູ່ສະຫະປະຊາຊາດ ໃນວັນຈັນວານ ນີ້
ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະ​ຫະ​ລັດ ທ່ານ ໄມຄ໌ ພອມພຽວ ໄດ້
ກ່າວວ່າ ຄະນະລັດຖະບານ ທ່ານທຣຳ ກຳລັງທຳ “ຄວາມພະຍາຍາມ ຢ່າງຫ້າວຫັນ”
ເພື່ອທີ່ຈະຢຸດຢັ້ງອີຣ່ານ ຈາກການເປັນ ໃນອັນທີ່ທ່ານເອີ້ນ ວ່າ ປະເທດທີ່ໃຫ້ສະໜັບ
ສະໜູນ ການກໍ່ການຮ້າຍ ທີ່ໃຫຍ່ທີ່ສຸດຂອງໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG