ປະທານທາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ອີກຄັ້ງນຶ່ງ ຍັງເອົາຄວາມເປັນໄປໄດ້ທີ່ວ່າ ຈະມີການຜ່ອນຜັນການລົງໂທດຕໍ່ອີຣ່ານໄວ້ ເຂົ້າໄວ້ຢູ່ໃນການພິຈາລະນາອີກຢູ່ ຖ້າຫາກການເຮັດແນວນັ້ນ ຈະສາມາດເອົາປະທານທາທິບໍດີຮາສຊານ ຣູຮານີ (Hassan Rouhani) ຂອງອີຣ່ານ ເຂົ້າມານັ່ງຢູ່ໂຕະເຈລະຈາໄດ້.
"ພວກເຮົາຢາກເບິ່ວ່າ ມັນຈະມີຫຍັງເກີດຂຶ້ນ," ນັ້ນຄືຄຳເວົ້າຂອງທ່ານທຣຳ ທີ່ກ່າວຕໍ່ພວກນັກຂ່າວຢູ່ທີ່ທຳນຽບຂາວໃນວັນພຸດວານນີ້. ທ່ານກ່າວວ່າ ອີຣ່ານຢາກຈະເຮັດຂໍ້ຕົກລົງເພາະວ່າ "ພວກເຂົາເຈົ້າມີຄວາມຫຍຸ້ງຍາກທາງການເງິນຢ່າງໜັກ ແລະການລົງໂທດກຳລັງມີຄວາມໜັກໜ່ວງ ແລະໜັກໜ່ວງຫລາຍຂຶ້ນ."
ທ່ານ ທຣຳກ່າວເພີ້ມວ່າ ສະຫະລັດບໍ່ໄດ້ຫາທາງທີ່ຈະປ່ຽນແປງລະບອບການປົກຄອງຢູ່ໃນອີຣ່ານ ແລະເວົ້າວ່າ ປະເທດດັ່ງກ່າວ "ມີຄວາມສາມາດຢ່າງມະຫາສານ."
ທ່ານທຣຳໄດ້ກ່າວເຊັ່ນນັ້ນ ຫລັງຈາກໄດ້ປົດທ່ານຈອນ ໂບລຕັນ (John Bolton), ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານ ທີ່ຄັດຄ້ານຕໍ່ທຸກການພົບປະເຈລະຈາໃດໆ ທີ່ສະຫະລັດຈະມີກັບອີຣ່ານນັ້ນ ອອກຈາກຕຳແໜ່ງ ໄດ້ 2 ມື້.
ປະທານທາທິບໍດີຮາສຊານ ຣູຮານີ (Hassan Rouhani) ຂອງອີຣ່ານ ໄດ້ ຍື່ນຄຳຂາດຕໍ່ທ່ານທຣຳໄວ້ແລ້ວວ່າ ຈະບໍ່ມີການພົບກັບທ່ານທຣຳຕາບໃດຫາກຍັງມີການລົງໂທດຢູ່. ທ່ານກ່າວໃນວັນພຸດວານນີ້ວ່າ ການພົບປະແບບນັ້ນ “ແມ່ນບໍ່ມີຄວາມໝາຍຫຍັງໝົດ."
"ຊາວອາເມຣິກັນຕ້ອງເຂົ້າໃຈວ່າການໃຊ້ຄວາມຮຸນແຮງ ແລະຄວາມກະຫາຍສົງຄາມ ຈະບໍ່ເຮັດໃຫ້ເຂົາເຈົ້າໄດ້ຮັບຜົນດີຫຍັງ. ຕ້ອງໄດ້ປະລະທັງສອງແນວຄິດອັນນີ້ຊະ” ນັ້ນຄືຄຳເວົ້າຂອງທ່ານ.
ທ່ານ ທຣຳໄດ້ຖອນສະຫະລັດອອກຈາກຂໍ້ຕົກລົງດ້ານນິວເຄລຍສາກົນ ປີ 2015 ກັບອີຣ່ານໃນປີກາຍນີ້ ແລະໄດ້ເອົາການລົງໂທດທີ່ໄດ້ຖືກຍົກເລີກໄປ ຢູ່ພາຍໃຕ້ ຂໍ້ຕົກລົງດັ່ງກ່າວນັ້ນກັບຄືນມາໃຊ້ອີກ.
ອີຣ່ານໄດ້ເລີ້ມຖອຍຫລັງຄືນໃນການປະຕິບັດຂໍ້ຜູກມັດຢູ່ໃນບາງພາກສ່ວນຂອງຂໍ້ຕົກລົງນັ້ນ ແລະນາບຂູ່ວ່າ ຈະເພີ້ມການກັ່ນທາດຢູເຣນຽມຂອງຕົນຕື່ມຂຶ້ນ ເວັ້ນເສຍແຕ່ວ່າ ບັນດາປະເທດທີ່ເປັນຄູ່ພາຄີທີ່ຍັງເຫລືອຢູ່ໃນຂໍ້ຕົກລົງນັ້ນ ຈະຊ່ວຍຕົນແກ້ໄຂເສດຖະກິດທີ່ໄດ້ຮັບຄວາມເສຍຫາຍນັ້ນ.
ທ່ານ ທຣຳເວົ້າວ່າ ທ່ານຢາກໃຫ້ມີການເຈລະຈາຂໍ້ຕົກລົງນິວເຄລຍຄືນອີກ ຖ້າຫາກອີຣ່ານສາມາດ "ລືມກ່ຽວກັບ" ການກັ່ນທາດຢູເຣນຽມນັ້ນໄປໄດ້.
ທ່ານເວົ້າວ່າ "ພວກເຮົາບໍ່ສາມາດປ່ອຍໃຫ້ອີຣ່ານມີອາວຸດນິວເຄລຍໄດ້ ແລະພວກເຂົາຈະບໍ່ສາມາດມີອາວຸດນິວເຄລຍໄດ້ຈັກເທື່ອເລີຍ.”
ອີຣ່ານໄດ້ຢືນຢັດຢູ່ຕະຫລອດມາວ່າ ໂຄງການນິວເຄລຍຂອງຕົນແມ່ນເພື່ອຈຸດປະສົງເພື່ອຜະລິດພະລັງງານດ້ານພົນລະເຮືອນຢ່າງເຂັ້ມງວດ.